ແມັກໂນເລຍ ກິງໂກະ ພັລສ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ແມັກໂນເລຍ ກິງໂກະ ພັລສ


ແມັກໂນເລຍ ກິງໂກະ ພັລສ

ກິດຈະກຳພິເສດທີ່ທາງ ແມັກໂນເລຍ ກິງໂກະ ພັລສ ຈະໄດ້ຈັດຂຶ້ນໂດຍມີຊື່ໂຄງການວ່າ: ຝຶກທັກສະຊ່ວຍຈື່ຈຳກັບ  ແມັກໂນເລຍ ກິງໂກະ ພັລສ ເພື່ອເປັນການສົ່ງເສີມການສ້າງທັກສະໃຫ້ຄວາມຮູ້ແກ່ນັກຮຽນ,ນັກສຶກສາມາຮຽນຮູ້ວິທີຝຶກສະໝອງເສີມຄວາມຈຳ ແລະ ຫຼິ້ນເກມລອງປັນຍາ ວ່າໃຜຈະມີຄວາມຈຳດີກວ່າໝູ່ໃນດ້ານຄວາມຈື່ຈຳ, ການໃຊ້ສະໝອງທີ່ຖືກຕ້ອງ,ເຊິ່ງພວກເຮົາຈະໄດ້ລົງໄປຈັດກິດຈະກຳຢູ່ 21 ໂຮງຮຽນທົ່ວນະຄອນຫຼວງເຊິ່ງເລີ່ມແຕ່ວັນທີ່ 1/03/2016 ເປັນຕົ້ນໄປ.

ໃນນັ້ນພວກເຮົາກໍ່ໄດ້ເຊີນນັກວິທະຍາກອນຜູ້ຊ່ຽວຊານທີ່ມາຈາກປະເທດເພື່ອນບ້ານລວມໄປເຖິງດາລາ,ນັກຮ້ອງທີ່ມີຊື່ສຽງຢູ່ໃນລາວທີ່ຈະມາໃຫ້ຄວາມຮູ້ທັກສະຕ່າງໆກ່ຽວກັບຄວາມຈື່ຈຳເພື່ອໝູນໃຊ້ກັບວິທີການຮຽນ. ພ້ອມກັນນັ້ນພວກເຮົາກໍ່ຍັງມີການແຈກນົມ ແມັກໂນເລຍ ກິງໂກະ ພັລສ ແລະ ຫຼີ້ນເກມຝຶກສະໝອງທົດສອບຄວາມຈຳແຈກຂອງລາງວັນໃຫ້ກັບນ້ອງໆນັກຮຽນນັກສຶກສາອີກດ້ວຍ ແລະ ກໍ່ຍັງປິດທ້າຍດ້ວຍການແນະນຳຜະລິດຕະພັນທີ່ດີຈາກພວກເຮົານັ້ນກໍ່ຄື: ນົມແມັກໂນເລຍ ກິງໂກະ ພັລສ ທີ່ມີ 3 ລົດຊາດຄື: ລົດໄວສມໍ, ລົດຈືດ, ລົດຊ໋ອກໂກແລັດ ເຊິ່ງມີສ່ວນຜະສົມພິເສດຂອງ ວິຕາມິນA, ວິຕາມິນB1, ວິຕາມິນB2, ວິຕາມິນB12, ທາດເຫລັກ, ແຄລຊ່ຽມ ແລະ ກິງໂກະສານສະກັດຈາກໃບແປະກ້ວຍທີ່ຊ່ວຍເສີມສ້າງຮ່າງກາຍໃຫ້ແຂງແຮງແລະບຳລຸງໝອງໃຫ້ມີຄວາມຈື່ຈຳດີອີກດ້ວຍ.


Post Bottom Ad