ສະມາດໂຟນກ້ອງເລັນຄູ່ 2016 Huawei ແຊງ iPhone ຄວ້າລາງວັນຫຼຽນຄຳ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສະມາດໂຟນກ້ອງເລັນຄູ່ 2016 Huawei ແຊງ iPhone ຄວ້າລາງວັນຫຼຽນຄຳ


ສຸດຍອດ ສະມາດໂຟນກ້ອງເລັນຄູ່ ປະຈຳປີ2016 ນະວັດຕະກຳກ້ອງແຫ່ງອະນາຄົດທີ່ຜູ້ໃຊ້ບໍ່ຄວນພາດ!

ສຳລັບບັນດາທ່ານທີ່ມັກໃຊ້ສະມາດໂຟນ ຖ່າຍຮູບພາບຕ່າງໆ ຮູ້ຫຼືຍັງ? ເຕັກໂນໂລຊີກ້ອງເລັນຄູ່ ກໍາລັງເປັນກະແສທີ່ມາແຮງ ຊຶ່ງໃນປີ 2016 ນີ້ ກໍ່ມີເປີດໂຕອອກມາຫຼາຍລຸ້ນ ແລະ ແຕ່ລະລຸ້ນກໍ່ເປັນສະມາດໂຟນລຸ້ນທ໋ອບ ເກືອບທັງໝົດ ຈຶ່ງເຫັນໄດ້ວ່າ ກະແສກ້ອງເລັນຄູ່ນີ້ບໍ່ໄດ້ມາແບບຫຼິ້ນໆ ແລະ ອາດຈະເປັນເທຣນໃໝ່ໃນອະນາຄົດສໍາລັບຜູ້ທີ່ມັກການຖ່າຍຮູບ. ກ່ອນທີ່ຈະ ໄປເບິ່ງວ່າ ມີສະມາດໂຟນລຸ້ນໃດແນ່ ເຮົາມາຮຽນຮູ້ເຕັກໂນໂລຊີກ້ອງເລັນຄູ່ ກ່ອນດີກວ່າ:

ສະມາດໂຟນກ້ອງເລັນຄູ່ (Dual Camera) ດີກວ່າສະມາດໂຟນກ້ອງເລັນດຽວ ແບບເກົ່າ ແນວໃດ?

ນະວັດຕະກຳກ້ອງເລັນຄູ່ຂອງສະມາດໂຟນໃນປັດຈຸບັນ ແບ່ງອອກເປັນ 2 ແບບຄື ແບບສອງເລັນ+ ສອງເຊັນເຊີ້ຈັບພາບ ແລະ ແບບສອງເລັນ+ເຊັນເຊີ້ຈັບພາບດຽວ, ຊຶ່ງທັງສອງແບບກໍ່ມີຈຸດແຕກຕ່າງ ກັນ ຄື (1) ແບບສອງເລັນ+ ສອງເຊັນເຊີ້ຈັບພາບ ມີຈຸດເດັ່ນທີ່ເຊັນເຊີ້ຈັບ ພາບສອງໂຕເຮັດວຽກແຍກກັນຢ່າງອິດສະຫຼະ ກໍ່ຄື ເຊັນເຊີ້ໂຕທໍາອິດມີໜ້າທີ່ ເກັບລາຍລະອຽດຮູບທີ່ເປັນສີ (ຮູບ RGB) ສ່ວນເຊັນເຊີ້ໂຕທີສອງມີໜ້າທີ່ ເກັບລາຍລະອຽດຮູບຂາວດຳ (Monochrome) ກັບມິຕິຂອງຮູບໂດຍສະເພາະ ຊຶ່ງເມື່ອນໍາທັງສອງມາລວມກັນ ກໍ່ຈະໄດ້ ຮູບຖ່າຍທີ່ມີຄຸນນະພາບທີ່ດີກວ່າ ແລະມີລາຍລະອຽດທີ່ຫຼາຍກວ່າ, ນອກນີ້ ຍັງສາມາດຖ່າຍຮູບ ແບບໜ້າແຈ້ງ ຫຼັງມົວ (Depth of Field) ໄດ້ດີອີກນໍາ.

ສ່ວນແບບທີ (2) ແບບສອງເລັນ+ເຊັນເຊີ້ຈັບພາບດຽວ ມັກຈະມາພ້ອມກັບ ເລັນສອງໂຕທີ່ມີໄລຍະຍາວການໂຟກັສ ແລະ ຮູຮັບແສງທີ່ຕ່າງກັນ ເຊັ່ນ ເລັນທຳອິດເປັນເລັນມູມກວ້າງ (Wide-Angle Lens) ຊຶ່ງມີໄລຍະຍາວການ ໂຟກັສ 28 mm ພ້ອມຮູຮັບແສງ f/1.8, ສ່ວນເລັນໂຕທີສອງອາດເປັນເລັນ Telephoto ຊຶ່ງມີໄລຍະຍາວການໂຟກັສ 56 mm ພ້ອມຮູຮັບແສງ f/2.8 ຊຶ່ງແນ່ນອນວ່າ ກ້ອງເລັນຄູ່ແບບນີ້ ສາມາດແຍກເກັບລາຍລະອຽດຂອງ ວັດຖຸດ້ານໜ້າ ແລະ ເກັບລາຍລະອຽດສິ່ງຕ່າງໆທີ່ຢູ່ດ້ານຫຼັງ ເພື່ອນໍາມາ ປະມວນຜົນເປັນຮູບ ແບບໜ້າແຈ້ງຫຼັງມົວ (Depth of Field) ໄດ້ເປັນຢ່າງດີ. ໃນຈຸດນີ້ ມີສະມາດໂຟນລຸ້ນໜຶ່ງທີ່ໄດ້ນໍາຂໍ້ດີຂອງ ເລັນສອງໄລຍະຍາວການ ໂຟກັສ ນີ້ມາພັດທະນາຕໍ່ຍອດໃຫ້ສາມາດເຮັດວຽກຄ້າຍລະບົບຊູມພາບດ້ວຍ ເລັນ (Optical Zoom) ໄດ້ອີກ.



Huawei Mate 9 ແລະ Huawei P9 ສະມາດໂຟນກ້ອງເລັນຄູ່ LEICA:
ຊົ່ວໂມງນີ້ ເຊື່ອວ່າຜູ້ໃຊ້ງານສ່ວນໃຫຍ່ ຕ້ອງຍົກຕໍາແໜ່ງນີ້ໃຫ້ກັບ Huawei Mate 9 ແລະ Huawei P9 ຢ່າງແນ່ນອນ, ດ້ວຍກ້ອງເລັນຄູ່ທີ່ພັດທະນາ ຮ່ວມກັບ LEICA (ແບຣນກ້ອງລະດັບພຣີມ້ຽມຈາກເຢຍລະມັນ) ທີ່ມືອາຊີບ ໃນວົງການຖ່າຍຮູບຕ້ອງຍົກນິ້ວໃຫ້, ຊຶ່ງທັງສອງລຸ້ນນີ້ ແມ່ນມາພ້ອມກັບ ສອງເຊັນເຊີ້ຈັບພາບ ຊຶ່ງເຊັນເຊີ້ໂຕທໍາອິດມີໜ້າທີ່ເກັບລາຍລະອຽດຮູບທີ່ ເປັນສີ (ຮູບ RGB) ສ່ວນເຊັນເຊີ້ໂຕທີສອງມີໜ້າທີ່ເກັບລາຍລະອຽດ ຮູບຂາວດຳ (Monochrome) ແລະມິຕິຂອງຮູບ ຊຶ່ງແນ່ນອນ ເຮົາຈະໄດ້ຮູບ ທີ່ມີລາຍລະອຽດທີ່ຫຼາຍກວ່າ ແລະ ມີຄຸນນະພາບດີເປັນພິເສດ.



iPhone 7 Plus ສະມາດໂຟນກ້ອງເລັນຄູ່ທີ່ມາພ້ອມ Optical Zoom:
ສຳລັບລຸ້ນນີ້ແມ່ນມາພ້ອມ ເຊັນເຊີ້ຈັບພາບດຽວ ທີ່ຖືກພັດທະນາຕໍ່ຍອດ ໃຫ້ສາມາດໃຊ້ງານລະບົບຊູມພາບດ້ວຍເລັນ (2x Optical Zoom) ໄດ້.



LG V20 ແລະ LG G5 ສະມາດໂຟນກ້ອງເລັນຄູ່ ມູມກວ້າງພິເສດ:
ທັງສອງລຸ້ນນີ້ ຈະເປັນແບບສອງເລັນ+ ສອງເຊັນເຊີ້ຈັບພາບ ຄ້າຍຄືກັບ Huawei Mate 9 ແລະ Huawei P9 ແຕ່ຈະບໍ່ໄດ້ແຍກເປັນເຊັນເຊີ້ RGB ກັບ Monochrome ແຕ່ເນັ້ນໄປທີ່ເລັນມູມກວ້າງພິເສດ ໂດຍໂຕທຳອິດເປັນມູມ 75 ອົງສາ, ສ່ວນໂຕທີສອງ ເປັນມູມກວ້າງເຖິງ 135 ອົງສາ.

Xiaomi Mi 5s Plus ສະມາດໂຟນກ້ອງເລັນຄູ່ໃນລາຄາຄຸ້ມຄ່າ:
ລຸ້ນນີ້ ຈະເປັນແບບສອງເລັນ+ ສອງເຊັນເຊີ້ຈັບພາບ ຊຶ່ງເຊັນເຊີ້ໂຕທໍາອິດ ມີໜ້າທີ່ເກັບລາຍລະອຽດຮູບທີ່ເປັນສີ (ຮູບ RGB) ສ່ວນເຊັນເຊີ້ໂຕທີສອງມີ ໜ້າທີ່ເກັບລາຍລະອຽດຮູບຂາວດຳ (Monochrome) ໂດຍລຸ້ນນີ້ເປັນລຸ້ນ ທໍາອິດທີ່ມາພ້ອມເຕັກໂນໂລຊີ Qualcomm Clear Sight Dual Camera.

Vivo X9 ສະມາດໂຟນເຊວຟີ້ກ້ອງເລັນຄູ່ດ້ານໜ້າ:
ສຳລັບລຸ້ນນີ້ ກ້ອງເລັນຄູ່ຈະແຕກຕ່າງໄປຈາກລຸ້ນອື່ນ ຄື ຢູ່ດ້ານໜ້າ, ຖືໄດ້ວ່າ ເອົາໃຈຄົນທີ່ມັກເຊວຟີ້ແທ້ໆ ໂດຍມາພ້ອມເຊັນເຊີ້ຈັບພາບໂຕທຳອິດ ທີ່ເກັບລາຍລະອຽດສູງສຸດ 20MP (f/2.0) ເຮັດວຽກຮ່ວມກັບ ເຊັນເຊີ້ໂຕທີ ສອງ 8MP ທີ່ເກັບລາຍລະອຽດຄວາມຕື້ນເລິກຂອງຮູບ.

ຄັດຂໍ້ມູນຈາກ http://www.thaimobilecenter.com/article-2559/best-dual-camera-smartphones-2016.asp

Post Bottom Ad