ໂຈເວີນຟະ ຈະບໍລິຈາກເງິນ 1,500 ກວ່າຕື້ ຫຼັງເສຍຊີວິດ. - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໂຈເວີນຟະ ຈະບໍລິຈາກເງິນ 1,500 ກວ່າຕື້ ຫຼັງເສຍຊີວິດ.


ທ່ານຍັງຈື່ ດາລາ ສຸດບູ້ ຈາກເກາະຮົງກົ່ງບໍ່? ພະເອກສຸດເທ້ ຕະຫຼອດກາອນ ໂຈເວິນຟະ (Chow Yun-fat). ປະຈຸບັນເຂົາອາຍຸ 60 ປີ ແລ້ວ. ແຕ່ກໍ່ຍັງມີຄວາມເທ້ ແລະ ໃຊ້ຊີວິດ ແບບທຳມະດາ ພ້ອມດ້ວຍຈິດໃຈທີ່ດີງາມ. ແຫຼ່ງຂ່າວຈາກຜູ້ໃກ້ຊິດ ຂອງໂຈເວີນຟະ ໄ້ດແຈ້ງໃຫ້ຮູ້ວ່າ ພະເອກຄົນນີ້ ໄດ້ໃຫ້ຄຳສັນຍາ ທີພ້ອມຈະບໍລິຈາກ ເງິນຈຳນວນ 1,000 ລ້ານຫຼຽນໂດລາ ຮົ່ງກົງ ຫຼື ປະມານ 1,503 ຕື້ກີບ ແກ່ອົງການການກຸສົນ ພາຍຫຼັງເຂົາເສຍຊີວິດ.

ແມ່ນວ່າຈະເປັນຄົນມີເງິນ ແລະ ໂດງດັງ, ແຕ່ໂຈເວີນຟະ ຍັງຄົງສະຕາຍແບບພະເອກລຸ່ນເກົ່າ. ໃຊ້ເຄື່ອງຂອງແບບທຳມະດາ, ໂທລະສັບລຸ້ນເກົ່າໆ. ພະເອກຄົນນີ້ ຍັງກ່າວເຖິງການປ່ຽນແປງຂອງວິທີຊີວິດຂອງຄົນ ທີ່ຄົນຫຼາຍກວ່າ 90% ແມ່ນພາກັນກົ້ມໜ້າກົ້ມຕາ ໃຊ້ໂທລະສັບ ແລະ ເວລາທີ່ເຂົາເດີນທາງໄປຕາມລົດໄຟ ຫຼື ບ່ອນສາທາລະນະ ເກືອບວ່າບໍ່ມີຄົນຈື່ເຂົາໄດ້. ຄົນສ່ວນໃຫຍ່ແມ່ນ ສົນໃຈສະມາດໂຟນຫຼາຍກວ່າ. ເຂົາກ່າວດ້ວຍຮອຍຍີ້ມ ວ່າ: ບໍ່ມີໃຜສົນໃຈຄົນອື່ນ ທີ່ຢູ່ໃກ້ໆ ແຕ່ສົນໃຈສິ່ງທີ່ຢູ່ໃນມືຖື ລົມກັບຄົນທີ່ໄກຕ່າງແດນຫຼາຍກວ່າ.

ອ້າງອີງ: http://shanghaiist.com

Post Bottom Ad