ເຊກອງສະຫຼອງເທດສະການ 10 ເຜົ່າເສົາຫຼັກເມືອງ ແລະ ເປີດປີທ່ອງທ່ຽວ 2018 ຢ່າງເປັນທາງການ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຊກອງສະຫຼອງເທດສະການ 10 ເຜົ່າເສົາຫຼັກເມືອງ ແລະ ເປີດປີທ່ອງທ່ຽວ 2018 ຢ່າງເປັນທາງການ!


ແຂວງເຊກອງ ໄດ້ເປີດປີທ່ອງທ່ຽວ 2018 ຢ່າງເປັນທາງການໃນວັນທີ 31 ທັນວາ 2017 ຜ່ານມາ ຊຶ່ງງານດັ່ງກ່າວໄດ້ຈັດຂຶ້ນພ້ອມກັບງານເທດສະການ 10 ເຜົ່າ ເສົາຫຼັກເມືອງ, ທີ່ເດີ່ນສວນເສົາຫຼັກເມືອງ ໂດຍມີທ່ານສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ, ປະທານຄະນະຊີ້ນໍາລະດັບຊາດ ໃນການຈັດງານປີທ່ອງທ່ຽວລາວ 2018, ທ່ານ ຄໍາເຜີຍ ບຸດດາວຽງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ, ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ, ຄະນະຊີ້ນໍາລະດັບຊາດ ໃນການຈັດງານປີທ່ອງທ່ຽວລາວ 2018, ທ່ານ ຖາວອນ ພົມມະໄລລຸນ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງ, ປະທານຄະນະຊີ້ນໍາການຈັດງານເປີດປີທ່ອງທ່ຽວລາວ 2018 ຂັ້ນແຂວງ, ມີບັນດາທ່ານເຈົ້າແຂວງ, ຮອງເຈົ້າແຂວງຈໍາປາສັກ, ສາລະວັນ, ອັດຕະປື ພ້ອມດ້ວຍບັນດາແຂກທັງພາຍໃນ ແລະຕ່າງປະເທດ ແລະມວນຊົນເຂົ້າຊົມຢ່າງຫຼວງຫຼາຍ.




ທ່ານ ຄຳເຜີຍ ບຸດດາວຽງ ກ່າວເປີດປີທ່ອງທ່ຽວລາວ 2018 ທີ່ແຂວງເຊກອງວ່າ: ການເປີດປີທ່ອງທ່ຽວ 2018 ເປັນເຫດການສຳຄັນທີ່ສະແດງໃຫ້ເຫັນວ່າ ທົ່ວສັງຄົມລາວມີຄວາມພ້ອມພຽງຮຽງໜ້າໃນການເປັນເຈົ້າທີ່ດີ ເພື່ອຕ້ອນຮັບນັກທ່ອງທ່ຽວທີ່ມາຈາກທັງພາຍໃນ ແລະ ຕ່າງປະເທດ, ຖືເອົາປີທ່ອງທ່ຽວເປີດກວ້າງການພັດທະນາຮອບດ້ານ ແລະ ເຊື່ອມໂຍງຂອງທຸກຂະແໜງການໃນທົ່ວປະເທດ ເພື່ອຍົກສູງກຳລັງແຮງສັງລວມຂອງຊາດເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ດ້ວຍການດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມ ແລະ ສ້າງລາຍຮັບໃນແຂວງເຊກອງໃຫ້ຫຼາຍຂຶ້ນ.

ທ່ານເຈົ້າແຂວງໆເຊກອງຍັງໄດ້ຮຽກຮ້ອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະຊາວແຂວງເຊກອງເຂົ້າຮ່ວມການຜະລິດ, ການສະໜອງ ແລະການບໍລິການຕ່າງໆແກ່ນັກທ່ອງທ່ຽວດ້ວຍຮອຍຍິ້ມ ແລະສຽງຫົວ, ຮ່ວມກັນເປັນເຈົ້າພາບ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງນີ້ ກໍແນໃສ່ເຮັດໃຫ້ນັກທ່ອງທ່ຽວທີ່ມາທ່ຽວມາຊົມມີຄວາມເບີກບານມ່ວນຊື່ນ ແລະສະບາຍໃຈຄືຢູ່ບ້ານຂອງເພິ່ນເອງ.



ຂະນະທີ່ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງເຊກອງ, ປະທານຄະນະຊີ້ນໍາການຈັດງານເປີດປີທ່ອງທ່ຽວ 2018 ຂັ້ນແຂວງກ່າວວ່າ: ວຽກງານທ່ອງທ່ຽວເປັນຂະແໜງການໜຶ່ງທີ່ສ້າງລາຍຮັບໃຫ້ແກ່ປະເທດຊາດ ກໍຄືປະຊາຊົນໄດ້ດີພໍສົມຄວນ, ເວົ້າສະເພາະຢູ່ແຂວງເຊກອງປີ 2017 ມີນັກທ່ອງທ່ຽວມາທ່ຽວແຂວງເຊກອງ 38,429 ຄົນ, ສາມາດສ້າງລາຍຮັບໃຫ້ສັງຄົມໄດ້ທັງໝົດ 7.685.800 ໂດລາ ຊຶ່ງພາຍຫຼັງເປີດປີທ່ອງທ່ຽວຮອດ 2020 ຄາດວ່າຈະມີນັກທ່ອງທ່ຽວເຂົ້າແຂວງເຊກອງປະມານ 82.849 ຄົນ, ຈະສ້າງລາຍຮັບໄດ້ 16.569.800 ໂດລາ,




ພ້ອມນີ້ ແຂວງກໍໄດ້ມີການກະກຽມກົນໄກຊຸກຍູ້ໃຫ້ວຽກງານທ່ອງທ່ຽວມີຜົນສຳເລັດເປັນຕົ້ນ: ຊຸກຍູ້ການຈັດຕັ້ງປະຕິບັດນິຕິກຳກ່ຽວກັບວຽກທ່ອງທ່ຽວ, ສຸມໃສ່ພັດທະນາພື້ນຖານໂຄງລ່າງ ແລະສິ່ງອຳນວຍຄວາມສະດວກຕ່າງໆ ເພື່ອຮອງຮັບນັກທ່ອງທ່ຽວໃຫ້ໄດ້ 50.000 ຄົນໃນປີ 2018, ສ້າງຈິດສຳນຶກແກ່ສັງຄົມໃຫ້ເຫັນໄດ້ຄວາມໝາຍສຳຄັນຂອງວຽກງານທ່ອງທ່ຽວ, ຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ ແລະຂະໜາດກາງດ້ານການທ່ອງທ່ຽວໃຫ້ມີຄຸນນະພາບ ແລະວຽກງານອື່ນໆເພື່ອຮອງຮັບວຽກງານທ່ອງທ່ຽວ.



ໃນງານເປີດປີທ່ອງທ່ຽວ 2018 ກໍຄືງານສະຫຼອງເທດສະການ 10 ເຜົ່າເສົາຫຼັກເມືອງຄັ້ງນີ້ປະກອບມີກິດຈະກຳຕ່າງໆເຊັ່ນ: ງານຕະຫຼາດນັດວາງສະແດງຜະລິດຕະພັນ ແລະສິນຄ້າຕ່າງໆຈາກບັນດາແຂວງອ້ອມຂ້າງ, ຜະລິດຕະພັນຈາກ 4 ຕົວເມືອງ, ຂະບວນກ້ອນກໍາລັງ 500 (ແຫ່ຂັນໝາກເບັງ 100 ຂັນ, ເປົ່າແຄນ 100 ດວງ, ຕີຄ້ອງ 100 ໜ່ວຍ ແລະເປົ່າຂຸ່ຍ 100 ດວງ) ແລະລາຍການສະແດງສິລະປະວັນນະຄະດີຈາກກອງສິລະປະຂອງແຂວງ, ລາຍການສະແດງກາຍະສິນທີ່ມາຈາກກອງກາຍະສິນແຫ່ງຊາດ, ຮັບຟັງໝໍລໍາໃຕ້ ແລະສະເຫຼີມສະຫຼອງປີໃໝ່ສາກົນ ນັບຖອຍຫຼັງສົ່ງທ້າຍປີເກົ່າ ຄສ 2017 ຕ້ອນຮັບປີໃໝ່ ຄສ 2018 ຢ່າງຄຶກຄື້ນ.



ສຳລັບກິດຈະກຳເປີດປີທ່ອງທ່ຽວ 2018 ຂອງແຂວງເຊກອງ ຍັງຈະໄດ້ຈັດຢູ່ບັນດາເມືອງ ເຊິ່ງຈະມີກິດຈະກໍາງານບຸນປະເພນີຂອງເຜົ່າ ແລະເທດສະການຕ່າງໆຢູ່ໃນ 4 ຕົວເມືອງ. ນອກນີ້, ຍັງຈະມີກິດຈະກໍາສົ່ງເສີມການທ່ອງທ່ຽວເປັນຕົ້ນ: ທ່ອງທ່ຽວດ້ານທໍາມະຊາດ, ປະຫວັດສາດ, ວັດທະນະທໍາ, ກະສິກໍາ ແລະຫັດຖະກໍາ ຈໍານວນໜຶ່ງ, ພິເສດໃນປີນີ້ ແຂວງເຊກອງໄດ້ສໍາເລັດໂຄງການກໍ່ສ້າງຂົວຂ້າມນໍ້າເຊກອງ ແລະ ກໍາລັງກະກຽມເປີດດ່ານດາກຕະອອກເປັນດ່ານສາກົນແຫ່ງທີ 9 ຂອງຊາດ ແລະ ທີ 1 ໃນ 4 ດ່ານທີ່ແຂວງເຊກອງຕິດກັບຕ່າງປະເທດ (ສສ ຫວຽດນາມ), ການເປີດນໍາໃຊ້ສູນການຄ້າຂອງແຂວງ ແລະງານສະເຫຼີມສະຫຼອງວັນສ້າງຕັ້ງເມືອງທ່າແຕງ ຄົບຮອບ 25 ປີ ແລະງານອື່ນໆອີກ.

ພາບແລະຂ່າວ: ຂ່າວ ເຊກອງ




________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ









Post Bottom Ad