ແມ່ຕູ້ເພັນ ອາຍຸປະມານ 65-70 ປີ ອາໃສຢູ່ບ້ານ ນາເລົາ ເມືອງໂພນໂຮງ ແຂວງວຽງຈັນ ແມ່ຕູ້ບໍ່ມີລູກຫຼານ ແລະ ຍາດພີ່ນ້ອງ ເມື່ອສືບຖາມປະຫວັດກໍ່ໄດ້ພຽງຄາວໆວ່າ ແຕ່ກ່ອນນັ້ນເຮັດວຽກກັບວົງດົນຕີວົງໜຶ່ງເທົ່ານັ້ນ ຊຶ່ງບໍ່ຮູ້ທີ່ມາວ່າ ແມ່ນໃຜມາແຕ່ໃດ ແລະ ທີ່ໄດ້ມາອາໃສຢູ່ນີ້ກໍ່ເປັນທາງຄະນະອຳນາດການປົກຄອງບ້ານຈັດສັນໃຫ້ ດ້ວຍການຊ່ວຍເຫຼືອຈາກທາງບ້ານ.
ທາງທີມງານຂໍເປັນກຳລັງໃຈໃຫ້ຜູ້ໃຈບຸນທີ່ໄດ້ຊ່ວຍໜຶ່ງຊີວິດທີ່ຕົກທຸກໄດ້ຮັບການຊ່ວຍເຫຼືອໄດ້ທັນເວລາ
ທ່ານໃດທີ່ຢາກປະກອບສ່ວນຊ່ວຍເຫຼືອ ສາມາດສອບຖາມລາຍລະອຽດຈາກທາງມູນນິທິ ຮ່ວມໃຈ ທີ່ເບີໂທ 020 5944 4400
ເລກບັນຊີ 1621 20001 25303 6001
ຊື່ບັນຊີ: Houamchai Foundation
ປະມານ 4 ປີກ່ອນ ຜູ້ເປັນສາມີໄດ້ເຈັບປ່ວຍ ຊຶ່ງຈຳເປັນຕ້ອງໄດ້ຂາຍຊັບສິນທີ່ມີ ພ້ອມທັງທີ່ດິນ ແລະ ເຮືອນ ນັບວ່າຈົນໝົດໂຕ ແຕ່ແລ້ວພະຍາດຮ້າຍກໍ່ໄດ້ພາກຊີວິດຜູ້ເປັນສາມີໄປ ເຮັດໃຫ້ແມ່ຕູ້ເພັນຕ້ອງສູ້ຊີວິດພຽງລຳພັງ ແລະ ຊັດເຊພະເນຈອນໄປຕາມຊະຕາກຳ ຫາລ້ຽງຊີບດ້ວຍທຸກທາງ ມື້ໃດຫາໄດ້ກໍ່ໄດ້ກິນ ມື້ໃດຫາບໍ່ໄດ້ກໍ່ແມ່ນອົດ
ຈາກການບອກເລົ່າຈາກ ບ໋ອບບີ້ ຊິວິດນີ້ມີແຕ່ໃຫ້ ແລະຄວາມຈີງໃຈ ທີ່ໄດ້ຮ່ວມກັບ ມູນນິທິຮ່ວມໃຈ - Houamchai Foundation ໄດ້ເຂົ້າໄປໃຫ້ການຊ່ວຍເຫຼືອເບື້ອງຕົນກໍ່ຕ້ອງພົບກັບຄວາມໜ້າເວດທະນາກັບຊະຕາກຳແມ່ ຕູ້ເພັນ ບ໋ອບບີ້ບອກວ່າ
ພວກເຮົາເຂົ້າໄປເຫັນທຳອິດນັ້ນແມ່ນແມ່ຕູ້ນອນໃນກະຕູບນ້ອຍໆສີແຈ ຕອນນັ້ນແມ່ຕູ້ຍັງນອນຢູ່ ແມ່ຕູ້ລາວຕື່ນມາດ້ວຍຄວາມງົງ ແລະ ບໍ່ຮູ້ວ່າພວກເຮົາແມ່ນພາກສ່ວນໃດ ໃນຕອນນັ້ນພວກເຮົາໄດ້ຊື້ເຂົ້າ ແລະ ອາການເຂົ້າໄປນຳ ພໍເຮົາຍືນເຂົ້າໃຫ້ແມ່ຕູ້ ລາວຮີບຍັດປັ້ນເຂົ້າໃສ່ປາກ ດ້ວຍມືທີ່ສັ່ນເຊັນ ກິນເປັນກ້ອນໆຢ່າງບໍ່ຢຸດ ຈົນພວກເຮົາຕ້ອງໄດ້ບອກໃຫ້ລາວຢຸດເພາະຍ້ານແຄ້ນເຂົ້າ ແລ້ວຈຶ່ງເອົານ້ຳໃຫ້ກິນ ຈາກນັ້ນຈຶ່ງກິນອາຫານຕາຫຼັງ ເບິ່ງແລ້ວແມ່ຕູ້ຄົງຫິວເຂົ້າຈົນມືສັ່ນ
ຫຼັງຈາກແມ່ຕູ້ກິນເຂົ້າອິ່ມແລ້ວພວກເຮົາຈຶ່ງໄດ້ຖາມເຖິງກົກປາຍສາເຫດ ແລະ ປະຫວັດແມ່ຕູ້ ຈຶ່ງໄດ້ຮູ້ວ່າແມ່ຕູ້ນັ້ນຖືກລົດຕຳ ແລະ ໄດ້ຍ້າຍມາພັກຢູ່ຕູບນີ້ 4 ເດືອນແລ້ວ ດ້ວຍອາການບາດເຈັບຈຶ່ງເຮັດໃຫ້ໄປໃສ່ບໍ່ໄດ້ ສຳຫຼັບອາຫານການກິນນັ້ນແມ່ນແລ້ວແຕ່ຄວາມມີນ້ຳໃຈຂອງປະຊາຊົນທີ່ ເຂົາເຈົ້າເອົາມາໃຫ້ກິນກໍ່ໄດ້ກິນ ຫາກບໍ່ມີກໍ່ແມ່ນອົດເອົາ ແລະ ແມ່ຕູ້ນັ້ນບໍ່ໄດ້ກິນເຂົ້າມາເກືອບອາທິດແລ້ວ
ຫຼັງຈາກລົມກັນໄດ້ໄລຍະໜຶ່ງ ທາງມູນນິທິ ຮ່ວມໃຈ ກໍ່ໄດ້ກວດສອບບາດແຜ ສິ່ງທີ່ບໍ່ຢາກເຊື່ອໃນສາຍຕານັ້ນກໍ່ຄື ໜອນ ທີ່ຢູ່ເຕັມຮ່າງກາຍ ບໍລິເວນລຸ່ມທີ່ນັ່ງ ຂອງລາວ ຊຶ່ງເຈົ້າໂຕເອງກໍ່ບໍ່ຮູ້ວ່າແມ່ນໜອນ
ຊຶ່ງອາດເກີດຈາກສິ່ງເສດເຫຼືອຈາກການຂັບຖ່າຍທີ່ຢູ່ບ່ອນເກົ່າຂອງແມ່ຕູ້ບໍ່ໄດ້ຮັບການແະນາໄມ ແລະ ບໍ່ມີຄົນເບິ່ງແຍງ ທາງອາສາສະໝັກ ແລະ ບ໋ອບບີ້ຈຶ່ງໄດ້ທຳການອະນາໄມໃຫ້ກ່ອນກັບກັບ
ບໍ່ຢາກຄິດເລີຍວ່າຄົນລາວເຮົາຈະມີຊະຕາກຳທີ່ໂຫດຮ້າຍແບບນີ້ ຫາກການຊ່ວຍເຫຼືອໄປບໍ່ເຖິງ ແມ່ຕູ້ເພັນນັ້ນແມ່ນກຳລັງນອນລໍຖ້າຊະຕາກຳວ່າຈະໝົດແຮງ ແລະ ທົນກັບອາການບາດເຈັບໄປຮອດມື້ໃດ ເປັນແມ່ນນອນລໍຖ້າຄວາມຕາຍເທົ່ານັ້ນ
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ