ທາງສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ຮ່ວມກັບ ບໍລິສັດ Flypower arbi Thailand ແລະ ບໍລິສັດ ໂຄຄາໂຄລ່າ ລາວ ຈຳກັດ ຈະໄດ້ຈັດການແຂ່ງຂັນກິລາດອກປີກໄກ່ທົ່ວປະເທດ ຄັ້ງທີ 17 ຊິງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຂຶ້ນໃນລະຫວ່າງວັນທີ 03-06 ສິງຫາ 2017 ນີ້ທີ່ເດີ່ນດອກປີກໄກ່ສະໂມສອນເສດຖາ (ເດີ່ນບຶງຂະຫຍອງໃຫມ່)
ເຊິ່ງລວມມີທັງຫມົດ 14 ລາຍການແຂ່ງຂັນ
ເປີດຮັບສະຫມັກຕັ້ງແຕ່ມື້ນີ້ ວັນທີ 10 ເຖິງ ວັນທີ 31 ກໍລະກົດ 2017 ນີ້
ຄ່າສະຫມັກ ປະເພດດ່ຽວ 80,000 ກີບ ປະເພດຄູ່ 150,000 ກີບ
ລາຍລະອຽດການແຂ່ງຂັນ, ການສະຫມັກ ແລະ ເງື່ອນໄຂຂອງຜູ້ສະຫມັກ ເບິ່ງໄດ້ໃນຮູບຂ້າງລຸ່ມນີ້ ຫຼື ຈະສອບຖາມມາທີ່ເບີ 020 59193355 ໄດ້ໃນເວລາລັດຖະການ
ຂໍຂອບໃຈ
ສະຫະພັນດອກປີກໄກ່ແຫ່ງຊາດລາວ
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ


