Huawei ທົ່ວໂລກເປີດໂຕ ສະມາດໂຟນ Mate 8
ໃນທີ່ສຸດໄດ້ເວລາເຜີຍໂສມ Huawei Mate 8 ແລ້ວຫຼັງຈາກທີ່ມີຂໍ້ມູນຫຼຸດອອກມາຫຼາຍກ່ອນງານເປີດໂຕມື້ວານນີ້ ໂດຍຮູບຊົງແລະດິຊາຍຍັງຄົງມາໃນສະຕາຍ Mate7 ແຕ່ເພີ້ມຄວາມໂຄ້ງມົນຫຼາຍຂື້ນມາພ້ອມໜ້າຈໍຂະໜາດ 6ນີ້ວແລະໂຕເຄື່ອງທາງຫຼັງເປັນໂລຫະທັງແຜ່ນແລະດ້ວຍຄວາມແຮງຂອງຊິບໃຫ່ມ Kirin 950 ເຊິ່ງໃນງານເປີດໂຕນີ້ກໍ່ແຍກເປັນລຸ້ນ RAM 3GB ແລະ RAM 4GB.
ໜ້າຈໍຂະໜາດ 6ນີ້ວຂອງ Huawei Mate 8 ຍັງຄົງເລືອກໃຊ້ຄວາມລະອຽດຢູ່ທີ່ Full HD ຫຼື 1080p ຍັງບໍ່ຂ້າມມາໃຊ້ໜ້າຈໍຄວາມລະອຽດ 2K ທີ່ຫຼາຍໆເຄື່ອງໃຊ້ກັນ ແຕ່ທາງ Huawei ເອງກໍ່ໄດ້ມີການພັດທະນາໜ້າຈໍທີ່ສາມາດສະແດງສີ (color gamut) ໄດ້ຫຼາຍຂື້ນແຖມຍັງມີສີສັນສົດໃສແລະອື່ມໂຕ (saturation) ເຖິງ 91% ເມື່ອທຽບກັບ Mate7 ແລະ iphone 6s Plus ທີ່ 71% ສ່ວນຂອບຂ້າງໜ້າຈໍນັ້ນກໍ່ແຄບແລະບາງລົງໄປພຽງ 2.7 ມິນລີແມັດ ສ່ວນກະຈົກທີ່ໃຊ້ເປັນ 2.5D Glass ຂອບໂຄ້ງຕາມສະໃໝນິຍົມ.
ສ່ວນຄວາມແຮງຂອງ Kirin 950 octa-core (quad 2.3GHz + quad 1.8 GHz) ແຮງກວ່າ Kirin 925 ທີ່ໃຊ້ໃນ Mate7 ເຖິງ 100% ແລະຍັງປະມວນຜົນການຟິດໄດ້ດີກວ່າເຖິງ 120% ດ້ວຍ Mali-T880. ກ້ອງຂອງ Huawei Mate 8 ນັ້ນເລືອກໃຊ້ເຊັນເຊີ້ Sony IMX298 ເຊິ່ງເປັນເຊັນເຊີ້ລຸ້ນໃໝ່ລ່າສຸດຂອງ Sony ທີ່ມີຂະໜາດ ½.8” ຂະໜາດພິກເຊວ 1.12um ຮັບແສງໄດ້ດີຂື້ນ 28% ມີລະບົບການສັ່ນ 3ແກນແລະຍັງໃຊ້ເທັກໂນໂລຢີໃນການໂຟກັດເຖິງ ໂຊະນິດໄດ້ແກ່ Phase Detection Auto Focus (PDAF), Contrast Auto Focus (CAF) ແລະ Smart Scene Focus.