ເຮືອ JDB ຄອງແຊັມເຮືອຍາວປະເພນີຊາຍ ທີ່ນະຄອນຫຼວງວຽງຈັນ ປະຈຳປີ ພສ 2559 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຮືອ JDB ຄອງແຊັມເຮືອຍາວປະເພນີຊາຍ ທີ່ນະຄອນຫຼວງວຽງຈັນ ປະຈຳປີ ພສ 2559


ເຮືອທະນາຄານຮ່ວມພັດທະນາ (JDB) ໄດ້ຊະນະເລີດໃນງານແຂ່ງຂັນເຮືອຊ່ວງທ່າວັດຈັນປີ 2016
-------------------------------
ງານບຸນຊ່ວງເຮືອປະເພນີທ່າວັດຈັນປະຈໍາປີ 2016 ໄດ້ຈົບລົງໃນຕອນແລງວັນທີ 17 ຕຸລານີ້, ທີ່ນະຄອນຫຼວງວຽງຈັນ ເຮືອປະເພນີຊາຍ ເຮືອທະນາຄານຮ່ວມພັດທະນາ(JDB), ໄດ້ເປັນເຈົ້າຄອງໜ້ານໍ້າທ່າວັດຈັນ ໃນຈໍານວນເຮືອຊ່ວງ 25 ລໍາ ແລະ ໄດ້ຮັບລາງວັນມູນຄ່າ 30 ກວ່າລ້ານກີບ.

ແຊ້ມ

ຜ່ານການແຂ່ງຂັນຢ່າງດຸເດືອດດ້ວຍຈັງວະສີພາຍທີ່ພ້ອມພຽງແລະເຂົ້າສູ່ຫຼັກໄຊຢ່າງວ່ອງໄວ ປະເພດເຮືອປະເພນີຊາຍ 55 ສີພາຍ ຊະນະເລີດໄດ້ແກ່ ເຮືອທະນາຄານຮ່ວມພັດທະນາ (JDB) ໄດ້ຮັບຂັນເງິນໜັກ 1 ກິໂລກຣາມ ພ້ອມເງິນສົດ 20,000,000 ກີບ, ຮອງອັນດັບທີໜຶ່ງເຮືອລາວໂຕໂຍຕາ ໄດ້ຮັບຂັນລາງວັນເງິນໜັກ 0,75 ກິໂລກຣາມ ພ້ອມເງິນສົດ 15 ລ້ານກີບແລະຮອງອັນດັບທີສອງ ເຮຶືອຫຼວງພະບາງ ໄດ້ຮັບຂັນລາງວັນເງິນໜັກ 0,5 ກິໂລກຣາມ ພ້ອມເງິນສົດ 10 ລ້ານກີບ.

ຂະນະທີ່ເຮືອປະເພນີຍິງ 55 ສີພາຍ ທີ 1 ໄດ້ແກ່ ເຮືອບ້ານແສນດິນ (ບໍລິສັດແສງເພັດກໍ່ສ້າງ) ໄດ້ຮັບຂັນລາງວັນເງິນໜັກ 1 ກິໂລກຣາມ ພ້ອມເງິນສົດ 20,000,000 ກີບ, ຮອງອັນດັບທີໜຶ່ງເຮືອລາວໂຕໂຍຕາ ໄດ້ຮັບຂັນລາງວັນເງິນໜັກ 0,75 ກິໂລກຣາມ ພ້ອມເງິນສົດ 15 ລ້ານກີບ, ຮອງອັນດັບທີສອງ ເມືອງຈັນທະບູລີ ໄດ້ຮັບຂັນລາງວັນເງິນໜັກ 0,5 ກິໂລກຣາມ ພ້ອມເງິນສົດ 10 ລ້ານກີບ ແລະ ຮອງອັນດັບທີສາມເຮືອປະເພນີຊາຍ ເຮືອເທບແສງມະນີ ແລະ ເຮືອປະເພນີຍິງ ເຮືອບ້ານຫາດກ້ຽງ ໄດ້ຮັບເງິນລາງປະເພດລະ 6,000,000 ກີບ. 

ສ່ວນເຮືອສູດຊາຍທີໜຶ່ງໄດ້ແກ່ ເຮືອນາວາສັກສິດໄດ້ຮັບຂັນເງິນໜັກ 1 ກິໂລ ພ້ອມເງິນສົດ 15,000,000 ກີບ, ທີສອງເຮືອພອນພະແກ້ວ ໄດ້ຮັບຂັນລາງວັນເງິນໜັກ 0,75 ກິໂລກຣາມ ພ້ອມເງິນສົດ 10,000,000ກີບ, ທີສາມເຮືອເທບທິດາສ້ອຍຟ້າ ໄດ້ຮັບຂັນລາງວັນເງິນໜັກ 0,5 ກິໂລກຣາມ ພ້ອມເງິນສົດ 5,000,000ກີບ ແລະ ສີ່ ເຮືອນາງສາວຍອດຄໍາ ໄດ້ຮັບເງິນລາງວັນ 4,000,000 ກີບ. ນອກນັ້ນຍັງມີລາງວັນເຊີ້ງງາມ ເຮືອຫົງແມ່ຍ່າ ໄດ້ຮັບເງິນສົດ 5,000,000ກີບ ແລະ ລາງວັນເຮືອໄຟງາມ ໄດ້ແກ່ເຮືອເມືອງຈັນທະບູລີ ໄດ້ຮັບເງິນລາງວັນ3,000,000 ກີບ.

ຊົມຄລິບຍ້ອນຫຼັງ

Post Bottom Ad