ນັກຮຽນລາວ ຍາດໄດ້ລາງວັນ ຫຼຽນທອງແດງ ໃນການແຂ່ງຂັນ ເລກປິດສະໜາ ISMO ທີ່ປະເທດໄທ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ນັກຮຽນລາວ ຍາດໄດ້ລາງວັນ ຫຼຽນທອງແດງ ໃນການແຂ່ງຂັນ ເລກປິດສະໜາ ISMO ທີ່ປະເທດໄທ


ນັກຮຽນມັດທະຍົມຕົ້ນລາວ ຍາດໄດ້ລາງວັນ ຫຼຽນທອງແດງ ໃນການແຂ່ງຂັນ ເລກປິດສະໜາ ISMO ທີ່ປະເທດໄທ.

ນັກຮຽນໄດ້ໄປແຂ່ງຄະນິດສາດແລະວິທະຍາສາດ (IMSO) ບາງກອກໃນຄັ້ງທີ 12 ໃນວັນທີ 3-4/11/2015 ມີ 20 ປະເທດ, ເຂົ້າຮ່ວມ ມີນັກສອບເສັງທັງຫມົດ 367 ຄົນ. ຕົວແທນຈາກນັກຮຽນລາວ ສອງລາງວັນລຽນທອງແດງ ໂດຍແມ່ນ ນາງນາລິນທອນ ໄຊຍະມົງຄູນ ຈາກໂຮງຮຽນອິດສະເຕີນສະຕາ ບາຍແລັງໂກສະຄູນ, ນອກນີທີມນັກຮຽນລາວຍັງໄດ້ ລາງວັນມິດຕະພາບ ອີກດ້ວຍ. ນັກຮຽນທີ່ສົ່ງເຂົ້າແຂ່ງຂັນໃນຄັ້ງນນີ້ ແມ່ນນັກຮຽນ ຫ້ອງ ມໍ 1 ທັງໝົດ.

ອັນດັບທີ່ໜື່ງໄດ້ຫຼຽນຄຳແມ່ນນັກສຶກສາຈາກສິງກະໂປ ແລະ ທີ່ສອງໄດ້ຫຼຽນເງິນ ແມນນັກສຶກສາຈາກປະເທດໄທ. ແລະ ປີຕໍ່ໄປການແຂ່ງຂັນ ຈະຖືກຈັດຂຶ້ນທີ່ປະເທດ ອິນໂດເນເຊຍ.


ພາບແລະຂ່າວ: Saneha Chathala

ນາງນາລິນທອນ ໄຊຍະມົງຄູນ, ໄດ້ຫຼຽນທອງ


ຮັບລາງວັນມິດຕະພາບ ທີ່ນັກຮຽນລາວໄດ້ຮັບເປັນທີມ




Post Bottom Ad