ເຫດລົດສະແຕັກນໍ້າມັນຂວໍ້າ ປະຊາຊົນແຫ່ເອົານ້ຳມັນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຫດລົດສະແຕັກນໍ້າມັນຂວໍ້າ ປະຊາຊົນແຫ່ເອົານ້ຳມັນ


ເຫດລົດສະແຕັກນໍ້າມັນຂວໍ້າ ປະຊາຊົນແຫ່ເອົານ້ຳມັນ

ໃນເວລາປະມານ 17:00 ຂອງວັນທີ່ 17/10/2016 ໄດ້ມີເຫດການອຸບັດເຫດລົດບັນທຸກນໍ້າມັນປີ້ນ ບໍລິເວນທາງຂຶ້ນ 4 ແຍກພູ 106 ຕາມການລາຍງານແມ່ນບໍ່ມີຜູ້ໄດ້ຮັບບາດເຈັບ;

ແຕ່ທີ່ຫນ້າເປັນຫ່ວງກໍ່ຄືປະຊາຊົນຜູ້ສ່ວຍໂອກາດນີ້ແຫລະ ໄປຕັກຕວງເອົານໍ້າມັນທີ່ໄຫລອອກມາໂດຍບໍ່ຄຳນຶງເຖິງຄວາມປອດໄພ, ເພາະນໍ້າມັນເປັນວັດຖຸໄວໄຟ .


ເຫດການນີ້ເປັນບົດຮຽນໃນການຂັບລົດໂດຍປະຫມາດ, ຄວນມີສະຕິໃຫ້ຫລາຍກວ່ານີ້ໃນການຂັບຂີ່ຍວດຍານພາຫະນະ ແລະ ຢ່າໂລບມາກ ສ່ວຍໂອກາດ ອາດເກີດອັນຕະລາຍແບບທ່ານບໍ່ຄາດຝັນ ເພາະມີຄວາມເປັນໄປໄດ້ທີ່ລົດຈະລະເບີດ !!!!!!

ເຈົ້າໜ້າທີ່ຕ້ອງໄດ້ໃຊ້ລົດດັບເພີງ ມາສີດໄລ່ ແລະ ປ້ອງກັນບໍ່ໃຫ້ເກີດ ອັກຄີໄພ ຈາກການຮົ່ວໄຫຼຂອງນ້ຳມັນ.

ຂ່າວ: All About Bokeo Province

ຄລິບຕອນສີດນ້ຳໄລ່ ຄົນມາເອົານ້ຳມັນ
 

Post Bottom Ad