ໂຄງການພັດທະນາການຄ້າ ໄລຍະ 2 ໄດ້ຮັບການຈັດຕັ້ງປະຕິບັດໂດຍກະຊວງອຸດສາຫະກຳ ແລະ ການຄ້າ ເພື່ອສະໜັບສະໜູນຄວາມພະຍາຍາມຂອງລັດຖະບານ ຍາດແຍ່ງດຶງດູດນັກລົງທຶນທີ່ມີຄຸນະພາບຈາກຕ່າງປະເທດ ລັດຖະບານຈະປັບປຸງ ແລະ ສ້າງສະພາບແວດລ້ອມດ້ານລະບຽບການ ທີ່ເອື້ອອຳນວຍຕໍ່ກັບການດຳເນີນທຸລະກິດໃຫ້ຫຼາຍຂຶ້ນ ໂຄງການໄດ້ຮັບການສະໜອງທຶນຈາກລັດຖະບານອົດສະຕຣາລີ ຈຳນວນ 2,5 ລ້ານໂດລາສະຫະລັດ ຫຼື ປະມານ 20 ຕື້ກີບ ຈັດຕັ້ງປະຕິບັດຮອດເດືອນກັນຍາ 2018 ເຊິ່ງໂຄງການຈະໄດ້ຊ່ວຍປັບປຸງສະພາບແວດລ້ອມ ແລະ ລະບຽບການໃນການຄຸ້ມຄອງການເຄື່ອນຍ້າຍສິນຄ້າ ແລະ ຂະແໜງການບໍລິການເປົ້າໝາຍ ເຊັ່ນ: ຂະແໜງການໂທລະຄົມ ແລະ ການຄ້າ ດ້ານກະສິກຳ ນອກນີ້ ໂຄງການຍັງໄດ້ຊ່ວຍຫົວໜ່ວຍທຸລະກິດເອກະຊົນຫຼາຍກວ່າ 200 ບໍລິສັດ ໃຫ້ມີຄວາມສາມາດໃນການແຂ່ງຂັນຫຼາຍຂຶ້ນ ຜ່ານກອງທຶນສົມທົບພາກທຸລະກິດເພື່ອຊ່ວຍໃນການເພີ່ມລາຍຮັບ ແລະ ສ້າງວຽກເຮັດງານທຳ.
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ