ແຈ້ງການປິດ ຖະໜົນ ສວນເຈົ້າອານຸວົງ ວັນທີ 9-10 ພະຈິກ 2016 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ແຈ້ງການປິດ ຖະໜົນ ສວນເຈົ້າອານຸວົງ ວັນທີ 9-10 ພະຈິກ 2016

ພາບຈາກ Google Map


ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ ນວ ເລກ​ທີ 4004/​ຍທຂ.ນວ
ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນວ ວັນ​ທີ 02 ພະຈິກ 2016
ເຖິງ: ບັນດາ​ສຳນັກງານ ອົງ​ການຈັດຕັ້ງ​ລັດ-ສາກົນ ພະນັກງານ ທະຫານ ຕຳຫຼວດ ນັບ​ທັງ​ພໍ່​ແມ່​ປະຊາຊົນ ນັກທຸລະກິດ ຊາວ​ຄ້າຂາຍ ແລະ ຜູ້​ໃຊ້​ລົດ​ໃຊ້​ຖະໜົນ​ທັງ​ໝົດ.
ເລື່ອງ: ການ​ປິດ​ການ​ສັນຈອນ​ຊົ່ວຄາວ​ຢູ່​ຖະໜົນ​ແຄມ​ຂອງ (ຂອບເຂດ​ສວນ​ເຈົ້າ​ອາ​ນຸ​ວົງ).
- ອີງ​ຕາມ​ໃບ​ສະເໜີ​ຂອງ​ຫ້ອງ​ວ່າການ​ປົກຄອງ-ເມືອງ​ຈັນທະ​ບູ​ລີ ສະບັບ​ເລກ​ທີ 1881/​ຫປມ.​ຈລ ຄັ້ງ​ວັນ​ທີ 27/10/2016.
- ອີງ​ຕາມ​ຄຳ​ເຫັນ​ຊີ້​ນຳ​ຂອງ​ຫົວໜ້າ​ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນະຄອນຫຼວງ​ວຽງ​ຈັນ ຄັ້ງ​ວັນ​ທີ 27/10/2016.
- ອີງ​ຕາມ​ການ​ປຶກສາ​ຫາລື ຄົ້ນຄວ້າ ຮ່ວມ​ກັບ​ພະ​ແນກ​ຈະລາຈອນ ນະຄອນຫຼວງ​ວຽງ​ຈັນ ຄັ້ງ​ວັນ​ທີ 31/10/2016.
- ອີງ​ຕາມ​ການ​ລົງ​ກວດກາ​ຕົວ​ຈິງ​ຂອງ​ວິຊາ​ການ ຂະແໜງ​ຄຸ້ມຄອງ​ການ​ຂົນສົ່ງ ຄັ້ງ​ວັນ​ທີ 1/11/2016.
ພະ​ແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ ນະຄອນຫຼວງ​ວຽງ​ຈັນ ຈຶ່ງໄດ້​ອອກ​ແຈ້ງ​ການ​ມາ​ຍັງສຳນັກງານ ອົງ​ການຈັດຕັ້ງ​ລັດ-ສາກົນ ພະນັກງານ ທະຫານ ຕຳຫຼວດ ນັບ​ທັງ​ພໍ່​ແມ່​ປະຊາຊົນ ນັກ​ທຸລະກິດ ຊາວ​ຄ້າຂາຍ ແລະ ຜູ້ນຳ​ໃຊ້ລົດ​ໃຊ້​ຖະໜົນ​ທັງ​ໝົດ ​ຈົ່ງ​ໄດ້​ຮັບ​ຮູ້ ແລະ ປະຕິບັດ​ດັ່ງນີ້:
1. ນັບ​ແຕ່​ວັນ​ທີ 9/11/2016 ຫາວັນ​ທີ 10/11/2016 ຈະ​ໄດ້​ປິດການ​ສັນຈອນ​ຊົ່ວຄາວ​ຢູ່​ຖະໜົນແຄມ​ຂອງ (ຂອບ​ເຂດ​ສວນ​ເຈົ້າອາ​ນຸ​ວົງ) ເນື່ອງ​ຈາ​ກວ່າ ຈະ​ມີການ​ຈັດ​ງານ​ສະເຫຼີມສະຫຼອງ ວັນ​ປະດິດສະຖານ ອາ​ນຸ​ສາ​ວະລີ ເຈົ້າ​ອາ​ນຸ​ວົງ ຄົບຮອບ 6 ປີ.
2. ມອບ​ໃຫ້​ພາກສ່ວນກອງຮ້ອຍ​ຈະລາຈອນ ເມືອງ​ຈັນທະ​ບູລີ ປະຈຳການ​ປະຕິບັດ​ໜ້າທີ່ຕາມ​ຈຸດ​ທີ່​ໄດ້​ກຳນົດ​ໄວ້.
3. ມອບ​ໃຫ້​ຂະແໜງ​ຄຸ້ມ​ຄອງການ​ຂົນສົ່ງ​ ສົມທົບ​ກັບ​ພະ​ແນກຈະລາຈອນ ນວ ກອງຮ້ອຍ​ຈະລາຈອນ ເມືອງ​ຈັນທະ​ບູ​ລີ ແລະ ຫ້ອງການ​ໂຍທາ​ທິ​ການ ແລະ ຂົນສົ່ງ ປະຈຳເມືອງ​ຈັນທະ​ບູ​ລີ ລົງ​ຕິດຕາມ​ການ​ກວດກາ ແລະ ຈັດ​ຕັ້ງ​ເຜີຍແຜ່​ແຈ້ງ​ການ ​ໃຫ້​ທຸກຄົນ​ທີ່​ນຳ​ໃຊ້​ລົດ​ໃຊ້​ຖະໜົນ​ຮັບ​ຮູ້ຢ່າງ​ທົ່ວ​ເຖິງ.
4. ແຈ້ງ​ການ​ສະບັບ​ນີ້​ມີ​ຜົນ​ສັກສິດ ນັບ​ແຕ່​ມື້​ລົງ​ລາຍ​ເຊັນ​ເປັນຕົ້ນ​ໄປ ທຸກ​ພາກສ່ວນ​ທີ່​ກ່ຽວຂ້ອງຈົ່ງ​ຮັບ​ຮູ້ ແລະ ພ້ອມ​ກັນ​ຈັດ​ຕັ້ງປະຕິບັດ​ແຈ້ງ​ການ​ສະບັບ​ນີ້​ຢ່າງເຂັ້ມ​ງວດ.
ຮອງ​ຫົວໜ້າ​ພະ​ແນກ​ໂຍທາ​ທິການ ແລະ ຂົນສົ່ງ ນວ
ອຸ່ນ​ເນື້ອ ສີ​ລາ​ວົງ

Post Bottom Ad