ລັກສະນະຂອງຕີນ ບົ່ງບອກບາງຢ່າງ (ກະລຸນາໃຊ້ວິຈາລະນະຍານໃນການຮັບຮູ້ຂໍ້ມູນ) - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລັກສະນະຂອງຕີນ ບົ່ງບອກບາງຢ່າງ (ກະລຸນາໃຊ້ວິຈາລະນະຍານໃນການຮັບຮູ້ຂໍ້ມູນ)



ລັກສະນະຂອງຕີນ ບົ່ງບອກບາງຢ່າງ (ກະລຸນາໃຊ້ວິຈາລະນະຍານໃນການຮັບຮູ້ຂໍ້ມູນ)

1. ຕີນແບບໂຣມັນ

ເປັນຮູບຮ່າງຕີນທີ່ຖືວ່າພົບເຫັນໄດ້ຫຼາຍທີ່ສຸດ, ຄົນທີ່ມີຕີນແບບນີ້ ຈະເປັນຄົນນິໄສລ່າເລີງ ແລະ ມັກເຂົ້າສັງຄົມ. ເປັນຄົນມີສະເໜ່, ເປັນນັກເວົ້າທີ່ດີ ແລະ ເປັນນັກທຸລະກິດທີ່ຍິ່ງໃຫຍ່ໄດ້!


ລັກສະນະຂອງຕີນແບບໂຣມັນ ແມ່ນຈະມີນິ້ວຕີນທີ່ບໍ່ຍາວຫຼາຍ ແລະ ຈະບໍ່ລຸດລື່ນກັນຫຼາຍ. ຈິ່ງເໝາະທີ່ຈະໃສ່ເກີບຫົວກົມ ຫຼື ແບບຫຼ່ຽມກໍ່ໄດ້.​


2. ຕີນແບບຫຼ່ຽມ

ຈະມີລັກສະນະນິ້ວຕີນເກືອບວ່າສະເໝີກັນໝົດ. ຄົນທີ່ມີຕີນລັກສະນະນີ້ ຈະເປັນຄົນທີ່ມີຈິດໃຈເດັດຂາດ ຈິ່ງເໝາະກັບວຽກທີ່ກ່ຽວກັບການວາງແຜນ ການຕ່າງໆ, ເປັນຄົນທີ່ເຊື່ອຖືໄດ້.




3. ຕີນແບບ ເກຣັກ


ເອີ້ນວ່າຕີນ ແປວໄຟ ມີຮູບຮ່າງທີ່ເປັນຈຸດເດັ່ນຄື ນີ້ວຕີນນີ້ວຊີ້ຈະຍາວອອກມາກາຍນີ້ວອື່ນໆ ແລະ ຍາວກວ່ານີ້ວໂປ້ຕີນ.​ ຄົນທີ່ມີຕີນລັກສະນະນີ້ ຈະເປັນຄົນນິໄສດີ, ໃຈເມດຕາ, ເປັນສີລະປິນ, ນັກອອກແບບ ຫຼື ນັກກິລາ, ມີຄວາມຄິດສ້າງສັນທີ່ດີ, ເປັນນັກວາທະສິນທີ່ດີ ແລະ ຍັງເປັນຄົນທີ່ມັກ ບຸກເບີກອີກດ້ວຍ.





ຕີນປະເພດນີ້ຈະເໝາະກັບການໃສ່ ເກີບຫົວແຫຼມ, ຜູ້ທີ່ມີຕີນແບບນີ້ ມັກຈະມີແຂນຂາຍາວ, ດັ່ງນັ້ນ ບັນດານາງແບບ ຈິ່ງມີຕີນປະເພດນີ້ຫຼາຍ.



4. ຕີນແບບອີຢີບ




ຄົນມີລັກສະນະຕີນແບບນີ້ ມັກຈະເປັນຄົນເອົາໃຈຕົນເອງ, ອາລົມປ່ຽນແປງໄດ້ງ່າຍ,​ເພາະເປັນຄົນຊື່ຕົງກັບອາລົມເກີນໄປ. ເໝາະທີ່ຈະເປັນນັກສະແດງ ເພາະຕີບົດແຕກແນ່ນອນ

ລັກສະນະຂອງຕີນແບບອີຢີບ ແມ່ນໂປ້ຕີນຈະໃຫຍ່ ແລະ ຍາວກວ່າໝູ່, ສ່ວນນິ້ວອື່ນຈະສັ້ນລຽງກັນລົງມາ.

ທີ່ມາ: Liekr.com
ຮຽບຮຽງໂດຍ: ປະກາດ

Post Bottom Ad