ເຂື່ອນໄຟຟ້ານ້ຳເປິນ II ເປີດຢ່າງເປັນທາງການແລ້ວ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຂື່ອນໄຟຟ້ານ້ຳເປິນ II ເປີດຢ່າງເປັນທາງການແລ້ວ


 ໂຄງການກໍ່ສ້າງເຂື່ອນໄຟ ຟ້າຂະໜາດນ້ອຍນ້ຳເປີນ II ຕັ້ງຢູ່ບ້ານປ່າຄາໃຕ້ ເມືອງຫົວ ເມືອງ ແຂວງຫົວພັນ ໂດຍການ ລົງທຶນຂອງພາກເອກະຊົນ 100%, ໄດ້ຮັບອະນຸຍາດໃຫ້ ດຳເນີນການສຶກສາຄວາມເປັນ ໄປໄດ້, ສຳຫຼວດ - ອອກແບບ ໃນທ້າຍປີ 2012 ແລະ ໄດ້ ເລີ່ມລົງມືກໍ່ສ້າງເຂື່ອນ, ສ້າງ ແຜນປ້ອງກັນສິ່ງແວດລ້ອມ, ສັນຍາຊື້ - ຂາຍໄຟຟ້າ, ສ້າງ ສິ່ງອຳນວຍຄວາມສະດວກ ຕ່າງໆໃນຕົ້ນປີ 2014 ໂດຍ ແມ່ນກຸ່ມບໍລິສັດຍອດຈະເລີນ ກໍ່ສ້າງເປັນຜູ້ພັດທະນາໂຄງການ ຊຶ່ງມີອາຍຸສຳປະທານເບື້ອງຕົ້ນ 50 ປີ ໃນມູນຄ່າລົງທຶນທັງໝົດ 26,5 ລ້ານໂດລາສະຫະລັດ. ດ້ານເຕັກນິກເຂື່ອນໄຟ ຟ້ານ້ຳເປີນ II ໄດ້ອອກແບບ ເປັນເຂື່ອນຝາຍນ້ຳລົ້ນມີ ຄວາມຍາວ 91 ແມັດ, ກວ້າງ 30 ແມັດ, ສູງ 11 ແມັດ, ຄອງ ເໝືອງສົ່ງນ້ຳຂະໜາດ 4x2,2 ແມັດ; ຍາວທັງໝົດ 1.720 ແມັດ ໃນນີ້ມີອຸມົງຍາວ 1.520 ແມັດ, ຕິດຕັ້ງທໍ່ແຮງດັນສົ່ງນ້ຳ ລົງໃສ່ເຮືອນຈັກຍາວ 690 ແມັດ, ກໍ່ສ້າງຫ້ອງການ ແລະ ເຮືອນຈັກ 2 ຫຼັງ ໃນນີ້ເຮືອນ ຈັກມີຂະໜາດ 49x20 ແມັດ ປະກອບມີເຄື່ອງຈັກກົງຫັນພະ ລັງນ້ຳ 2 ເຄື່ອງ ແຕ່ລະເຄື່ອງມີ ກຳລັງຕິດຕັ້ງ 6 ເມກາວັດ, ມີລະບົບສາຍສົ່ງ 115 ກິໂລ ໂວນ ຍາວ 8 ກິໂລແມັດ ແລະ ສະຖານີເພື່ອເຊື່ອມຕໍ່ກັບລະ ບົບສາຍສົ່ງຂອງລັດວິສາຫະ ກິດໄຟຟ້າລາວ 1 ແຫ່ງ.


ເຂື່ອນ ແຫ່ງນີ້ມີກຳລັງຕິດຕັ້ງທັງໝົດ 12 ເມກາວັດ; ສາມາດຜະລິດ ພະລັງງານສະເລ່ຍໄດ້ 58 ລ້ານກິໂລວັດໂມງຕໍ່ປີ. ໃຊ້ເວ ລາດຳເນີນການກໍ່ສ້າງເກືອບ 3 ປີ ມາຮອດຕົ້ນປີ 2017 ການ ກໍ່ສ້າງໄດ້ສຳເລັດ ແລະ ໄດ້ທົດ ລອງເດີນເຄື່ອງໃນເດືອນ 3 ທີ່ ຜ່ານມາ. ຜ່ານການທົດລອງ ຕົວຈິງເຫັນວ່າ: ການກໍ່ສ້າງ ແລະ ການຕິດຕັ້ງເຄື່ອງຈັກ ແມ່ນຖືກຕ້ອງຕາມການອອກ ແບບ ແລະ ມາດຖານເຕັກນິກ ແລະ ໄດ້ເລີ່ມຜະລິດສະໜອງ ກະແສໄຟຟ້າໃຫ້ລັດວິສາຫະ ກິດໄຟຟ້າລາວນັບແຕ່ຕົ້ນ ເດືອນເມສາ 2017 ເປັນຕົ້ນ ມາ ເພື່ອຮັບໃຊ້ສັງຄົມ ເວົ້າສະ ເພາະເພື່ອໃຫ້ລະບົບໄຟຟ້າຢູ່ ແຂວງຫົວພັນມີສະຖຽນລະ ພາບໃນລະດັບທີ່ດີ ປ້ອງກັນ ໄຟຕົກ, ໄຟມອດໃຫ້ດີຂຶ້ນກວ່າ ເກົ່າ ທັງເປັນການປະກອບ ສ່ວນເຂົ້າໃນການພັດທະນາ ເສດຖະກິດ - ສັງຄົມແຂວງຫົວ ພັນໃຫ້ມີທ່າອ່ຽງເພີ່ມຂຶ້ນຕາມ ຈັງຫວະການຂະຫຍາຍຕົວ ຂອງໂຄງປະກອບເສດຖະກິດ. ພິທີເປີດການນຳໃຊ້ ເຂື່ອນນ້ຳເປີນ II ໄດ້ຈັດຂຶ້ນໃນ ທ້າຍເດືອນເມສາຜ່ານມານີ້ ທີ່ ເຂື່ອນດັ່ງກ່າວ ບ້ານປ່າຄາໃຕ້ ເມືອງຫົວເມືອງ ເປັນກຽດເຂົ້າ ຮ່ວມມີທ່ານ ວັນໄຊ ແພງຊຸມ ມາ ເຈົ້າແຂວງຫົວພັນ, ທ່ານ ທອງພັດ ອິນທະວົງ ຮອງລັດ ຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ມີພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ.

ຂ່າວ+ພາບ: ອາລຸນໄຊ ສິນ ສະກົດ
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad