ເຈັບກະເພາະ ຊໍ້າເຮື້ອ ກິນຢາແນວໃດກະບໍ່ເຊົາ ລອງວິທີນີ້ເບິ່ງ !!!! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຈັບກະເພາະ ຊໍ້າເຮື້ອ ກິນຢາແນວໃດກະບໍ່ເຊົາ ລອງວິທີນີ້ເບິ່ງ !!!!



ຂີ້ມິນເປັນເປັນສະຫມຸນໄພ ທີ່ມີຊັບພະຄຸນຮັກສາໂລກລຳໄສ້ໄດ້ດີຢ່າງນຶ່ງ ທັງຍັງສາມາດນຳມາເຮັດເປັນແນວຂັດຜິວໃຫ້ຜິວຂາວຜຸດຜ່ອງໄດ້ນຳອີກ

ໃຜທີ່ມັກເຈັບກະເພາະ ຍ້ອນກິນເຂົ້າບໍ່ເປັນຍາມ ແລະ ມັກກິນອາຫານທີ່ແພ້ກະເພາະ

ເຈັບເປັນບາດ ເຈັບແລ້ວເຊົາ ແລ້ວ ເຈັບໃຫມ່ ລອງໃຊ້ວິທີນີ້ເບິ່ງ

ຂີ້ມິນຜົງ ຂີ້ມິນທີ່ສາມາດນຳມາປຸງແຕ່ອາຫານໄດ້

ເປັນຂີ້ມິນບົດມຸນ ຖ້າຢາກເຊົາໄວ ກໍ່ຕ້ອງກິນແບບບໍ່ມີສ່ວນປະສົມຫຍັງເລີຍ

ແຕ່ຖ້າອົດນຳລົດຊາດຂອງມັນບໍ່ໄດ້ກໍ່ສາມາດເອົານໍ້າເຜິ້ງຫລືນໍ້າຕານໃສ່ຈັກເຄິ່ງບ່ວງນ້ອຍ

ວິທີຊົງ: ນໍາຂີ້ມິນຜົງ ໃສ່ຈອກນໍ້າດື່ມຈັກສອງຫລືສາມບ່ວງ ແລ້ວໃສ່ນໍ້າຮ້ອນລົງຈັກເຄິ່ງຈອກ ຫລັງຈາກນັ້ນກໍ່ຄົນໃຫ້ເຂົ້າກັນ ລໍຖ້າໃຫ້ມັນອຸ່ນພໍດື່ມໄດ້ ກໍ່ດື່ມໃຫ້ຫມົດບາດດຽວ ຢ່າປະໄວ້
ແລ້ວກ່ອນຈະດື່ມຕ້ອງຄົນໃຫ້ຜົງຂີ້ມິນທີ່ລະລາຍຢູ່ກົ້ນຈອກໃຫ້ເປັນເນື້ອດຽວກັບນໍ້າແລ້ວຄ່ອຍດື່ມເດີ້
ບໍ່ຮອດ 15 ນາທີອາການເຈັບກະເພາະຈະຄ່ອຍໆຫາຍໄປ ຖ້າຢາກໃຫ້ຫາຍເປັນປົກກະຕິກໍ່ຕ້ອງກິນອາຫານໃຫ້ຖືກຍາມ ແລະ ຄົບ 5 ຫມູ່ ດື່ມນໍ້າຂີ້ມິນຕິດຕໍ່ກັນປະມານ 3 ຫາ 4 ມື້ ເພື່ອໃຫ້ມັນເຊົາແບບບໍ່ຕ້ອງມາອົດເຈັບອົດປວດອີກ .


Post Bottom Ad