ຕຳນານ ປູ່ເຍີ ຍ່າເຍີ ແລະ ເຄືອເຂົາກາດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຕຳນານ ປູ່ເຍີ ຍ່າເຍີ ແລະ ເຄືອເຂົາກາດ




ຕຳນານຂອງ ປູ່ເຍີ ຍ່າເຍີ ນັ້ນເປັນຜູ້ມີບຸນຄຸນກັບຄົນລາວຫລາຍ ເລົ່າກັນວ່າ ດົນມາແລ້ວມີເມືອງໜຶ່ງຊື່ວ່າ ເມືອງແຖນ ເກີດອາເພດມີເຄືອເຂົາກາດເຕີບໂຕ, ໃຫຍ່ຂຶ້ນ ແລະ ສູງຂຶ້ນໄປເລື່ອຍໆ ຈົນເຖິງເມືອງສະຫວັນເປັນເຫດໃຫ້ແສງອາທິດ ບໍ່ສາມາດສາດສ່ອງລົງມາໃຫ້ຄວາມອົບອຸ່ນ ແກ່ຜືນດິນໄດ້ ຜູ້ຄົນໃນເມືອງແຖນຕ່າງກໍໄດ້ຮັບຄວາມເດືອດຮ້ອນຈາກຄວາມໜາວເຢັນ 







ຂຸນບູລົມ ເຈົ້າເມືອງແຖນຈຶ່ງໄດ້ຮຽກບັນດາເສນາອາມາດ ມາປຶກສາວ່າຈະເຮັດຢ່າງໃດຈຶ່ງຈະຕັດເຄືອເຂົາກາດ ທີ່ສູງໃຫຍ່ນີ້ໄດ້ ປຶກສາກັນແລ້ວ ບໍ່ມີໃຜສາມາດເຮັດການນີ້ໄດ້ ກໍເລີຍຕົກລົງໃຈ ປະກາດຫາອາສາສະໝັກໃຫ້ໄປຕັດເຄືອເຂົາກາດນີ້ ແຕ່ຈົນແລ້ວຈົນເລົ່າ ກໍບໍ່ມີໃຜອາສາ ໃນທີ່ສຸດກໍມີສອງເຖົ້າຜົວເມຍ ຊື່ ປູ່ເຍີ ຍ່າເຍີ ເຂົ້າມາອາສາໄປຕັດເຄືອເຂົາກາດລູກນີ້ເອງ ຂຸນບູລົມດີໃຈເປັນຢ່າງຍິ່ງ ທີ່ລົງປະກາດໄປແລ້ວມີຄົນມາຮັບອາສາ ເຖິງແມ່ນວ່າໃນໃຈຈະບໍ່ຄາດຫວັງວ່າສອງເຖົ້າ ທີ່ແກ່ເຖົ້າ ຈະໄປກໍ່ການຕັດເຄືອເຂົາກາດນີ້ຈະສຳເລັດຫລືບໍ່.


ພາບແຕ້ມຈາກ: Toomtam Drawing


ຂຸນບູລົມ ຊື່ນຊົມໃນຄວາມກ້າຫານ ຂອງສອງເຖົ້າ ຈຶ່ງປະກາດວ່າ ຈະປະທານໃຫ້ທຸກສິ່ງຕາມທີ່ສອງເຖົ້າຂໍມາ ດັ່ງນັ້ນເມື່ອກ່ອນທີ່ທັງສອງຈະອຳລາໄປຕັດເຄືອເຂົາກາດ ສອງເຖົ້າກໍທູນຂໍໄວ້ຢ່າງໜຶ່ງວ່າ ຖ້າພວກຕົນປະຕິບັດງານນີ້ຈົນສຳເລັດ ແຕ່ເກີດເສຍຊີວິດລົງ ຂໍໃຫ້ປະຊາຊົນທຸກຄົນຢ່າໄດ້ລືມຊື່ຂອງພວກຕົນ ວ່າແລ້ວສອງເຖົ້າ ກໍເດີນທາງມຸ້ງໜ້າໄປຍັງພູເຂົາສູງ ແລະ ລົງມືໃຊ້ຂວານຄົນຍັກຕັດພູເຂົາລູກນີ້ທັນທີ




 ປູ່ເຍີ ຍ່າເຍີ ໃຊ້ເວລາຕັດເຄືອເຂົາກາດເປັນເວລາ 3 ເດືອນ ກັບອີກ 3 ມື້ ຈົນໃນທີ່ສຸດເຄືອເຂົາກາດກໍໂຄ່ນພັງທະລາຍ ແສງສະຫວ່າງ ແລະ ຄວາມອົບອຸ່ນກໍກັບຄືນສູ່ເມືອງແຖນຕາມເດີມ ແຕ່ເປັນເລື່ອງທີ່ໜ້າເສົ້າໃຈ ພູເຂົາລູກນີ້ໄດ້ລົ້ມລົງທັບປູ່ເຍີ ຍ່າເຍີ ຕາຍທັນທີ ເຮັດໃຫ້ຊາວບ້ານສັດທາເຖົ້າທັງສອງສືບຕໍ່ມາຈົນເຖິງທຸກມື້ນີ້ ເມື່ອຊາວບ້ານຈະກິນເຂົ້າ ຈະທຳການສິ່ງໃດ ມັກຮຽກຫາສອງເທົ່ານີ້ດ້ວຍຄຳວ່າ “ ປູ່ມາເຍີ ຍ່າມາເຍີ ” “ ປູ່ກິນເຍີ ຍ່າກິນເຍີ ” ກ່ອນສະເໝີ ແລະ ຈະກໍ່ທຳສັກກາລະບູຊາທຸກປີ



ໃນຂະບວນແຫ່ວໍ ຈະເຫັນ ຊຸດປູ່ເຍີຍ່າເຍີ ມີໜ້າກົມໆ ຂະໜາດໃຫຍ່ ເຮັດດ້ວຍໄມ້ປະດູ່ ທາສີແດງ ຕາມຕົວມີຂົນຍາວລຸງລັງເຮັດຈາກປໍ້ ແລະ ມີຕົວ “ ສີງແກ້ວ ” ເປັນສັດລ້ຽງ ຊຸດປູ່ເຍີຍ່າເຍີ ແລະ ສີງແກ້ວນີ້ເປັນຂອງທີ່ຕົກທອດຄູ່ບ້ານຄູ່ເມືອງ ມາແຕ່ບູຮານນະການ ແລະ ມີການສ້ອມແຊມ ກັນມາຕະຫລອດ ເພາະທຸກປີປູ່ເຍີຍ່າເຍີ ມັກຖືກຊາວບ້ານດຶງຂົນອອກໄປຄົນຫຍິບສອງຫຍິບ ຄົນຫລວງພະບາງ ຖືເຄັດວ່າຖ້າໃຊ້ຂົນ ຂອງປູ່ເຍີຍ່າເຍີ ຜູກຂໍ້ມືໃຫ້ເດັກ ຈະຊ່ວຍປ້ອງກັນພູດຜີ ແລະ ສິ່ງຊົ່ວຮ້າຍບໍ່ໃຫ້ລ້ຳກາຍເດັກໄດ້ ເດັກຄົນໃດມັກຮ້ອງໄຫ້ ພໍ່ແມ່ຈະຫາຂົນຂອງປູ່ເຍີຍ່າເຍີມາຜູກຂໍ້ມືໃຫ້



ຜູ້ທີ່ຫລິ້ນເປັນ ປູ່ເຍີຍ່າເຍີ ແລະ ສີງແກ້ວ ຕ້ອງມາຈາກຄົນໃນສາຍມູນເຊື້ອດຽວກັນ ຊຶ່ງສືບທອດມາແຕ່ອະດີດ ທັງຍັງຕ້ອງເຮັດພິທີເຊັ່ນໄຫວ້ ແລະ ຄວບຄູ່ກັນທຸກເທື່ອກ່ອນສວມຊຸດ ປູ່ເຍີຍ່າເຍີ ມີບົດບາດໃນພິທີກຳຊ່ວງບຸນປີໃໝ່ຫລາຍ ຕ້ອງຮ່ວມໃນຂະບວນແຫ່ວໍ ທັງຂາໄປວັດຊຽງທອງ ແລະ ກັບວັດມະຫາທາດ ຕ້ອງຢູ່ໃນຂະບວນແຫ່ພະບາງອອກຈາກຫໍພິພິທະພັນ ລວມທັງເປັນຜູ້ຂຶ້ນສົງນ້ຳພະບາງ ເປັນຄູ່ແຮກໃນ ວັດໃໝ່ ປູ່ເຍີຍ່າເຍີ ຈຶ່ງເປັນເຫມືອນໜຶ່ງຕົວແທນບັນພະບຸລຸດຂອງຊາວລາວທັງໝົດ.




________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ










Post Bottom Ad