ທ່ານຮູ້ບໍ່ວ່າ ປະໂຫຍດຂອງໝາກຂາມ ແລະ ຂໍ້ຄວນລະວັງ ມີແນວໃດແດ່ ? - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ທ່ານຮູ້ບໍ່ວ່າ ປະໂຫຍດຂອງໝາກຂາມ ແລະ ຂໍ້ຄວນລະວັງ ມີແນວໃດແດ່ ?



 


ວັນຢຸດແລ້ວມາສ້າງຄວາມສຸກດ້ວຍຕົວເອງ  ມື້ນີ້ຈະມານຳສະເໜີຄຸນປະໂຫຍດທາງຢາ

ຂອງໝາກຂາມມາຝາກໃຫ້ທຸກທ່ານໄດ້ຮູ້.


ຊັບພະຄຸນທາງຢາ

ຮາກ: ແກ້ຖອກທ້ອງ, ຮັກສາແຜ ແລະ ແກ້ຕົວຮ້ອນ

ແກ່ນ: ລົດອາການຂີ້ກະເທີ ຂັບເລືອດ , ຮັກສາຝີໃນມົດລູກ ແລະ ຍັງເປັນຢາຊັກມົດລູກ

ໃຫ້ເຂົ້າອູ່

ໃບ:  ( ມີກົດເລັກນ້ອຍເປັນຢາຖ່າຍ, ຢາລະບາຍ, ຂັບລົມໃນລຳໄສ້, ແກ້ໄອ, ຮັກສາຫວັດ

ຮັກສາເຍືອຕາອັກເສບ, ແກ້ຕາມົວ, ຟອກເລືອດ, ຂັບເຫືອ, ຕົ້ມປະສົມສະໝູນໄພອື່ນໆ

ອາບຫຼັງເກີດລູກ


ເນື້ອຫຸ້ມແກ່ນ: ແກ້ອາການທ້ອງຜູກ ເປັນຢາລະບາຍ , ຢາຂັບຖ່າຍ ແກ້ໄອ, ເປັນຢາລ້າງ

ທ້ອງ


ຝັກດິບ: ຝອກເລືອດ ແລະ ລົດຄວາມອ້ວນ, ເປັນຢາລະບາຍ ແລະ ລົດອຸນນະພູມໃນ

ຮ່າງກາຍ , ບັນເທົາອາການໄອ

ແກ່ນໃນສີຂາວ: ເປັນຢາຖ່າຍພະຍາດແມ່ທ້ອງຕົວກົມໃນລຳໄສ້, ແມ່ພະຍາດເສັ້ນດ້າຍ

 ເປືອກຂອງແກ່ນ: ແກ້ເຈັບທ້ອງ, ສະໝານແຜໃນປາກ , ທີ່ຄໍ, ລີ້ນ ແລະ ຕາມຮ່າງກາຍ

ຮັກສາແຜ, ຖອນຜິດ ແລະ ຮັກສາແຜທີ່ຖືກໄຟໄໝ້, ຮັກສາແຜເບົາຫວານໃນຝັກ

ແກ່ ( ໝາກຂາມປຽກ): ແກ້ອາການໄອ, ຂັບຂີ້ກະເທີ


ດອກສົດ: ເປັນຢາລົດຄວາມດັນເລືອດສູງ

ປະໂຫຍດຂອງໝາກຂາມປຽກ

1. ມີລົດຊາດສົ້ມ, ຫາກນໍາມາກີນຈະຊ່ວຍໃຫ້ລະບົບຂັບຖ່າຍໝູນວຽນດີຂື້ນ

2. ນອກຈາກນີ້ຍັງຊ່ວຍແກ້ໄອ, ຂັບຂີ້ກະເທີໄດ້ດ້ວຍການນຳໝາກຂາມໄປຕົ້ມໃຫ້ສຸກ ໃສ່

ເກືອເລັກນ້ອຍແລ້ວຄ່ອຍໆຈິບ

3. ຫາກນໍາແກ່ນໝາກຂາມປຽກໄປຂົ່ວໃຫ້ສຸກ ແກະເປືອກອອກແລ້ວແຊ່ນ້ຳຈົນເນື້ອ

ອ່ອນ ສາມາດນຳໄປພອກແພຝີ, ໜອງ ແລະ ບາດແຜ່ເລື້ອລັງຕ່າງໆ ໃຫ້ບັນເທົາລົງໄດ້

4.ນໍາແກ່ນໝາກຂາມໄປຜ່າຕາມແນວຂວາງ ແລ້ວກັບນ້ຳໝາກນາວຈະຊ່ວຍດູດຜິດຈາກແມງໄມ້ກັດໄດ້

5. ມີກົດໝາກໄມ້ (AHA) ຫາກນໍາມາຂັດຜີວ ຈະຊ່ວຍຂັດເຊວຜີວທີ່ຕາຍແລ້ວໃຫ້ຫຼຸດອອກ ຊ່ວຍໃຫ້ຜີວສະອາດ ກະຈ່າງໃສ ລົດຮອຍດ່າງດໍາ ແລະ ຄວາມໝອງຄ້ໍາໃຫ້ຈາງລົງ ຈຸດແຫ້ງກ້າມນຽນນຸ້ມຂື້ນ ແຕ່ກ່ອນອື່ນຕ້ອງທຳຄວາມສະອາດໃບໜ້າກ່ອນເອົາສູດໄປ (Cleanser)


ສູດຄຣີມທຳຄວາມສະອາດຜີວໜ້າ

ສ່ວນປະສົມ:

- ໂຢເກິດ

- ນ້ຳມັນດອກທານຕະວັນ

-  ໝາກນາວສົດ

ວິທີເຮັດ: ປະສົມໂຢເກິດ ໝາກຂາມປຽກ ໃຫ້ເຂົ້າກັນນຳມາພອກໃຫ້ທົ່ວໃບໜ້າປະມານ

ຫ້າ ນາທີ ທຸກເຊົ້າ ແລະ ກ່ອນນອນ ແລ້ວຈື່ງລ້າງອອກດ້ວຍນ້ຳສະອາດ

* ສູດນີ້ສາມາດໃຊ້ໄດ້ກັບທຸກສະພາບຜີວ ຈະຊ່ວຍທຳຄວາມສະອາດຜີວໜ້າໄດ້ຢ່າງ

 ລ້ໍາລຶກ ແລະ ບຳລຸງຜີວໃຫ້ຊຸ່ມຊື້ນອີກດ້ວຍ

ໝາກຂາມປຽກ ສະໝຸນໄພຄູ່ຄົວທີ່່ຊັບພະຄຸນເປັນກົດ AHA ໃນປະລິມານທີ່ສາມາດໃຊ້ຂັດ

ຜີວໜ້າ, ຜີວກາຍ ຫຼື ທັງຈຸດແຫ້ງກ້າມໃຫ້ນຽນນຸ້ມ ແລະ ດູຂາວໃສຂື້ນຖ້າໃຊ້ໃຫ້ຖູກວິທີ 

ໂດຍເຮົາມາເລີ່ມຈາກການໄປຫາຊື້ໝາກຂາມປຽກໄວ້ຕິດບ້ານຈັກ 3 -4 ກ້ອນ

ສູດຂັດຜິວຂາວດ້ວຍໝາກຂາມປຽກ

ສູດທີ່ 1:

- ໝາກຂາມປຽກ 1 ກ້ອນ

- ນົມສົດລົດຈືດ 3-4 ບວງ

- ນໍ້າເຜິງ 1 ບວງ

 -  ຜ້າຂາວບາງ ຫຼື ກະຕ່ອງ

- ອຸປະກອນສໍາລັບປະສົມ

ສູດທີ່ 2:

- ໝາກຂາມປຽກ1 ກ້ອນ

- ໂຍເກີດທໍາມະຊາດ 1ຖ້ວຍ

- ຜ້າຂາວບາງ ຫຼື ກະຕ່ອງ

- ອຸປະກອນສໍາລັບປະສົມ

ຖ້າຕ້ອງການໃຊ້ໝາກຂາມປຽກຂັດຕົວ ໃຫ້ເພິ່ມປະລິມານໝາກຂາມ ແລະ ສ່ວນຜະສົມ

ອື່ນໆ ເພິ່່່ມຂື້ນຕາມອັດຕາສ່ວນ

ວິທີປຸງ

ລ້າງໝາກຂາມປຽກໃຫ້ສະອາດ

ປະສົມສ່ວນຜະສົມຕ່າງໆໃຫ້ເຂົ້າກັນ ຢ່າໃຫ້ແຫຼວຈົນເກີນໄປ

ເອົາຜ້າຂາວບາງ ຫຼື ກະຕ່ອງ ກ່ອງເສດໝາກຂາມທີ່ເປັນຕ່ອນໃຫຍ່ ອອກ ບໍ່ໃຫ້ບາດຜິວ ເປັນອັນແລ້ວ


ວິທີ່ໃຊ້:

ເອົາພອກໜ້າປະໄວ້ປະມານ  5-10  ນາທີ ຫ້າມເກີນກ່ວານັ້ນ ເພາະໝາກຂາມມີລິດເປັນ

ກົດ ມັນຈະເຮັດໃຫ້ລະຄາຍເຄືອງໄດ້ ຈະມີອາການຄັນເລັກນ້ອຍ  ຖ້າມີອາການແສບຫຼາຍ

ໃຫ້ຮີບລ້າງອອກ

ໃຊ້ຄຄັດໜ້າ ໃຫ້ໃຊ້ນີວມືນວດຄ່ອຍໆ ເພື່ອໃຫ້ເຊວຜິວທີ່ຕາຍຫຼຸດອອກມາ ແລະ ເກີດ

ການຜັດເຊວຜິວໃໝ່ໃຫ້ຂື້ນມາແທນທີ່  ຍ່າລືມວ່າຫ້າມເກີນ 5  ນາທີ

 

ໃຊ້ຂັດຜິວ ອາບນໍ້າໃຫ້ສະອາດ ທາໝາກຂາມປຽກລົງໄປໃຫ້ທົ່ວຕົວ ແລ້ວລົງມືຂັດວົນໄປ

ເລື່ອຍໆຢ່າງເບົາມືໃຫ້ເນັ່ນຈຸດດ່າງດໍາ ແລະ ຮອຍຫຍຽບກ້ານ ຢ່າໃຫ້ເກີນ 15  ນາທີ ຖ້າ

ຮູ້ສຶກແສບຫຼາຍໃຫ້ລ້າງອອກໂດຍດ່ວນ

 ຄໍາເຕືອນ 


ການໃຊ້ໝາກຂາມປຍກຂັດຜິວ ຫຼື ພາກໜ້າ ບໍ່ຄວນໃຫ້ເກີນ 2 ຄັ້ງຕໍ່ອາທິດ ເພື່ອ

ປ້ອງກັນຜິວຖືກລົບກວນຫຼາຍເກີນໄປຈົນອາດເກີດການລະກາຍເຄືອງໄດ້. ທີສໍາຄັນທຸກ

ຄັ້ງທີ່ຂັດຜິວ ຫຼື ຂັດໜ້າດ້ວຍໝາກຂາມປຽກແລ້ວ ຢ່າລືມບໍາລຸງຜິວໃຫ້ຊຸ່ມຊື່ນ ດ້ວຍຄີມ

ບໍ່ລຸງເຂັ້ມຂົນ ແລະ ຄີມກັນແດດ ຜິວຈະໄດ້ຂາວສົດໃສ ບໍ່ໃຫ້ກັບມາຄໍ້າອີກ




ຂອບໃຂຂໍ້ມູນຈາກ :     ສີນຸກ
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad