ຂ່າວອາຊຽນ: ລາວຕິດ 1 ໃນ 5 ຂອງຄົນໄປທ່ຽວປະເທດໄທຫຼາຍທີ່ສຸດ ໃນ 11 ເດືອນຂອງປີ 2016 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຂ່າວອາຊຽນ: ລາວຕິດ 1 ໃນ 5 ຂອງຄົນໄປທ່ຽວປະເທດໄທຫຼາຍທີ່ສຸດ ໃນ 11 ເດືອນຂອງປີ 2016


ຂ່າວອາຊຽນ: ລາຍງານຈາກ ກະຊວງທ່ອງທ່ຽວ ແລະ ກິລາ ຂອງປະເທດໄທ ໃຫ້ຮູ້ວ່າ ໃນ 11 ເດືອນຂອງປີ 2016 ການທ່ອງທ່ຽວຂອງໄທ ແມ່ນມີນັກທ່ອງທ່ຽວເພີ່ມຂຶ້ນເຖິງ 9.7% . ລວມນັກທ່ອງທ່ຽວເຂົ້າມາປະເທດມີເຖິງ 29.53 ລ້ານ ຄົນ ໃນ 11 ເດືອນ. ຄາດວ່າໝົດປີ 2016 ຈະມີຕົວເລກຫຼາຍກວ່າ 32 ລ້ານຄົນ ທີ່ມາທ່ຽວປະເທດໄທ.

ຂໍ້ມູນຍັງໃຫ້ຮູ້ວ່າ ຄົນລາວ ທີ່ໄປໄທ ແມ່ນເພິ່ມຂຶ້ນເຖິງ 17.29% ຕິດອັນດັບທີ 5 ຂອງສັນຊາດ ທີ່ເຂົ້າມາໄທຫຼາຍທີ່ສຸດໃນປີ 2016 ປະກອບມີ: ຈີນ 8.2 ລ້ານກວ່າຄົນ, ມາເລເຊຍ 3.1 ລ້ານກວ່າຄົນ, ເກົາຫຼີໃຕ້ 1.3 ລ້ານກວ່າຄົນ, ຍີ່ປຸ່ນ 1.3 ລ້ານກວ່າຄົນ ແລະ ລາວ 1.2 ລ້ານກວ່າ ຄົນ.

ຂໍູມູນຈາກ: ກະຊວງທ່ອງທ່ຽວ ແລະ ກິລາ ປະເທດໄທ
ລາຍງານໂດຍ: ປະກາດ Pakaad

Post Bottom Ad