ຂ່າວກິລາ: ໃນການແຂ່ງຂັນເຮືອຊ່ວງ ນາໆ ຊາດ Lowell Southeast Asian Water Festival ຄັ້ງທີ 20 ທີ່ຈັດ ຂຶ້ນ ຢູ່ ເມືອງ Lowell Ma ສະຫະລັດອາເມລິກາ ໃນວັນທີ 8 ກໍລະກົດ 2017 ຜ່່ານມາ.
ທີມຂອງຄົນລາວ New England Top Gun Boat ສາມາດ ຄວ້າແຊ້ມໄດ້. ເຖິງວ່າຈະເປັນທີມນ້ອງໃໝ່ ທີ່ຫາກໍ່ເຂົ້າຮ່ວມການແຂ່ງຂັນນີ້ເປັນປີທີ 3 ແຕ່ກໍ່ສາມາດແຜງລິດຄວ້າແຊ້ມໄປຄອງ.
ການແຂ່ງຂັນຄັ້ງນີ້ ກໍ່ມີຫຼາຍທີມທີ່ ເປັນແທນຂອງ ລາວ, ກຳປູເຈຍ ແລະ ໄທ.
ຂອບໃຈທີ່ສຸດ ແມ່ນກັບຕັນ ທ່ານ ຜົນ ບູຣົມມະວົງ ທີ່ໄດ້ນຳພາ ທີມຂອງລາວຄວ້າແຊ້ມໃນຄັ້ງນີ້.
ຄົນລາວບໍ່ວ່າຈະແຈໃດຂອງໂລກ ກໍ່ຍັງຫວງແຫນ ແລະ ຢາກຮັກສາວັດທະນະທຳອັນດີງາມ, ໂດຍສະເພາະ ປະເພນີການແຂ່ງເຮືອຍາວ.
ຂອບໃຈຂ່າວໂດຍ: Phon Bourommavong
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



