ວິທີການຮັກສາໂຕໃນໄລຍະເປັນຮອບເດືອນມີຫຍັງແນ່ ສາວໆຢ່າປະໝາດກົດອ່ານເລີຍ!!!! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ວິທີການຮັກສາໂຕໃນໄລຍະເປັນຮອບເດືອນມີຫຍັງແນ່ ສາວໆຢ່າປະໝາດກົດອ່ານເລີຍ!!!!


 ໃນໄລຍະເປັນຮອບເດືອນຂອງແມ່ຍິງເຮົາ ເປັນໄລຍະທີ່ເຮັດໃຫ້ສຸຂະພາບອ່ອນເພຍ ອຶດອັດ ອາລົມບໍ່ດີ ເປັນທຳມະຊາດຂອງແມ່ຍິງ ມື້ນີ້ ແອດມິນເລີຍຂໍເອົາບົດຄວາມດີໆມາເຜີຍແພ່ໃຫ້ແມ່ຍິງລາວເຮົາໄດ້ຮູ້ວິທີການຮັກສາໂຕໃນໄລຍະເປັນຮອບເດືອນຕ້ອງປະຕິບັດໂຕແນວໃດຈະດີຕໍ່ສຸຂະພາບ.

   

ກິນອາຫານໃຫ້ຄົບຫ້າໝູ່ ຮັກສາຮ່າງກາຍໃຫ້ມີຄວາມອົບອຸ່ນ ໂດຍສະເພາະອາຫານແມ່ນ ກິນ ຜັກໃບຂຽວ. ແມ່ຍິງຫຼາຍຄົນ ທີ່ມີຮອບປະຈຳເດືອນ ຫຼາຍຄົນ ອາດຈະກິນເຂົ້າບໍ່ລໍາກິນນໍ້າບໍ່ແຊບ, ສ່ວນໃຫຍ່ກໍ່ມັກຈະຢາກກິນຂອງເຜັດ ຂອງສົ້ມຕ່າງໆ. ເພາະສະນັ້ນ, ການທີ່ຈະເລືອກກິນອາຫານທີ່ເປັນປະໂຫຍດ ກັບຮ່າງກາຍ ເວລາເສຍເລືອດ ແມ່ນສຳຄັນ.




ໝາກໄມ້ທີ່ມີວິຕາມິນຊີສູງ: ອັນນີ້ຈະຖືກໃຈ ສາວໆ ທີ່ມີຮອບປະຈຳເດືອນ. ຄວນຈະຈັດຫາມາໄວ້ເລີຍ ເຊັ່ນວ່າ ໝາກກ້ຽງ, ໝາກມ່ວງ, ໝາກອາງຸ່ນ. ແນະນຳວ່າ ຖ້າເປັນໄປເລືອກໝາກໄມ້ບ້ານເຮົາ ກໍ່ຈະເປັນການດີ ເພາະບາງຄັ້ງ ໝາກໄມ້ນໍ້າເຂົ້າ ອາດຈະມີສານເຄມີຫຼາຍ.



ນ້ຳຊາຮ້ອນ ນ້ຳເຕົ່າຮູ້ຮ້ອນ ໂກໂກ້ຮ້ອນ ນົມຮ້ອນ ນ້ຳອຸ່ນໆຈະຊ່ວຍໃຫ້ອາລົມຜ່ອນຄາຍໄດ້ດີເຊັ່ນກັນ: ຫຼີກລ້ຽງ ການກິນເຢັນໄປເລີຍ ໃນໄລຍະມີປະຈຳເດືອນ ເພາະວ່າ ມັນຈະສົ່ງຜົນບໍ່ດີຕໍ່ສຸຂະພາບ. ການກິນຮ້ອນ ນຸ່ງອຸ່ນ ຈະດີຕໍ່ສຸຂະພາບທີ່ສຸດ.  ເພາະສະນັ້ນ, ຕ້ອງຕົ້ມນໍ້າຮ້ອນ ຫຼື ສຽບປັກໝໍ້ນໍ້າຮ້ອນໄວ້ເລີຍ ເພື່ອຈະໄດ້ຊົງນໍ້າຮ້ອນໄວ້ກິນໄດ້ທັນທີ.


ແລະທີ່ສຳຄັນແລ້ວແມ່ນ ຕ້ອງຮັກສາຄວາມສະອາດນ້ອງນ້ອຍໃຫ້ສະອາດ ພັກຜ່ອນໃຫ້ພຽງພໍ. ອີກເທື່ອໜື່ງ ຕ້ອງ ງົດເວັ້ນການດື່ມທາດເຫລົ້າເບຍເຄື່ອງດື່ມເຢັນໆ . 

ພ້ອມດຽວກັນນີ້, ການໃຊ້ຜະລິດຕະພັນທີ່ມີຄຸນນະພາບ ແລະ ເຫມາະສົມກັບຂະຫນາດຂອງນ້ອງນ້ອຍນຳ ເພື່ອປ້ອງກັນບໍ່ໃຫ້ເກີດຮອຍເປິະເປື້ອນນຳເຄື່ອງນຸ່ງນຳອີກ.




ສຸດທ້າຍ, ຕ້ອງຮູ້ຈັກ ຄວບຄຸມ ອາລົມໃຫ້ ດີ ເພາະວ່າ ແນ່ນອນ ໄລຍະປະຈຳເດືອນນີ້ ສາວໆຈະງຸດງິດໄດ້ງ່າຍ, ຖ້າຜູ່ຊາຍທີ່ກຳລັງອ່ານຂໍ້ຄວາມນີ້ ກໍ່ຕ້ອງໄດ້ເຂົ້າໃຈ ແລະ ຫາວິທີຊ່ວຍໃຫ້ ສາວໆ ອາລົມດີ ດ້ວຍກັນ ເປີດເພງທີ່ລາວມັກ. ພາໄປນັ່ງຈິບນໍ້າຮ້ອນ ເບົາໆ ແລະ ໃຫ້ກຳລັງໃຈນັ້ນຄືສິ່ງສຳຄັນ.

ກະຂໍໃຫ້ແມ່ຍິງລາວເຮົາຮັກສາສຸຂະພາບຮ່າງກາຍແລະຈິດໃຈໃຫ້ແຂງແຮງ ແລະ ມີຄວາມສຸກ.
ຈາກຄວາມຫວ່ງໃຍແອດມິນເພຈ໌ ປະກາດ.







________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ











Post Bottom Ad