ລາວ-ຈີນ ຮ່ວມວາງມາດຕະການໃຫ້ເຄັ່ງຂຶ້ນ ເພື່ອສົ່ງເສີມການປູກກ້ວຍສົ່ງອອກທີ່ໄດ້ມາດຖານ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລາວ-ຈີນ ຮ່ວມວາງມາດຕະການໃຫ້ເຄັ່ງຂຶ້ນ ເພື່ອສົ່ງເສີມການປູກກ້ວຍສົ່ງອອກທີ່ໄດ້ມາດຖານ





ກ້ວຍນັບວ່າເປັນພືດກະສິກຳທີ່ມີທ່າແຮງຢູ່ບັນດາແຂວງພາກເໜືອ ແຕ່ທີ່ຜ່ານມາການຜະລິດມີບັນຫາ ເນື່ອງຈາກບໍ່ໄດ້ວາງມາດຕະການຮັດກຸມແຕ່ເບື້ອງຕົ້ນ ຈິ່ງເຮັດໃຫ້ຫຼາຍບໍລິສັດຕ້ອງຢຸດການປູກເປັນການຊົ່ວຄາວ  ສະນັ້ນ ເພື່ອເປັນການສົ່ງເສີມການປູກກ້ວຍໃຫ້ສາມາດສ້າງລາຍໄດ້ແກ່ປະເທດຊາດ ແລະປະຊາຊົນຢ່າງແທ້ຈິງ ທັງຖືກຕ້ອງຕາມຫຼັກວິຊາການ ແລະເປັນມິດກັບສິ່ງແວດລ້ອມ ຈາກນີ້ທັງສອງຝ່າຍລາວ-ຈີນ ຈິ່ງຈັດກອງປະຊຸມຮ່ວມກັນໃນຕອນແລງຂອງວັນທີ 22 ພະຈິກ 2017 ຢູ່ທີ່ພະແນກກະສິກຳ ແລະ ປ່າໄມ້ ແຂວງຫລວງນ້ຳທາເພື່ອປຶກສາຫາລືມາດຕະການຈັດຕັ້ງປະຕິບັດການຜະລິດກ້ວຍເປັນສິນຄ້າເພື່ອສົ່ງໄປ ສ ປ ຈີນ ໂດຍການເປັນປະທານ ຂອງທ່ານ  ພິມແກ້ວ ທຳລະສີນ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນ້ຳທາ,ທ່ານ ບຸນຈັນ ກົມ ບຸນຍະສິດ ຮອງກົມປູກຝັງກະຊວງກະສິກຳ ແລະ ປ່າໄມ້, ທ່ານ ເຈິນຢຸນຢອງ ຮອງພະແນກສຸ ຂະອາ ນາໄມພືດແຂວງຢູນານ ສປ ຈີນ,ພາກສ່ວນທີ່ກ່ຽວຂອງ ແລະ ຜູ້ປະກອບການຈາກແຂວງຫຼວງນ້ຳ ທາ,ແຂວງອຸດົມໄຊ ແລະ ແຂວງບໍ່ແກ້ວເຂົ້າຮ່ວມ.



ກອງປະຊຸມຄັ້ງນີ້ທັງສອງຝ່າຍມີຈຸດມຸ້ງຫວັງວ່າ ຈະຊ່ວຍໃຫ້ຂະບວນການປູກກ້ວຍຢູ່ລາວສົ່ງໄປຍັງປະເທດຈີນໃຫ້ ມີຄວາມສະດວກປ່ອດໄພ ທັງຮັບປະກັນຄວາມປອດໄພດ້ານຊີວະນາໆພັນໃຫ້ແກ່ການຜະລິດກະສິກຳ, ໂດຍອີງໃສ່ຜົນການວິໄຈການສຳຫຼວດປະເມີນຄວາມສ່ຽງສັດຕູພືດທີ່ເປັນອັນຕະລາຍ, ອົງການບໍລິຫານ ການຄຸ້ມຄອງ, ກວດກາຄຸນນະພາບ ແລະ ການກັກກັນພືດ ແລະ ສັດແຫ່ງ ສປ ຈີນ ແລະ ກະຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປລາວ ໄດ້ປຶກສາຫາລື, ຕົກລົງກ່ຽວກັບ ຂໍ້ກຳນົດ ເງື່ອນໄຂ ດ້ານສຸຂະອານາໄມ ກ່ຽວກັບການສົ່ງອອກ ໝາກກ້ວຍ ສປປລາວ ໄປຍັງ ສປ ຈີນນັ້ນ, ໄດ້ວາງຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມ ກ່ຽວກັບ ການສົ່ງອອກໝາກກວ້ຍຂອງ ສປປລາວ ໄປຍັງ ສປຈີນມີ 9 ມາດຕາ , ເຊີ່ງໄດ້ນຳມາປຶກສາຫາລືກັນລະຫວ່າງສອງຝ່າຍໃນການຈັດຕັ້ງປະຕິບັດແຕ່ລະຂັ້ນຕອນຂອງການຜະລິດກ້ວຍໃຫ້ຖືກຕາມຫຼັກສຸຂານາໄມທີ່ໄດ້ກຳນົດໄວ້ເຊັ່ນ: ໝາກກ້ວຍທີ່ມີຄຸນນະພາບຕາມຫຼັກວິຊາການຕ້ອງແມ່ນໝາກກ້ວຍທີ່ເລີ່ມແຕ່ຫຼັງຈາກມື້ອອກດອກພາຍໃນ 10 ຫາ 11 ອາ ທິດ ແລະ ຮອດເວລາເກັບກ່ຽວທີ່ຍັງບໍທັນສຸກ ທຸກໆຫມາກກ້ວຍສຸກເຫລືອງລ້ວນແຕ່ບໍ່ອະນຸຍາດສົ່ງອອກໄປຈີນ ຫມາກກ້ວຍທີ່ສົ່ງອອກໄປຍັງ ສປ ຈີນຕ້ອງໃຫ້ສອດຄ່ອງກັບເງື່ອນໄຂດ້ານສຸຂະອະນາໄມພຶດຕາມລະບຽບກົດຫມາຍຂອງ ສປ ຈີນ, ບໍ່ອະນຸຍາດຫມາກກ້ວຍທີ່ຕິດແປດພະຍາດອັນຕະລາຍ, ບໍ່ໃຫ້ມີກິ່ງງ່າ, ໃບ ແລະ ດີນຕິດມານຳ. ພ້ອມທັງສົ່ງອອກໄປຈີນຕາມດ່ານທີ່ໄດ້ກຳນົດໄວ້.




ຫມາກກ້ວຍທີ່ສົ່ງອອກໄປຈີນແມ່ນບໍ່ອະນຸຍາດໃຫ້ມີສານຕົກຄ້າງຈາກຢາປາບສັດຕູພຶດ ແລະ ສານພິດອື່ນໆ ທີ່ເປັນອັນຕະລາຍເກີນກວ່າມາດຕະ ຖານທີ່ລະບຽບກົດຫມາຍຂອງຝ່າຍຈີນໄດ້ກຳນົດໄວ້. ພາຍໃຕ້ການແນະນຳ ແລະ ກວດກາຈາກຝ່າຍລາວເປັນ ຕົ້ນ, ພື້ນທີ່ປູກ, ສະຖານທີ່ຫຸ້ມຫໍ່ຫມາກກ້ວຍທີ່ສົ່ງອອກໄປຈີນ ຕ້ອງປະຕິບັດມາດຕະການຄຸ້ມຄອງ-ຄວບຄຸມພະຍາດ-ແມງໄມ້ຢ່າງເປັນລະບົບ, ລວມທັງຄວບຄຸມລະດັບການສຸກ, ການຫຸ້ມຫໍ່, ກວດກາ-ປ້ອງກັນພະ ຍາດ-ແມງໄມ້, ເຕັກນິກຫລັງເກັບກ່ຽວ ແລະ ອື່ນໆ ຂອງຫມາກກ້ວຍ ເພື່ອຫລີກລ້ຽງ ແລະ ຫລຸດຜ່ອນໃນລະດັບຕ່ຳສຸດຕໍ່ປະກົດການທີ່ອາດເກີດຂຶ້ນ ຂອງພະຍາດ-ແມງໄມ້ ຕາມທີ່ຝ່າຍຈີນໄດ້ກຳນົດໄວ້ ທັງຮັກສາພື້ນທີ່ປູກພືດໃຫ້ຢູ່ໃນສະພາບທີ່ສະອາດປອດໄພ.


ໃນກໍລະນີທີ່ເຫັນພື້ນທີ່ປູກ, ສະຖານທີ່ຫຸ້ມຫໍ່ ທີ່ບໍ່ຜ່ານການຢັ້ງຢືນຈາກຝ່າຍຈີນ ຫລື ບາງເທື່ອກວດພົບຫມາກກ້ວຍສຸກ ຫລື ມີກິ່ງງ່າ, ໃບ ການນຳໃຊ້ສານເຄມີ ແລະ ສານຕົກຄ້າງທີ່ເປັນອັນຕະລາຍອື່ນເກີນກວ່າມາດຕະຖານກຳນົດໄວ້ ແລະ ອື່ນໆ ຝ່າຍຈີນຈະບໍ່ອະນຸຍາດໃຫ້ຫມາກກ້ວຍຊຸດນີ້ນຳເຂົ້າໄດ້. ຖ້າຫາກວ່າຕິດແປດພະຍາດລັກສະນະອັນຕະລາຍທີ່ຝ່າຍຈີນໄດ້ກຳນົດ ກໍ່ຈະສົ່ງຜົນຜະລິດຕະພັນດັ່ງກ່າວກັບຄືນ, ທຳລາຍ ຫລື ປະຕິບັດການດ້ານສຸຂານາໄມທີ່ເກີດຜົນຢ່າງອື່ນ ແລະ ກ່ອນລະດູເກັບກ່ຽວຫມາກກ້ວຍໃນແຕ່ລະປີ ຝ່າຍຈີນຈະສົ່ງທີມງານວິຊາການກັກກັນພືດມາລາວ ເພື່ອດຳເນີນການສຳຫລວດ ແລະ ວິເຄາະພື້ນທີ່ລ່ວງຫນ້າ, ກວດກາ ແລະ ປະເມີນຜົນການປູກກ້ວຍ, ປຸງແຕ່ງ, ເກັບຮັກ ສາ ຕະຫລອດຮອດລະບົບການສົ່ງອອກດ້ານສຸຂະນາໄມ ຢູ່ ສປປ ລາວ ທັງສອງຝ່າຍຜ່ານການປຶກສາຫາລື ເຫັນດີຕົກລົງຈະໄດ້ຮ່ວມກັນຈັດຕັ້ງປະຕິບັດຕາມຂໍ້ກຳນົດໃຫ້ໄດ້ໃຫ້ໄດ້ຢ່າງເຂັ້ມງວດ ເປັນການຮັບປະກັນສິນ ຄ້າມີຄຸນນະພາບທີ່ສົ່ງອອກຖືກຕ້ອງຕາມຫລັກວິຊາການເຮັດໃຫ້ຜູ້ບໍລິໂພກມີຄວາມປອດໄພ.



ຂ່າວ : ມຸນຕີ.
____
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ






Post Bottom Ad