ມີຄຳສັ່ງແຕ່ງຕັ້ງເຈົ້າແຂວງອັດຕະປືຄົນໃໝ່ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມີຄຳສັ່ງແຕ່ງຕັ້ງເຈົ້າແຂວງອັດຕະປືຄົນໃໝ່




ແຂວງອັດຕະປືໄດ້ມີການປະກາດແຕ່ງຕັ້ງເຈົ້າແຂວງອັດຕະປື ແລະ ມອບຮັບໜ້າທີ່ເຈົ້າແຂວງ ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ເປັນທີ່ຮຽບຮ້ອຍແລ້ວໃນຕອນບ່າຍ ວັນທີ 21/11/2017 ນີ້ ທີ່ຫໍປະຊຸມໃຫຍ່ຂອງແຂວງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງ ສູນກາງພັກ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປລ ພ້ອມດ້ວຍບັນດາທ່ານ ຄະນະນຳຈາກສູນກາງ ແລະ ອອ້ມຂ້າງແຂວງ ເຂົ້າຮ່ວມ.



ໃນພິທີທ່ານ ນາງ ບຸດສະດີ ທະນະເມືອງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັຕັ້ງສູນກາງພັກ ໄດ້ຂື້ນຜ່ານ ຄຳສັ່ງຂອງນາຍົກລັດຖະມົນຕີ, ຜ່ານມະຕິຕົກລົງຂອງກົມການເມືອງ ແລະ ຜ່ານລັດຖະດຳລັດຂອງນາຍົກລັດຖະມົນຕີ , ຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍ ທ່ານດຣ ນາມ ວິຍາເກດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື ຜູ້ເກົ່າ ໄປຮັບໜ້າທີ່ໃໝ່່ ຢູ່ສະພາວິທະຍາສາດ ສັງຄົມແຫ່ງຊາດ ແລະ ຕົກລົງແຕ່ງຕັ້ງທ່ານ ເລັດ ໄຊຍະພອນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ຂື້ນເປັນເລຂາພັກແຂວງ ເຈົ້າແຂວງອັດຕະປື ຜູ້ໃໝ່.


ໂອກາດດັ່ງກ່າວ ທ່ານດຣ ນາມ ວິຍາເກດ ກໍ່ໄດ້ຂື້ນສະຫຼຸບຫຍໍ້ກ່ຽວກັບວຽກງານພາຍໃນແຂວງອັດຕະປື ຕະຫຼອດໄລຍະການຊີ້ນຳໆພາໃນໄລຍະທີ່ທ່ານດຳລົງຕຳແໜ່ງ 3 ປີກວ່າຜ່ານມາ ພ້ອມທັງກ່າວມອບໜ້າທີ່ ໃຫ້ເຈົ້າແຂວງຜູ້ໃໝ່ ຈາກນັ້ນ ທ່ານ ເລັດ ໄຊຍະພອນ ເລຂາພັກແຂວງ ເຈົ້າແຂວງອັດຕະປືຜູ້ໃໝ່ ກໍ່ໄດ້ຂື້ນກ່າວຮັບໜ້າທີ່ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເຈດຕະລົມຂອງທ່ານເຈົ້າແຂວງຜູ້ເກົ່າ ໃນການຮັກສາທ່ວງທ່າ ອັດຕາຈະເລີນເຕີບໂຕທາງດ້ານເສດຖະກີດ ຂອງແຂວງ, ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ, ບັນຫາຢາເສບຕິດ ລວມທັງການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ພ້ອມນັ້ນ ກໍ່ໄດ້ມີພິທີ ເຊັນບົດບັນທືກ ມອບ - ຮັບ ໜ້າທີ່ ຢ່າງເປັນທາງການ.



ໃນຕອນທ້າຍຂອງພິທີ ທ່ານ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປລ ກໍ່ໄດ້ມີຄຳເຫັນໂອ້ລົມ ບັນຫາສຳຄັນທ່ານໄດ້ຍົກໃຫ້ເຫັນ ເຖິງຄວາມຈຳເປັນ ໃນການສັບຊ້ອນ ພະນັກງານການນຳຂັ້ນສູງ ໃນຄັ້ງນີ້ ໂດຍອີງໃສ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ນອກຈາກນັ້ນທ່ານກໍ່ໄດ້ຮຽກຮ້ອງໃຫ້ເຈົ້າແຂວງຜູ້ໃໝ່ ຕ້ອງມີວິໃສທັດໃນການເບິ່ງບັນຫາ ເພີ່ມທະວີຄວາມສາມັກຄີເປັນເອກະພາບ ໃນການນຳພາໝູ່ຄະນະ ເສີມຂະຫຍາຍຈຸດດີ, ແກ້ໄຂຈຸດອ່ອນ ໃນການຄູ້ມຄອງລັດ ຄູ້ມຄອງເສດຖະກິດສັງຄົມ ປັບປຸງແບບແຜນນຳພາ, ແບບແຜນດຳລົງຊີວິດ, ເປັນແບບຢ່າງແກ່ມະຫາຊົນ ສ້າງໄດ້ຄວາມເຊື່ອໝັ້ນ ແລະ ເສີມຂະຫຍາຍມູນເຊື້ອທີ່ດີຂອງແຂວງ ເພື່ອນຳພາ ແລະ ປຸກລະດົມກຳລັງແຮງຂອງສັງຄົມ ພ້ອມກັນສ້າງສາພັດທະນາແຂວງອັດຕະປື ເດີນໄປຂ້າງໜ້າ ດ້ວຍບາດກ້າວທີ່ໜັກແໜ້ນ %

ແຫຼ່ງຂ່າວ ຈາກອັດຕະປືອອນລາຍ


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad