ຈາກອະດີດເຖິງປັດຈຸບັນ ສປປ ລາວເປີດການຮຽນ-ການສອນ ທັງໝົດ 178 ຫລັກສູດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຈາກອະດີດເຖິງປັດຈຸບັນ ສປປ ລາວເປີດການຮຽນ-ການສອນ ທັງໝົດ 178 ຫລັກສູດ


ຈາກອະດີດເຖິງປັດຈຸບັນ ສປປ ລາວເປີດການຮຽນ-ການສອນ ທັງໝົດ 178 ຫລັກສູດ
----------------------------------------------
ຂປລ. ງານສະເຫລີມສະຫລອງວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ (ມຊ) ຄົບຮອບ 20 ປີ (5 ພະຈິກ 1996 ຫາ 5 ພະຈິກ 2016) ເຊິ່ງຈັດຂຶ້ນໃນວັນທີ 5 ພະຈິກນີ້ ຢ່າງຍິ່ງໃຫຍ່ ທີ່ສະໜາມກິລາ ມຊ ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ, ທ່ານນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ຕ່າງໜາສະຖາບັນການສຶກສາ ພ້ອມດ້ວຍນັກສຶກສາມະຫາວິທະຍາໄລແຫ່ງຊາດ ເຂົ້າຮ່ວມຢ່າງຟົດຟື້ນ.

ທ່ານ ສົມສີ ຍໍພັນໄຊ ຮັກສາການ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໄດ້ຂຶ້ນຜ່ານສະຫລຸບໂດຍສັງ ເຂບກ່ຽວກັບຜົນງານການພັດທະນາວຽກງານການສຶກສາ ຕະຫລອດ 20 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ໄດ້ເອົາ ໃຈໃສ່ປັບປຸງ ແລະ ພັດທະນາຫລັກສູດ ແຕ່ລະສາຂາ ໂດຍອີງໃສ່ຄວາມຕ້ອງການ ໃນການພັດທະນາເສດຖະກິດສັງຄົມຂອງຊາດ ແລະ ການເຊືອມໂຍງພາກພື້ນ ໃຫ້ແທດເໝາະກັບການປ່ຽນແປງແຕ່ລະໄລຍະ ມາຮອດປັດຈຸບັນ ຫລັກສູດທີ່ໄດ້ເປີດການຮຽນ-ການສອນ ທັງໝົດ 178 ຫລັກສູດ ໃນນັ້ນມີຫລັກສູດປະລິນຍາເອກ 3 ຫລັກສູດ, ປະລິນຍາໂທ 52 ຫລັກສູດ, ປະລິນຍາຕີ 100 ຫລັກສູດ, ຕໍ່ເນື່ອງປະລິນຍາຕີ 22 ຫລັກສູດ ແລະ ອະນູປະລິນຍາຕີ 1 ຫລັກສູດ ມີນັກສຶກສາສໍາເລັດຜ່ານຫລັກສູດດັ່ງກ່າວ ຫລາຍກວ່າ 89 ພັນຄົນ. ມີ 12 ຄະນະວິຊາ, 11 ຫ້ອງການບໍລິຫານ, 2 ສະຖາບັນ, 4 ສູນ, 1 ຫໍສະໝຸດກາງ, 1 ໂຮງໝໍ ແລະ 1 ໂຮງຮຽນ ທີ່ຢູ່ພາຍໃຕ້ການຊີ້ນຳໂດຍກົງ ຂອງອະທິການບໍດີ ຍ້ອນການເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາຢ່າງຕໍ່ເນື່ອງ ມະຫາວິທະຍາໄລແຫ່ງຊາດ ຍັງໄດ້ພົວພັນຮ່ວມມືດ້ານວິຊາການ ໂດຍກົງ ກັບສະຖາບັນການສຶກສາຕ່າງປະເທດ ແລະ ອົງການຈັດຕັ້ງສາກົນຕ່າງ ເພື່ອເຊື່ອມໂຍງ ແລະ ນຳເອົາບົດຮຽນ ດ້ານຕັ້ງໜ້າຈາກຕ່າງປະເທດ ເຂົ້າມາພັດທະນາດ້ານວິຊາການ ແລະ ໄດ້ລົງນານເຊັນບົດບັນທຶນຄວາມຊົງຈຳ ທາງດ້ານວິຊາການກັບ 100 ກວ່າມະຫາວິທະຍາໄລ ໃນ 29 ປະເທດ ແລະ 14 ອົງກອນສາກົນ ເຖິງຢ່າງໃດກໍຕາມກໍຍັງມີບາງດ້ານຫຍໍ້ທໍ່ທີ່ຕ້ອງແກ້ໄຂຫລາຍດ້ານ ເປັນຕົ້ນແມ່ນ ຈຳນວນຫລັກສູດການສອນເພີ່ມຂຶ້ນ ແຕ່ຂາດເຂີນຄູ-ອາຈານ ທີ່ມີປະສົບການ, ສືການຮຽນ-ການສອນ ສິ່ງອຳນວຍຄວາມສະດວກຍັງຈຳກັດ ເນື້ອຫາບາງຫລັກສູດຍັງຈຳກັດ ແລະ ຍັງບໍ່ທັນໄດ້ຮັບການປັບປຸງໃຫ້ດີເທົ່າທີ່ຄວນ ຕໍ່ກັບສະພາບການປ່ຽນແປງໃນຍຸກໄໝ.
ໃນໂອກາດດຽວກັນນີ້, ທ່ານຮອງປະທານປະເທດ ຍັງໄດ້ຍ້ອງຍໍ້ຊົມເຊີຍ ຕໍ່ກັບຜົນສຳເລັດຕະຫລອດ 20 ປີ ຜ່ານມາ ແມ່ນໄລຍະຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຂອງພັກ 4 ສະໄໝ (ສະໄໝທີ 6 ແລະ 9) ແລະ ກ້າວເຂົ້າສູ່ເຂົ້າສູ່ຕົ້ນສະໄໝທີ10, ແມ່ນໄລຍະຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານ 4 ຄັ້ງ (ທີ 4 ຫາທີ 7) ກ້າວເຂົ້າສູ່ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງ VIII ແມ່ນໄລຍະຂະແໜງການສຶກສາ ແລະ ກິລາເຂົ້າສູ່ການຈັດຕັງປະຕິບັດແຜນຍຸດທະສາດ ການປະຕິຮູບລະບົບການສຶກສາແຫ່ງຊາດ ໂດຍປະຕິບັດຕາມແນວທາງ ແນວທາງການປ່ຽນແປງໃໝ່ຮອບດ້ານ ນັບທັງປະລິມານ ແລະ ຄຸນນະພາບທຸກສາຍ, ທຸກລະດັບ ນັບແຕ່ໂຮງຮຽນລ້ຽງເດັກ-ອະນຸບານ ຈົນເຖິງ ມະຫາວິທະຍາໄລ 20 ປີ ຜ່ານມາ ມະຫາວິທະຍາໄລແຫ່ງຊາດ ໄດ້ສ້າງບຸກຄະລາກອນອອກມາຮັບໃຊ້ສັງຄົມ ເຊິ່ງມີຫລາຍໆຄົນໄດ້ເປັນການນຳລະດັບຕ່າງໆ ກາຍເປັນພະນັກງານທີ່ມີຄວາມຮູ້ ຄວາມສາມາດປະກອບສ່ວນ ເຂົ້າໃນການພັດທະນາປະເທດຊາດ./.

ພາບແລະຂ່າວ: ຂປລ

Post Bottom Ad