ທ່ານ ເຈົ້າຄອງ ນວ ເຂົ້າຮ່ວມເປັນປະທານ ງານລ້ຽງອາຫານຄ່ຳ ກອງ​ປະຊຸມ​ສຸດ​ຍອດ​ສະ​ຖາບັນ​ກວດ​ສອບ​ສູງ​ສຸດ​ອາ​ຊຽນ ຄັ້ງທີ 4, ທີ່ນະຄອນຫຼວງວຽງຈັນ. - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ທ່ານ ເຈົ້າຄອງ ນວ ເຂົ້າຮ່ວມເປັນປະທານ ງານລ້ຽງອາຫານຄ່ຳ ກອງ​ປະຊຸມ​ສຸດ​ຍອດ​ສະ​ຖາບັນ​ກວດ​ສອບ​ສູງ​ສຸດ​ອາ​ຊຽນ ຄັ້ງທີ 4, ທີ່ນະຄອນຫຼວງວຽງຈັນ.


ຕອນຄ່ຳຂອງວັນທີ 6 ພະຈິກ 2017, ທີ່ໂຮງແຮມແລນມາກ ນະຄອນຫຼວງຽງຈັນ, ໄດ້ຈັດງານລ້ຽງອາຫານຄ່ຳ ຕ້ອນຮັບ ແລະ ຊົມເຊີຍຜົນສຳເລັດກອງ​ປະຊຸມ​ສຸດ​ຍອດ​ສະ​ຖາບັນ​ກວດ​ສອບ​ສູງ​ສຸດ​ອາ​ຊຽນ (ອາຊຽນຊາຍ) ຄັ້ງທີ 4, ທີ່ ນະຄອນຫຼວງວຽງຈັນ. ໂອກາດນີ້ ເປັນກຽດເຂົ້າຮ່ວມເປັນປະທານພິທີຂອງທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ-ເຈົ້າຄອງນະຄອນຫຼວງວຽງຈັນ,​ ​ທ່ານ​ນາງ ວຽງ​ທອງ ສີ​ພັນ​ດອນ ປະທານ​ອົງການ​ກວດສອບ​ແຫ່ງ​ລັດ ພ້ອມດ້ວຍ​ບັນດາ​ປະທານ ຫົວໜ້າ​ສະຖາ​ບັນ​ກວດ​ສອບ​ສູງ​ສຸດ​ອາ​ຊຽນບັນດາ​ທູດ​ປະເທດ​ເພື່ອນ​ມິດ​ປະຈຳ​ລາວ ແລະ ແຂກ​ຖືກ​ເຊີນ​ທັງພາຍ​ໃນ ແລະ ຕ່າງປະເທດ.



ສຳລັບກອງ​ປະຊຸມ​ຄັ້ງ​ນີ້ ຈຸດປະສົງແມ່ນເພື່ອສ້າງ​ຄວາມ​ສາມາດ ແລະ ສົ່ງເສີມ​ການ​ຮ່ວມ​ມື​ລະຫວ່າງ​ປະເທດ​ສະມາຊິກ ASEANSAI ດ້ວຍ​ການ​ແລກປ່ຽນ​ຄວາມ​ຮູ້ ແລະ ປະສົບ​ການ​ກ່ຽວ​ກັບ​ລະບຽບ ວິທີ​ການ​ກວດ​ສອບ​ໃນ​ຂົງເຂດ​ພາກ​ລັດ ເພື່ອ​ສ້າງ​ຄວາມເຂັ້ມແຂງ​ໃຫ້​ສະ​ຖາ​ບັນ​ກວດ​ສອບສູງ​ສຸດ ສ້າງ​ເງື່ອນໄຂ​ອຳນວຍຄວາມ​ສະດວກ​ໃຫ້​ແກ່​ການ​ຮຽນຮູ້​ລະຫວ່າງ​ປະເທດ​ສະມາຊິກ ASEANSAI ເປັນ​ສູນ​ກາງ​ຂໍ້ມູນ​ຂ່າວສານ ແລະ ຈຸດ​ເຊື່ອມ​ຕໍ່ການ​ພົວພັນລະຫວ່າງ ASEANSAI ກັບ​ອົງການ​ຈັດຕັ້ງ​ສາກົນ ແລະ ບັນດາ​ສະ​ຖາ​ບັນກວດ​ສອບ​ໃນ​ຂົງເຂດ​ການ​ກວດສອບ​ພາກ​ລັດ ASEANSAI ສ້າງຕັ້ງ​ຂຶ້ນ​ວັນ​ທີ 16 ພະຈິກ 2011 ມີ​ສະ​ຖາ​ບັນ​ກວດ​ສອບ​ສູງສຸດ 10 ປະເທດ​ອາ​ຊຽນເປັນ​ສະມາ​ຊິກ ເຊິ່ງ​ໄດ້​ພ້ອມ​ກັນ​ພັດ​ທະນາ​ຕົນ​ເອງ​ຢ່າງ​ບໍ່​ຢຸດ​ຢັ້ງ ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ໄດ້​ຕັ້ງ​ໄວ້ ໂດຍ​ສຸມໃສ່​ສ້າງ​ຄວາມ​ສາມາດ​ດ້ານ​ວິຊາ​ສະເພາະ​ກວດ​ສອບ​ຂະແໜງການ​ພາກ​ລັດ​ ໃຫ້​ບັນດາ​ສະ​ຖາບັນ​ກວດ​ສອບ​ປະເທດ​ສະມາຊິກ ປະກອບສ່ວນ​ເຂົ້າ​ໃນ​ການ​ສ້າງລັດ​ແຫ່ງ​ກົດໝາຍ ແລະ ສົ່ງເສີມການ​ປົກຄອງ​ທີ່​ດີ ນອກ​ນີ້ຍັງ​ໄດ້ເນັ້ນ​ການ​ພົວພັນ​ຮ່ວມ​ມື​ພາຍ​ໃນ-ພາຍ​ນອກ ເພື່ອ​ຍົກ​ສູງ​ບົດບາດຂອງ​ຕົນ.


ທ່ານ ສິນລະວົງ ຄຸດໄພທູນ ໄດ້ກ່າວເປີດພິທີດັ່ງກ່າວວ່າ: ນະຄອນຫຼວງວຽງຈັນ ເປັນກຽດຢ່າງສູງ ທີ່ໄດ້ຈັດງານລ້ຽງຕ້ອນຮັບ ແລະ ຊົມເຊີຍຜົນສຳເລັດຂອງກອງປະຊຸຸມ ຄັ້ງນີ້, ຊາວນະຄອນວຽງຈັນ ໄດ້ຕິດຕາມ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ຊື່ງເປັນເຫດການໜື່ງທີ່ສຳຄັນໃນການພົວພັນຮ່ວມມືລະຫວ່າງຊະມາຊິກອາຊຽນຊາຍ, ຂ້າພະເຈົ້າ ສະແດງຄວາມຊົມເຊີຍຜົນສຳເລັດຂອງກອງປະຊຸມດັ່ງກ່າວ ຊື່ງໄດ້ຮັບຮອງເອົາຫຼາຍບັນຫາສຳຄັນ ເປັນຕົ້ນ: ການແຕ່ງຕັ້ງກອງເລຂາອາຊຽນຊາຍ, ການແຕ່ງຕັ້ງຜູ້ກວດສອບເອກະສານລາຍງານການເງິນ, ການແຕ່ງຕັ້ງປະທານຂອງແຕ່ລະກຳມະການອາຊຽນຊາຍ ແລະ ຮັບຮອງເອົາແຜນການປະຕິບັດງານ ປະຈຳສົກປີ 2018-2019... ນີ້ສ່ອງແສງໃຫ້ເຫັນເຖິງການຢືນຢັນເຈດຕະນາລົມ ແລະ ການຮ່ວມມືທີ່ດີນຳກັນໃນຂົງເຂດວຽກງານກວດສອບທັງເປັນການເພີ່ມທະວີຮັດແໜ້ນສາຍພົວພັນ ແລະ ການຮ່ວມມືຂອງບັນດາປະເທດສະມາຊິກອາຊຽນຊາຍໃຫ້ແໜ້ນແຟ້ນຍີ່ງໆຂື້ນ.


______
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad