ເຈັບທ້ອງປະຈໍາເດືອນ ທ່ານສາມາດບັນເທົາອາການໄດ້ງ່າຍໆ ດ້ວຍວິທີເຫຼົ່ານີ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຈັບທ້ອງປະຈໍາເດືອນ ທ່ານສາມາດບັນເທົາອາການໄດ້ງ່າຍໆ ດ້ວຍວິທີເຫຼົ່ານີ້



ທ່ານຍິງກັບ ການມີປະຈໍາເດືອນຖືໄດ້ວ່າເປັນເລື່ອງປົກກະຕິ ແຕ່ສາວໆຫຼາຍຄົນເມື່ອມີປະຈໍາເດືອນແລ້ວມັກຈະມີອາການເຈັບທ້ອງປະຈໍາເດືອນຢ່າງທຸກທໍລະມານ ມື້ນີ້ເຮົາກໍ່ເລີຍມີວິທີ່ບັນເທົ່າອາການ ເຈັບທ້ອງປະຈໍາເດືອນງ່າຍໆ ມາຝາກທ່ານລອງເອົາໄປເຮົາຕາມນອກຈາກຈະດີຕໍ່ສຸຂະພາບແລ້ວ ຍັງຊ່ວຍບັນເທົ່າອາການປວດທ້ອງໄດ້ດີອີກດ້ວຍ ໄປເບິ່ງກັນເລີຍວ່າມີວິທີໃດແດ່
ການຄວບຄຸມນໍ້າໜັກ
ເນື່ອງຈາກຮໍໂມນພາຍໃນຮ່າງການທ່ານຍິງ ຖືກຜະລິດມາຈາກເຊວທີ່ມີບົດບາດໜ້າທີ່ໃນການຜະລິດໄຂມັນ ຫາກວ່າຮ່າງກາຍຂອງສາວໆມີປະລິມານໄຂມັນສະສົມຫຼາຍຈົນເກິນໄປ ຮໍໂມນເອສໂຕເຈນກໍ່ສາມາດຖືກສ້າງຂື້ນເພິ່ມຕາມໄປນໍາ ຈົນເກີດຄວາມບໍ່ສົມດຸນທາງດ້ານຮໍໂມນ ແລະ ສົ່ງຜົນເຮັດໃຫ້ມີອາການເຈັບມົດລູກໃນຂະນະທີ່ມີປະຈໍາເດືອນໄດ້ ດັ່ງນັ້ນ, ຖ້າສາວໆ ມີນໍ້າໜັກຕົວຫຼາຍຈົນເກີນໄປ ກໍ່ຄວນຫຼຸດນໍ້າໜັກ ຫຼື ຄວບຄຸມນໍ້າໜັກ ໃຫ້ຢູ່ໃນເກນທີ່ເໝາະສົມຢຸູ່ສະເໜີຈະເປັນການດີທີ່ສຸດ
ດືມນໍ້າອຸ່ນຫຼາຍໆ

ເພາະການດືມນໍ້າອຸ່ນຈະຊ່ວຍໃຫ້ລະບົບໄຫຼວຽນເລືອດເຮັດວຽກໄດ້ດີ ແລະ ຍັງສົ່ງຜົນເຮັດໃຫ້ຮູ້ສຶກຜ່ອນຄາຍ ນອກຈາກນໍ້າອຸ່ນແລ້ວສາວໆ ຍັງສາມາດດືມນໍ້າສະໝຸນໄພໄດ້ອີກດ້ວຍ ເຊັ່ນ: ຄາໂມມາຍ; ນໍ້າຂີງ, ນໍ້າສີໄຄ ເຄື່ອງດືມເຫຼົ່ານີ້ຈະຊ່ວຍບັນເທົ່າອາການເຈັບທ້ອງປະຈໍາເດືອນລົງໄດ້

ປະຄົບທ້ອງດ້ວຍນໍ້າຮ້ອນ
ການປະຄົບດ້ວຍຖົງນໍ້າຮ້ອນຈະຊ່ວຍສ້າງຄວາມຮູ້ສຶກຜ່ອນຄາຍໄດ້ເປັນຢ່າງດີ ໂດຍນໍາຜ້າຮອງໄວ້ 1 ຊັ້ນ ຈາກນັ້ນວາງຖົງນໍ້າຮ້ອນມາວາງໄວ້ທີ່ໜ້າທ້ອງ ກໍ່ຈະຊ່ວຍລົດອາການເຈັບທ້ອງໃຫ້ດີໄດ້
ການກິນກ້ວຍ
ກ້ວຍເປັນໝາກໄມ້ທີ່ອຸດົມໄປດ້ວຍ ໂພເທສຊຽມສູງ ສາວໆທີ່ກິນກ້ວຍເປັນປະຈໍາ ບໍ່ພຽງແຕ່ຈະຊ່ວຍໃນເລື່ອງການຫຼຸດນໍ້າໜັກເທົ່ານັ້ນ ແຕ່ຍັງດີຕໍ່ຊ່ວງເປັນປະຈໍາເດືອນນໍາອີກ ດັ່ງນັ້ນ, ໝັ່ນກິນກ້ວຍເປັນປະຈໍາສະໝໍ່າສະເໜີຈະຕໍ່ຮ່າງກາຍຂອງທ່ານ
ບໍ່ຄວນດືມເຄື່ອງດືມບາງຊະນິດ
ທ່ານຄວນຫຼີເວັ້ນເຄື່ອງດືມປະເພດ ກາເຟ, ນໍ້າອັດລົມ ແລະ ບໍ່ຄວນກິນຊ໊ອກໂກແລັດ ເພາະມັນມີສ່ວນ
ຜະສົມຂອງຄາເຟອິນ ໂດຍສ່ວນຜະສົມດັ່ງກ່າວ ຈະເຮັດໃຫ້ອາການເຈັບທ້ອງປະຈໍາເດືອນຮຸ່ນແຮງຂື້ນ

ງົດກິນອາຫານຈືນດ້ວຍນໍ້າມັນ
ໂດຍປົກກະຕິແລ້ວຮ່າງກາຍເຮົາຈະຜະລິດສານຊະນິດໜຶ່ງຂື້ນມາຕາມທໍາມະຊາດເພື່ອໃຫ້ກ້າມເນື້ອມົດລູກເກີດການປັບຕົວເພື່ອຂັບເອົາເລືອດປະຈໍາເດືອນອອກມາໄດ້ງ່າຍ ແຕ່ຫາກສາວໆກິນອາຫານຈໍາພວກຈືນດ້ວຍນໍ້າມັນ ຫຼື ອາຫານທີ່ມີນໍ້າມັນຫຼາຍ ກໍ່ຈະສົ່ງຜົນເຮັດໃຫ້ຮ່າງກາຍຜະລິດສານດັ່ງກ່າວອອກມາຫຼາຍຈົນເກີນໄປ ສົ່ງຜົນໃຫ້ກ້າມເນື້ອມົດລູກປັບຕົວແຮງຂື້ນ ຊຶ່ງຈະມີຜົນເຮັດໃຫ້ອາການເຈັບທ້ອງຮ້າຍແຮງຂື້ນ
          ເປັນແນວໃດ ສາວໆ ນອກຈາກນີ້ແລ້ວ ຢ່າລືມໜັ່ນອອກກໍາລັງກາຍສະໝໍ່າສະເໜີ ເພາະການອອກກໍາລັງການຖືວ່າດີຕໍ່ສຸຂະພາບ ແລະ ສາມາດຊ່ວຍປ້ອງກັນບໍ່ໃຫ້ທ່ານເຈັບທ້ອງປະຈໍາເດືອນແຮງໄດ້ອີກດ້ວຍ, ສໍາລັບສາວໆທ່ານໃດທີ່ມີປະຈໍາເດືອນຮ່ວມກັບອາການເຈັບທ້ອງເລືອຍໆ ຢາປ່ອຍໃຫ້ຕົວເອງທໍລະມານອີກຕໍ່ໄປ ເຮັດຕາມວິທີບັນເທົາອາການເຈັບທ້ອງປະຈໍາເດືອນຂອງເຮົາ ໄດ້ຜົນແນ່ນອນ
ຂອບໃຈທີ່ມາ:  ສີນຸກ 
________

ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ









Post Bottom Ad