ລວງຄອງເໝືອງ ເພື່ອສະໜອງນ້ຳໃນການຜະລິດລະດູແລ້ງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລວງຄອງເໝືອງ ເພື່ອສະໜອງນ້ຳໃນການຜະລິດລະດູແລ້ງ



ຫ້ອງການ​ກະສິກຳ ແລະ ປ່າໄມ້ ເມືອງ​ນາ​ຊາຍ​ທອງ ນະຄອນຫຼວງວຽງ​ຈັນ ຮ່ວມ​ກັບ​ຊາວ​ກະສິກອນ​ຜູ້​ທີ່​ນຳ​ໃຊ້​ນ້ຳ​ຊົນລະປະທານ ພ້ອມກັນ​ສ້າງ​ຂະ​ບວນ​ການ​ອະນາໄມ​ລວງ​ຄອງເໝືອງ ແລະ ວັນ​ເປີດ​ນ້ຳ​ຊົນລະ​ປະທານ ໃນ​ການ​ຕອບ​ສະໜອງ​ນ້ຳ​ໃຫ້​ພໍ່​ແມ່​ປະຊາຊົນຮັບ​ໃຊ້​ການຜະລິດ​ລະດູ​ແລ້ງ ສົກ​ປີ 2017-2018 ໂດຍ​ອີງໃສ່​ກົດໝາຍ​ຊົນ​ລະ​ປະທານ ເຊິ່ງ​ໄດ້​ກຳນົດ​ເອົາ​ວັນ​ທີ 3 ພະຈິກຂອງ​ທຸກໆ​ປີ ເປັນ​ວັນ​ຊົນ​ລະ​ປະທານ​ແຫ່ງ​ຊາດ ແລະ ເປັນ​ການ​ກວດກາ​ຄວາມ​ພ້ອມ ເພື່ອ​ຕອບສະໜອງ​ນ້ຳ​ໃຫ້​ປະຊາຊົນ​ທຳການ​ຜະລິດ​ລະດູແລ້ງ​ທົ່ວ​ເມືອງ.

ທ່ານ ຄຳ​ໄພ ພົມມະຈັນ ຫົວໜ້າ​ຫ້ອງການ​ກະສິກຳ ແລະ ປ່າໄມ້ ເມືອງ​ນາ​ຊາຍ​ທອງ ໄດ້​ກ່າວວ່າ: ແຜນການ​ຜະລິດ​ລະດູແລ້ງປີ 2017-2018 ທົ່ວ​ເມືອງ​ມີ​ເນື້ອທີ່​ນາແຊງ​ທັງ​ໝົດ 4.330 ເຮັກຕາ ໃນ​ນີ້ ສາມາດ​ຂຶ້ນ​ແຜນ​ອະ​ນາໄມ​ລວງ​ຄອງເໝືອງ​ໄດ້​ທັງ​ໝົດ 105 ກິໂລແມັດ ໃນ​ຈຳນວນ 6 ໂຄງການ ເຊັ່ນ: ອ່າງ​ນ້ຳ​ຊ່ວງ ອ່າງ​ນ້ຳ​ຫຸມ ອ່າງ​ຫ້ວຍ​ຊອນ-ຫ້ວຍ​ຊົ້ວ ໜອງ​ຕະ​ເລິະ ຫ້ວຍຊາຍ​ຂາວ ແລະ ຈັກສູບນ້ຳ​ແສນດິນ ສະເພາະ​ໂຄງການ​ອ່າງ​ນ້ຳຊ່ວງ​ມີ​ເນື້ອທີ່​ນາແຊງ 1.500 ເຮັກຕາ ແລະ ແຜນ​ອະນາໄມລວງ​ຄອງເໝືອງ​ມີ 20.000 ກິໂລ​ແມັດ ໃນ​ວັນ​ທີ 3 ພະຈິກ 2017 ນີ້


ແມ່ນ​ໄດ້​ອະນາໄມ​ລວງຄອງ 1CP/1 ຢູ່​ບ້ານ​ພັດທະນາ ມີຄວາມ​ຍາວ 2.200 ແມັດ ມີ​ຈຳນວນ​ຜູ້ນຳ​ໃຊ້​ນ້ຳ​ເຂົ້າ​ຮ່ວມ 200 ກວ່າ​ຄົນ ແລະ ໃນຕໍ່ໜ້າ​ແມ່ນຈະ​ໄດ້​ສືບຕໍ່​ອະນາໄມ​ລວງ​ຄອງເໝືອງ ເປັນຕົ້ນແມ່ນ​ບ້ານ​ດົງບອງ ບ້ານ​ແສນ​ດິນ ແລະ ຊົນ​ລະປະທານ​ອ່າງ​ນ້ຳ​ຫຸມ ສ່ວນວ່າອ່າງ​ຫ້ວຍ​ຊອນ-ຫ້ວຍ​ຊົ້ວ ແມ່ນໄດ້​ອະນາໄມ​ລວງ​ຄອງເໝືອງ​ສຳເລັດ​ແລ້ວ ມີ​ຄວາມ​ຍາວ 5 ກິ​ໂລແມັດ ທັງ​ເພື່ອ​ເປັນ​ການ​ຮັບ​ຕ້ອນວັນ​ທີ 3 ພະຈິກ​ຂອງ​ທຸກໆ​ປີ ເປັນວັນ​ສ້າງ​ຂະ​ບວນ​ການ​ອະນາໄມລວງ​ຄອງເໝືອງ ແລະ ເລີ່ມ​ເປີດນ້ຳ​ຊົນລະປະທານໃຫ້​ເປັນ​ປະເພນີ ແລະ ນຳໄປ​ຈັດ​ຕັ້ງ​ປະຕິບັດຢູ່​ຂັ້ນ​ເມືອງ ຂັ້ນ​ບ້ານ ເພື່ອ​ເປັນການ​ຜັນ​ຂະຫຍາຍ​ເນື້ອ​ໃນ​ຈິດໃຈ​ມະຕິ​ກອງ​ປະຊຸມ ​ຄັ້ງ​ທີ X ຂອງພັກ ແລະ ສືບຕໍ່​ການ​ສ້າງ​ຂະບວນ​ການ​ຮັກ​ຊາດ ແລະ ພັດ​ທະນາ​ຕິດ​ພັນ​ກັບ​ວຽກ​ງານ 3 ສ້າງໃຫ້​ປາກົດ​ຜົນ​ເປັນ​ຈິງ.
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad