10 ສັນຍານອັນຕະລາຍ ຂອງໂລກ "ເບົາຫວານ" - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

10 ສັນຍານອັນຕະລາຍ ຂອງໂລກ "ເບົາຫວານ"

ໂລກເບົາຫານ ເປັນໂລກທີໃຜກໍ່ຮູ້ຈັກ ແລະ ສ່ວນຫຼາຍຈະເຂົ້າໃຈເປັນທີ່ຮຽບຮ້ອຍວ່າສາເຫດເກີດມາຈາກພຶດຕິກໍາການກິນອາຫານຫວານ ຫຼື ລົດຈັດຫຼາຍເກີນໄປ ລວມໄປຮອດແປ້ງຊະນິດຕ່າງໆ  ແລະ ມີຄວາມຊ່ຽງຫຼາຍຂື້ນເມື່ອຄອບຄົວທີ່ມີປະຫວັດເຄີຍເປັນໂລກເບົາຫວານມາກ່ອນ


ແຕ້ສິ່ງທີ່ຫຼາຍໆຄົນບໍ່ຮູ້ ຄື ສັນຍານອັນຕະລາຍທີ່ເຕືອນໄພໃຫ້ກັບເຮົາວ່າ ເຮົາກໍາລັງຈະເປັນໂລກເບົາຫວານແລ້ວ ຈະມີອາການແນວໃດ? ມີວິທີສັງເກດແນວໃດ? ພວກເຮົາມີຂໍ້ມູນມາຝາກດັ່ງນີ້:

ເຮົາມາທໍາຄວາມຮູ້ຈັກກັບໂລກເບົາຫວານກັນເລີຍ

 ໂລກເບົາຫວານ ເປັນສະພາວະທີ່ເກີດໃນກະແສເລືອດທີ່ມີລະດັບນໍ້າຕານສູງກ່ວາປົກກະຕິ ເນື່ອງມາຈາກການຂາດ ຮໍໂມນອິນຊູລິນ ຫຼື ປະສິດທິພາບການເຮັດວຽກຂອງ ຮໍໂມນອິນຊູລິນ ລົດລົງ ເປັນເຫດໃຫ້ລະດັບນໍ້າຕານໃນເລືອດເພິ່ມສູງຂື້ນ ຊຶງຖ້າຫາກປ່ອຍໄວ້ເປັນເວລາດົນກໍ່ຈະເຮັດໃຫ້ເກີດສະພາວະໂລດແຊກຊອນຕໍ່ອະໄວຍະວະຕ່າງທໄດ້ງ່າຍ ເຊັ່ນ: ຕາ, ໄຕ ລວມໄປເຖິງລະບົບປະສາດ. ສ່ວນໃຫຍ່ ອາຫານທີເຮົາກິນເຂົ້າໄປນັ້ນ ຮ່າງກາຍຈະມີປະຕິກິລິຍາປ່ຽນອາຫານໃຫ້ເປັນນໍ້າຕານກູຣໂຄສໃນກະແສເລືອດ ເພື່ອໃຊ້ເປັນພະລັງງານ .

  ຄວາມສໍາຄັນຂອງອິນຊູລິນຕໍ່ຮ່າງການ

ຢ່າງທີ່ເຮົາໄດ້ບອກໄປຕອນທໍາອິດແລ້ວວ່າ ໂລກເບົາຫວານ ແລະ ອິນຊູລິນ ນັ້ນເປັນ ຮໍໂມນສໍາຄັນຊະນິດໜຶ່ງພາຍໃນຮ່າງການ ສ້າງແລະ ຫຼັ່ງອອກມາຈາກ ເບຕ້າເຊວ ຂອງຕັບອ່ອນ ມີໜ້າທີ່ພານໍ້າຕາກຣູໂຄສ ເຂົ້າສູ່ເນື້ອເຍືອໃນສ່ວນຕ່າງໆຂອງຮ່າງກາຍ ເພື່ອເຜົາຜານ ແລະ ເປັນພະລັງງານທີ່ສໍາຄັນຕໍ່ການດໍາເນີນຊີວິດ ຫາກຮ່າງກາຍຂາດ ອິນຊູລິນ ເປັນເຫດໃຫ້ນໍ້າຕານໃນເລືອດມີເພິ່ມຂື້ນສູງຂື້ນຈົນເກີດເປັນໂລກເບົາຫວານ ເຊິງນອກຈາກຈະມີຄວາມຜິດປົກກະຕິໃນການເຜົ່າຜານຄາໂບໄຮດຮດແລ້ວ ກໍ່ຍັງມີຄວາມຜິດປົກກະຕິໃນດ້ານອື່ນໆດ້ວຍເຊັ່ນ ມີການລະລາຍຕົວຂອງສານໄຂມັນ ແລະ ໂປຣຕີນຮ່ວມ


ໂລກເບົາຫວານເກີດຂື້ນໄດ້ແນວໃດ?

ໂດຍປົກກະຕິແລ້ວ ການເກີດໂລກເບົາຫວານນັ້ນມີຄວາມສໍາພັນກັບຮໍໂມນທີ່ຖືກສ້າງມາຈາກຕັບ ຄື ຮໍໂມນອິນຊູລິນ  ໂດຍຮໍໂມນໂຕນີ້ຈະເປັນຕົວນໍານໍ້າຕານກູຣໂຄສ ຈາກເລືອດເຂົ້າໄປສູ່ເຊວຕ່າງໆ ພາຍໃນອະໄວຍະວະທົ່ວຮ່າງກາຍ ເຊັ່ນ: ສະໝອງ, ຕັບ, ໄຕ, ຫົວໃຈ ເພື່ອໃຫ້ເຊວນັ້ນນໍາກູຣໂຄສໄປໃຊ້ເປັນພະລັງງານໃນການເຮັດວຽກ ແຕ່ຫາກຂະບວນການສ້າງຮໍໂມນອິນຊູລິນເກີດມີຄວາມຜິດປົກກະຕິ ໄຕສາມາດສ້າງ ອິນຊູລິນໄດ້ໜ້ອຍກວ່າທີ່ຄວນຈະໄດ້ ຫຼື ເກີດຄວາມຜິດປົກກະຕິບາງຢ່າງ ເຮັດໃຫ້ເຊວບໍສາມາດນໍາ ກູຮໂຄສໄປໃຊ້ໄດ້ ເຖິງແມ່ນວ່າຕັບຈະສາມາດສ້າງຮໍໂມນໄດ້ເປັນປົກກະຕິ ເມື່ອທັງສອງຢ່າງເກີດຂື້ນກໍ່ຈະເຮັດໃຫ້ນໍ້າຕານຄ້າງໃນເລືອດໃນຈໍານວນຫຼາຍ ເຮັດໃຫ້ຄວາມຜິດປົກກະຕິນັ້ນລຸກລາມກາຍເປັນໂລກເບົາຫວານໃນທີ່ສຸດ

ເຖິງແມ່ນເຮົາຈະຮູ່ວ່າໂລກເບົາຫວານເກີດຂື້ນມາໄດ້ແນວໃດ? ເກີດຈາກຄວາມປົກກະຕິຂອງຂະບວນການໃດແດ່ໃນຮ່າງກາຍ ແຕ່ສາເຫດຂອງການເກີດກໍ່ຍັງບໍ່ສາມາລຸບຸໄດ້ຊັດເຈນເພາະມັນເປັນຂະບວນການທີ່ຊັບຊ້ອນທີ່ເກີດຈາກ ກໍາມະພັນ ແລະ ການດໍາລົງຊີວິດຂອງເຮົາອີກດ້ວຍ

ໂລກເບົາຫວານມີອາການແນວໃດ?

ອາການຫຼັກໆ ທີ່ເຊື່ອວ່າຄົນຜູ້ນັ້ນມີຄວາມສ່ຽງທີ່ຈະເປັນເບົາຫວານ ອາດໄດ້ແກ່: ຮູ້ສຶກເມືອຍຕະຫຼອດ, ຫິວນໍ້້າ, ຖ່າຍເບົາໃນປະລິມານທີ່ຫຼາຍ ແລະ ຫຼາຍຄັ້ງ ອີກທັງມີອາການອື່ນໆປະກອບນໍາເຊັ່ນ:

- ເມືອຍ ແລະ ອ່ອນເພຍ

- ຜິວແຫ້ງ ແລະ ມີອາການຄັນ

- ຕາແຫ້ງ

- ມີອາການຊາທີ່ມື, ຕີນ ຫຼື ຮູ້ສຶກເຈັບເປັນບາງເທືອ ທີ່ມື ແລະ ຕີນ

- ຮ່ງກາຍຈ່ອຍລົງຜິດປົກກະຕິ ໂດຍບໍ່ສາມາດຫາສາເຫດໄດ້

ເມືອເກິດມີບາດແຜ່ໃນບໍລິເວນຕ່າງຕາມຮ່າງກາຍມັກຈະດີຊ້າກ່ວາປົກກະຕິ ໂດຍສະເພາະ ບາດແຜທີ່ເກີດຂື້ນໃນບໍລິເວນຕີນ

ສາຍຕາຟ່າງແບບບໍ່ຮູ້ສາເຫດ

10 ສັນຍານອັນຕະລາຍຂອງໂລກເບົາຫວານ

·         ອ່ອນເພຍງ່າຍທັງໆທີ່ພັກຜ່ອນພຽງພໍ ແລະ ບໍ່ໄດ້ມີອາການໄຂ່

·         ຈ່ອຍລົງແແບບໍ່ຮູ້ສາເຫດ

·         ຖ່າຍເບົ່າ ຫຼາຍ ແລະ ຕະຫຼອດ

·         ຫິວນໍ້າຫຼາຍກ່ວາປົກກະຕິ

·         ຕາຟ່າງມົວລົງແບບບໍ່ຮູ້ສາເຫດ

·         ປວດຂາ ແລະ ເຂົ່າ

·         ຜິວແຫ້ງ ແລະມີອາການຄັນດ ອາດມີອາການຄັນຕາມຕົນໂຕ ຫຼື ບໍລິເວນປາກຊ່ອງຄອດ

·         ເປັນຝີຕາມຕົນໂຕ

·         ອາລົມແປປວນ ໂມໂຫງ່າຍ

·         ບາດແຜຫາຍດີຊ້າກ່ວາປົກກະຕິ

ໃຜທີມີໂອກາດສ່ຽງທີ່ຈະເປັນໂລກເບົາຫວານ?

ໂລກເບົາຫວານນັ້ນເປັນໂລກທີ່ສາມາດຖ່າຍຖອດທາງກໍາມະພັນໄດ້ ສະນັ້ນຜູ້ທີ່ມີພີ່ນ້ອງທີ່ເປັນສາຍຕົງ ຢ່າງ ພໍ່ແມ່, ພີ່ປ່ອຍເປັນໂລກເບົາຫວານ ກໍ່ອາດຈະມີຄວາມສ່ຽງທີ່ຈະເປັນເບົາຫວານຫຼາຍຂື້ນ ເຊິ່ງວ່າຫາກມີທັງ ພໍ່ ແລະ ແມ່ທີ່ເປັນໂລກເບົາຫວານ ລຸ້ນລູກກໍ່ຈະມີຄວາມສ່ຽງເປັນ 50%

ນອກນັ້ນ ຈາກການຖ່າຍທອດທາງກໍາມະພັນແລ້ວ ຍັງມີພຶດຕິກໍາໃຊ້ວິດປະຈໍາວັນ ທີ່ເປັນປັດໄຈທີ່ອາດຈະສົ່ງຜົນໃຫ້ເປັນໂລກເບົາຫວານໄດ້ ເຊັ່ນ: ຄົນຕຸ້ຍ, ຄົນທີ່ບໍມັກອອກກໍາລັງກາຍ, ມີໄຂມັນໃນເລືອດສູງ ໂດຍກຸ່ມຄົນເຫຼົ່ານີ້ມີຄວາມສ່ຽງຕໍ່ການເປັນໂລກເບົາຫວານໄດ້,

ໂລກແຊກຊອນທີ່ເກີດຈາກໂລດເບົາຫວານ

ໂລກເບົາຫວານນັ້ນຖືວ່າເປັນໂລກຊໍ້າເຮື້ອທີ່ຈະເຂົ້າໄປປ່ຽນແປງຫຼອດເລືອດ ສົ່ງຜົນໃຫ້ຫຼອດເລືອດແຂງ ຫຼື ຕີບ ຊຶ່ງຫາກຫຼອດເລືອດໃນອະໄວຍະວະຕ່າງໆຂອງຮ່າງກາຍແຂງ ຫຼື ຕີບ ກໍ່ຈະເຮັດໃຫ້ເກີດໂລກກ່ຽວກັບອະໄວຍະວະນັ້ນໆ ເຮົາຈະເຫັນໄດ້ວ່າໂລກເບົາຫວານເປັນຈຸດເລີມຕັ້ນທີ່ເຮັດໃຫ້ເກີດໂລກແຊກຊ້ອນໄດ້ທຸກລະບົບ ໄດ້ແກ່: ລະບົບປະສາດ, ຕາ, ໄຕ, ຕັບ, ຫົວໃຈ, ຫຼອດເລືອດ, ຜິວໜັງ ແລະ ປາກຊ່ອງຄອດເປັນຕົ້ນ.

 ຂອບໃຈທີ່ມາ:  ວາລະສາອັບເດດ 


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ









Post Bottom Ad