ລັດຖະມົນຕີຕ່າງປະເທດສະຫະລັດ ຈະຢ້ຽມຢາມ ສປປ ລາວ 25/1/2016 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລັດຖະມົນຕີຕ່າງປະເທດສະຫະລັດ ຈະຢ້ຽມຢາມ ສປປ ລາວ 25/1/2016


ລັດຖະມົນຕີຕ່າງປະເທດສະຫະລັດ ຈະຢ້ຽມຢາມ ສປປ ລາວ
ແຜນການແມ່ນວັນທີ 25 ມັງກອນ 2016
----------------------------
ວັນທີ 17 ມັງກອນ 2016, ແຫລ່ງຂ່າວເອເອັຟຟີໄດ້ລາຍງານຈາກນະຄອນຫລວງວໍຊິງຕັນ ສະຫະລັດອາເມລິກາໃນວັນທີ 16 ມັງກອນ 2016 ເວລາ 3:41 ນາທີ ຕາມເວລາທ້ອງຖິ່ນວ່າ: ທ່ານ ຈອນ ແຄຣີ ລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາຈະເດີນທາງຢ້ຽມຢາມ ສປປ ລາວໃນທ້າຍເດືອນນີ້ ຕາມແຜນແມ່ນວັນທີ 25 ມັງກອນ 2016 ເພື່ອເສີມຂະຫຍາຍສາຍພົວພັນການຮ່ວມມື ແລະ ຮັດແໜ້ນຄວາມສາມັກຄີລະຫວ່າງສອງປະເທດທີ່ຢູ່ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ແຕ່ແນວໃດກໍດີ ການຢ້ຽມຢາມຂອງ ທ່ານ ລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດຄັ້ງນີ້ໂດຍມີແຜນຈະຢ້ຽມຢາມປະເທດສະວິດເຊີແລນ, ຊາອຸດິອາຣາເບຍ, ສປປ ລາວ, ກໍາປູເຈຍ ແລະ ສປ ຈີນ.

ການມາຢ້ຽມຢາມຄັ້ງນີ້ທ່ານຈະພົບປະກັບ ພະນະທ່ານ ທອງສິງ ທຳມະວົງ, ນາຍົກລັດຖະມົນຕີ ແຫ່ງ ສປປລາວ ແລະ ພະນະທ່ານ ທອງລຸນ ສີສຸລິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.

ນອກຈາກນີ້, ໃນປີນີ້ ປະທານາທິບໍດີຂອງ ສະຫະລັດອາເມລິກາ, ທ່ານ ບາລັກ ໂອບາມາ, ກໍ່ມີແຜນການຈະມາຢາມ ປະເທດລາວ, ພ້ອມທັງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ທີ່ ປະເທດລາວ ຈະເປັນເຈົ້າພາບ.

ແຫລ່ງຂ່າວໂດຍ:
http://news.yahoo.com/davos-laos-another-world-tour-john-ke…
------------------------------
www.pakaad.com

Post Bottom Ad