Jojo Miracle ອັດສີດ ມູນນິທິຮ່ວມໃຈ ຫຼາຍກວ່າ 16 ລ້ານກີບ! ຊົມເຊີຍ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

Jojo Miracle ອັດສີດ ມູນນິທິຮ່ວມໃຈ ຫຼາຍກວ່າ 16 ລ້ານກີບ! ຊົມເຊີຍ!



ນະຄອນຫຼວງວຽງຈັນ: ຂໍຂອບໃຈ ໜຸ່ມ ໂຈໂຈ້ (Jojo miracle) ທີ່ໄດ້ບໍລິຈາກເງິນສ້ອມແປງລົດອອກເຫດຂອງໜ່ວຍກູ້ໄພຮ່ວມໃຈຈຳນວນ 4,360,000 ກີບ ເຊິ່ງທາງພວກເຮົາທັງຫມົດມູນນິທິຮ່ວມໃຈໄດ້ມີຄວາມຮູ້ສຶກແລະຍິນດີເປັນພິເສດໂດຍຂໍສະຫລຸບເປັນເລື່ອງເລົ່າໃຫ້ທຸກທ່ານໄດ້ຮ່ວມປະທັບໃຈກັບໜຸ່ມຄົນນີ້ໄປກັບພວກເຮົາ

ເລື່ອງມີຢູ່ວ່າ ທາງມູນນິທິໄດ້ຮັບການຕິດຕໍ່ເຂົ້າມາຈາກທີມງານຂອງໜຸ່ມໂຈໂຈ້ ວ່າໂຈໂຈ້ຢາກບໍລິຈາກເງິນຊ່ວຍເຫລືອມູນນິທິ ເນື່ອງຈາກເພິ່ນໄດ້ຮັບຂ່າວສານເລື່ອງລົດອອກເຫດເພຕ້ອງການງົບປະມານສ້ອມແປງ ທາງມູນນິທິພວກເຮົາໄດ້ຮັບຂ່າວກໍໄດ້ຕົກລົງກັນວ່າເນື່ອງໃນປີໃຫມ່ທີ່ຍັງຜ່ານມາບໍ່ດົນກໍຈະຖືໂອກາດນີ້ໄປອວຍພອນໃຫ້ເພິ່ນໄດ້ມີກຳລັງໃຈຍິ່ງໆຂຶ້ນໄປເນື່ອງຈາກທີ່ຮູ້ມາວ່າເພິ່ນເປັນຄົນທີ່ເຮັດວຽກຫນັກຫລາຍ

ພໍມາພົບຕົວຈິງໄດ້ໂອ້ລົມກັນຈົນເກືອບ 1 ຊົ່ວໂມງ (ທຳອິດທີມງານເພິ່ນໃຫ້ເວລາ20ນາທີເນື່ອງຈາກມີປະຊຸມຕໍ່) ການສົນທະນາເຮັດໃຫ້ຮູ້ສຶກວ່າໜຸ່ມຄົນນີ້ບໍ່ທຳມະດາທັງຄວາມຄິດແລະຈິດໃຈ ເຊິ່ງເປັນຜົນສະທ້ອນອອກມາທາງການກະທຳ ເພາະເປັນຄົນທີ່ຄິດດີ ທຳດີ ແລະມຸມມອງໃນການເບິ່ງໂລກດີຫລາຍ ເປັນເຫດແລະຜົນ ຈົນປ່ຽນສະຖານະການຈາກທີ່ທາງມູນນິທິເຮົາ ກໍຄືເປັນຕົ້ນຕາງຫນ້າມູນນິທິກໍຄືປະທານ ດຣ. ສຸພາວັນ ປະຖຳມະວົງ ທີ່ຕັ້ງໃຈໄປອວຍພອນ ມາເປັນໄດ້ຮັບແຮງບັນດານດານໃຈຈາກໜຸ່ມໂຈໂຈ້ແທນ ໄດ້ຮັບກຳລັງໃຈມາເຕັມອີກທັງໄດ້ກຳລັງຊັບມາເສີມວຽກງານການເຄື່ອນໄຫວອີກຈາກທຳອິດຊ່ວຍແປງລົດ ມາເປັນຊ່ວຍຄ່ານໍ້າມັນຂອງລົດອອກເຫດອີກເດືອນລະ 1,000,000ກີບ ເປັນເວລາ 1 ປີ



ລວມເງິນບໍລິຈາກຂອງໜຸ່ມໂຈໂຈ້ທັງຫມົດໃນມື້ນີ້ເປັນຈຳນວນ 16,360,000ກີບ

ມູນນິທິຮ່ວມໃຈ ຂໍຖືເປັນກຽດມາຍັງໜຸ່ມໂຈໂຈ້ ມິຣາໂຄ ຂໍອວຍພອນໄຊໃຫ້ ໜຸ່ມໂຈໂຈ້ ມິຣາໂຄ ຈົ່ງມີແຕ່ຄວາມສຸກຄວາມຈະເລີນ ປາຖະໜາດສິ່ງໃດໃຫ້ສົມຫວັງທຸກປະການ ໃຫ້ມີສຸຂະພາບແຂງແຮງສົມບູນ ເພື່ອສ້າງສັນສິ່ງດີໆສູ່ສັງຄົມກໍຄືປະເທດລາວໃຫ້ຈະເລີນຍິ່ງໆຂຶ້ນໄປ ໃຫ້ສົມເປັນຕົວຢ່າງຂອງຄົນລຸ້ນໃຫມ່ຢ່າງແທ້ຈິງ ຢາກໃຫ້ຄົນລຸ້ນໃຫມ່ທີ່ໄດ້ອ່ານເລື່ອງນີ້ຈົບໃຫ້ຕິດຕາມທຸກການເຄື່ອນໄຫວຂອງໜຸ່ມຄົນນີ້ ແລະ ເອົາເປັນແບບຢ່າງໃນການໃຊ້ຊີວິດວິດ

ອັນນີ້ພຽງສ່ວນໜຶ່ງເທົ່ານັ້ນທີ່ມູນນິທິຢາກໃຫ້ຕິດຕາມຜົນງານຂອງເພິ່ນ ເຊິ່ງເທົ່າທີ່ໄດ້ໂອ້ລົມກັນພາຍໃນປີ2018ໜຸ່ມຄົນນີ້ຍັງມີຫລາຍຢ່າງທີ່ຄວນຄ່າແກ່ການຕິດຕາມ

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ









Post Bottom Ad