ຈັບໂຈນ ດຶງກະເປົາແມ່ລູກອ່ອນໄດ້ 1​ ຄົນ ເຂດບ້ານຮ່ອງແກ (ມີຄລິບຕອນຈັບໂຈນໄດ້) - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຈັບໂຈນ ດຶງກະເປົາແມ່ລູກອ່ອນໄດ້ 1​ ຄົນ ເຂດບ້ານຮ່ອງແກ (ມີຄລິບຕອນຈັບໂຈນໄດ້)



ນະຄອນຫຼວງວຽງຈັນ: ການປຸ້ນຊິງຊັບ ເປັນໄພສັງຄົມທີ່ເກີດຂຶ້ນຫຼາຍ ໃນນະຄອນຫຼວງວຽງຈັນ ດັ່ງເຫດຫຼ້າສຸດ ຈາກການລາຍງານຈາກປະຊາຊົນ ໃຫ້ຮູ້ວ່າ ເວລາ ປະມານ 11:30 ວັນທີ 8 ພຶດສະພາ 2019 ເກີດເຫດ ໂຈນສອງ ຄົນລົງມື ດຶງກະເປົາ ຫວັງຊິງຊັບ. ທີ່ເຂດ ບ້ານຮ່ອງແກ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.


ຜູ່ຢູ່ໃນເຫດການບອກໃຫ້ຮູ້ວ່າ ໂຈນມານໍາກັນ 2 ຄົນ ໃຊ້ລົດຈັກ ເປັນພາຫະນະ ໄດ້ລົງມືດຶງກະເປົາ ຂອງແມ່ຍິງ ທີ່ມີລູກອ່ອນ. ເຮັດໃຫ້ ແມ່ຍິງຄົນນັ້ນລົ້ມລົງ ພ້ອມກະເປົາ. ຈາກນັ້ນ, ໂຈນຜູ່ຊ້ອນລົດໄດ້ແລ່ນລົງລົດ ເພື່ອໄປຍາດເອົາດຶງເອົາກະເປົາຈົນສໍາເລັດ.


ຂະນະທີ່ໂຈນກໍາລັງກໍ່ເຫດ ມີລົດ ຂອງພະນັກງານ ອິນໂດຊາຍນາ ຜ່ານມາ ເຫັນເຫດການ ຈິ່ງໄດ້ຈອດລົດ. ຈາກນັ້ນ ເຈົ້າໜ້າ  ແລະ ພະນັກງານ ທັງໝົດ 5 ຄົນ ໄດ້ຊ່ວຍກັນ ໄລ່ຈັບໂຈນ. ເຊິ່ງພວກມັນພາກັນ ແລ່ນເຂົ້າປ່າທີ່ຕຶບໜາ ແລ້ວໄປລີ້ຢູ່. ເຊິ່ງໃຊ້ເວລາປະມານ 40 ນາທີ ທາງເຈົ້າໜ້າທີ່ ສົມທົບກັບອໍານາດການປົກຄອງບ້ານ, ຕໍາຫຼວດຈາລະຈອນ, ປກສ ບ້ານ ເຂດບ້ານຮ່ອງແກ່ ຈິ່ງສາມາດ ຈັບໂຈນໄດ້ ສຳເລັດ. ເຊິ່ງໂຈນແມ່ນ ພາກັນ ເອົາຕົວລີ້ຊ້ອນ ທີ່ໜ້າ ໂຮງຮຽນ ປະຖົມ ສົມບູນບ້ານຮ່ອງແກ່, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.


ສ່ວນວ່າ ແມ່ຍິງລູກອ່ອນ ທີ່ຖືກດຶງກະເປົານັ້ນ ແມ່ນບາດເຈັບ ເລັກນ້ອຍ. ສ່ວນໂຈນອີກຄົນ ທີ່ເປັນຄົນຂັບລົດ ແມ່ນລົບໜີ ເຈົ້າໜ້າທີ່ຈະຕາມຈັບມາລົງໂທດໄວໆນີ້.











​​ຄລິບ 1




ຄລິບ 2



ຊົມເຊີຍ ເຈົ້າໜ້າ ແລະ ພະນັກງານ ທະນາຄານອິນໂດຊາຍນາ ທີ່ຊ່ວຍກັນ ຈັບໂຈນໃນຄັ້ງນີ້.


ລາຍງານໂດຍ: ນັກຂ່າວສັນຈອນ
Cr: All in LAOS

_______

ປະກາດ Pakaad: ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

ຢ່າລືມກົດຕິດຕາມແຟນເພຈ ປະກາດ Pakaad ເພື່ອໄດ້ຮັບຂ່າວສານ ແລະ ສາລະໜ້າຮູ້
ຫາກທ່ານພົບເຫັນຂໍ້ມູນຂ່າວບໍ່ຖືກຕ້ອງ ຫຼື ທ່ານຕ້ອງການສົ່ງຂ່າວຫາທີມງານປະກາດສາມາດສົ່ງໄປທາງຂໍ້ຄວາມຂ້າງລຸ່ມນີ້. ຂໍຂອບໃຈ




Post Bottom Ad