ບົດຮຽນທີ່ຄວນຮູ້ ອາຫານຕາມສັ່ງທີ່ແອບແຝງມາກັບພະຍາດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ບົດຮຽນທີ່ຄວນຮູ້ ອາຫານຕາມສັ່ງທີ່ແອບແຝງມາກັບພະຍາດ



ເຊື່ອວ່າທ່ານຜູ້ອ່ານຫຼາຍຄົນຄືຊິປະຕິບັດກັນມາແບບນີ້ມາແລ້ວຫຼາຍສົມຄວນ ນັ້ນກໍ່ຄືອາຫານຈານດ່ວນ, ອາຫານຕາມສັ່ງຕ່າງໆທີ່ເຮົາຄິດບໍ່ເຖິງວ່າຈະມີພາຍຮ້າຍແອບແຝງມານຳ ສະນັ້ນມື້ນີ້ຈິ່ງນຳເອົາອາຫານບາງລາຍການທີ່ຮີດປິດປາກໃຜຫຼາຍໆຄົນມາບອກ ເພື່ອເຕືອນໂຕເອງ.


1. ເຂົ້າໝູແດງ, ໝູກອບ: ອາຫານສອງຊະນິດນີ້ໂດຍທົ່ວໄປແລ້ວຄົນມັກກິນເປັນປະຈຳທຸກວັນ ຊຶ່ງເປັນຄວາມຈິງທີ່ຊິ້ນໝູນັ້ນບໍ່ໄດ້ໃສ່ສານເຈືອປົນລົງໄປ ແຕ່ໝູແດງກັບໝູກອບນັ້ນມີກຳມະວິທີໃນຫຼາຍຂັ້ນຕອນໂດຍສະເພາະໝູກອບ ຕ້ອງຈືນເອົາໂດຍໃຊ້ຊີ້ນໝູ 3 ຊັ້ນ ກິນແລ້ວເຮັດໃຫ້ຕຸ້ຍຂຶ້ນຄູນ 2 ແບບບໍ່ຕ້ອງສົງໄສ ນອກຈາກນ້ຳມັນໃນໝໍ້ທີ່ໃຊ້ຈືນແລ້ວ ຍັງມີນ້ຳມັນໝູທີ່ຢູ່ຕາມຊີ້ນເພີ່ມເຂົ້າໄປອີກ ທີ່ອັນຕະລາຍກວ່ານັ້ນແມ່ຄ້າມັກເອົາໄປຈືນໃນນ້ຳມັນເກົ່າທີ່ໃຊ້ແລ້ວ ຊຶ່ງມີຄວາມສ່ຽງທີ່ສຸດໃນການກໍ່ມະເຮັງ, ນອກຈາກນີ້ຂັ້ນຕອນການໝັກໃຫ້ໄດ້ລົດຊາດກໍ່ເຮັດໃຫ້ມີປະລິມານໂຊດຽມສູງສົມຄວນ ຖ້າກິນດຸຫຼາຍ ໂລກໄຕຖາມຫາແນ່ນອນ.


2. ຂົ້ວໝີ່ກອບ: ເສັ້ນໝີ່ເປັນແປ້ງທີ່ເອົາໄປຈືນຈົນກອບ ແນ່ນອນມັນເພີ່ມແຄລໍຣີຢູ່ແລ້ວບວກກັບນ້ຳມັນທີ່ເອົາມາຂົ້ວອີກ ຄືຄາບອາຫານນັ້ນທ່ານກິນແປ້ງ ແລະໄຂມັນຈຳນວນມະຫານເຂົ້າໄປໃນຮ່າງກາຍໂດຍບໍ່ຮູ້ຕົວ ຖ້າໃຜມັກກິນໝີ່ກອບເປັນປະຈຳໂລກອ້ວນ, ໄຂມັນອຸດຕັນເສັ້ນເລືອດ ແລະໂລກອີກຫຼາຍຢ່າງນຳມາແທ້!!!



3. ສຸກກີ້: ສຸກກີ້ເປັນອາຫານຍອດນິຍົມຂອງຄົນໃນເມືອງ ຄວາມຈິງໃນສຸກກີ້ມີແຕ່ຜັກ ແລະເສັ້ນລ້ອນ ຄົນທັງຫຼາຍຈິ່ງຄິດວ່າເປັນອາຫານເພື່ອສຸຂະພາບກໍ່ແມ່ນຢູ່ ແຕ່ຢ່າລືມຄຳນຶງເຖິງຜົນເສຍຂອງມັນ ແມ່ນຢູ່ທີ່ຊັອດທີ່ໃຊ້ກິນນຳ ຍິ່ງຖ້າຄົນມັກລົດຊາດເຂັ້ມຂຸ້ນເຄັມ, ຫວານ, ສົ້ມ, ເຜັດປະສົມໃສ່ ກິນແບບນີ້ເລື້ອຍໆໂລກເບົາຫວານ, ໂລກໄຕມາຫາໄດ້ຄືກັນເດີ.




ຢ່າງໃດກໍ່ຕາມອາຫານພວກນີ້ບໍ່ແມ່ນວ່າຈະອັນຕະລາຍຮ້າຍແຮງເຖິງຂັ້ນໃຫ້ຢຸດເຊົາ ແຕ່ຕ້ອງປ່ຽນອາຫານການກິນໃນແຕ່ລະວັນ ດົນໆກິນເທື່ອໜຶ່ງຈິ່ງບໍ່ເປັນພິດໄພຕໍ່ສຸຂະພາບ ແຖມເຮັດໃຫ້ຮ່າງກາຍໄດ້ຮັບສານອາຫານທີ່ຫຼາກຫຼາຍ ບໍ່ເນັ້ນໄຂມັນ, ຄວາມເຄັມ ຫຼື ນ້ຳຕານຫຼາຍຈົນເກີນໄປທ່ານກໍ່ຈະຫຼຸດຄວາມສ່ຽງຈາກໂລກຮ້າຍຕ່າງໆໄດ້ ແລະມີສຸຂະພາບດີຂຶ້ນອີກດ້ວຍ.

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad