ເພື່ອຮັບປະກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຮອບດ້ານໃຫ້ແກ່ການນຳພັກ-ລັດ ມວນຊົນນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທີ່ມາຫຼິ້ນບຸນປະເພນີຂອງລາວເຮົາ ໃຫ້ມີຄວາມເບີກບານມ່ວນຊື່ນ ທີ່ເຕັມໄປດ້ວຍບັນຍາກາດແຫ່ງຄວາມສະຫງົບ ຄວາມປອດໄພທາງດ້ານຊີວິດ ແລະ ຊັບສິນ.
ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອເປັນບຸນປະເພນີອັນດີງາມທີ່ປະຊາຊົນລາວບັນດາເຜົ່າ ເວົ້າລວມ ເວົ້າສະເພາະ ຊາວນະຄອນຫຼວງວຽງຈັນ ເຄີຍປະຕິບັດສືບທອດກັນມາແຕ່ດົນນານ ອັນໄດ້ສະແດງເຖິງຮີດຄອງປະເພນີ ວິຖີຊີວິດ ແລະ ວັດທະນະທຳຂອງຄົນລາວ ບຸນດັ່ງກ່າວ ຍັງມີການວາງຂາຍສິນຄ້າ ສະແດງສິລະປະ ແລະ ອື່ນໆ ໂດຍມີການນຳພັກ-ລັດ ແຂກພາຍໃນ ແລະ ຕ່າງປະເທດ ຕະຫຼອດເຖິງມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍໃນແຕ່ລະປີ ສະນັ້ນ ເພື່ອຮັບປະກັນໄລຍະງານບຸນ ທີ່ຈະໄດ້ຈັດຂຶ້ນລະຫວ່າງວັນທີ 22-28 ຕຸລາ 2015 ນີ້ ໃຫ້ມີຄວາມສະຫງົບປອດໄພ ມີຄວາມເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ ແລະ ບໍ່ໃຫ້ມີເຫດການທີ່ຮ້າຍແຮງເກີດຂຶ້ນ ປະທານຄະນະກຳມະການຈັດງານ ຈຶ່ງໄດ້ອອກກົດລະບຽບຊົ່ວຄາວ ວ່າດ້ວຍການຄຸ້ມຄອງງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະເພນີ ປະຈຳປີ 2015 ມີດັ່ງນີ້:
ຂອບເຂດສະຖານທີ່ຂອງການຈັດງານບຸນ ແມ່ນກຳນົດຂອບເຂດຕາມເສັ້ນທາງຖະໜົນເຈົ້າຟ້າງຸ່ມ ແຕ່ເຂດບ້ານສີຖານເໜືອ (ເມືອງສີໂຄດຕະບອງ) ຫາໂຮງໝໍມະໂຫສົດ (ເມືອງສີສັດຕະນາກ) ສ່ວນຂອບເຂດສະຖານທີ່ຈັດງານຕະຫຼາດນັດ ແມ່ນໄດ້ກຳນົດເອົາບໍລິເວນຕາມເສັ້ນທາງຖະໜົນເຈົ້າຟ້າງຸ່ມ ແຕ່ເຂດບ້ານສີຖານເໜືອຫາໂຮງໝໍມະໂຫສົດ ເຂດສວນເຈົ້າອະນຸວົງ ຕາມເສັ້ນທາງແຄມຂອງທີ່ສ້າງໃໝ່ ແລະ ພັກລຸ່ມແຄມຂອງກັ້ນຕາຝັ່ງເຈື່ອນ ສຳລັບສະຖານທີ່ບໍລິການຮັບຝາກລົດ ແມ່ນກຳນົດເອົາແຕ່ໂຮງຮຽນມັດທະຍົມສີໂຄດຕະບອງ ໄປຫາໂຮງໝໍມະໂຫສົດ ແລະ ຕາມເສັ້ນທາງຊອຍຕ່າງໆທີ່ທາງຄະນະກຳມະການທີ່ກ່ຽວຂ້ອງໄດ້ກຳນົດໄວ້ (ຄ່າຝາກລົດ: ລົດໃຫຍ່ 15.000 ກີບ ລົດຕຸກໆ-ຈຳໂບ້ 10.000 ກີບ ລົດຈັກ 5.000 ກີບ ແລະ ລົດຖີບ 2.000 ກີບຕໍ່ຄັນຕໍ່ຄັ້ງ).
ບັນຫາທີ່ສຳຄັນເພື່ອເປັນການປະກອບສ່ວນ ໃນການປົກປັກຮັກສາຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຕ່າງໆນັ້ນ ໃຫ້ແຕ່ລະອົງການຈັດຕັ້ງທີ່ເຂົ້າມາຮ່ວມງານຕະຫຼາດນັດ ຕ້ອງຈັດຕັ້ງເວນຍາມຂອບເຂດຮ້ານຂອງຕົນ ໃນກໍລະນີມີບັນຫາເກີດຂຶ້ນ ຜູ້ຮັບຜິດຊອບຮ້ານຕ້ອງແກ້ໄຂທັນທີ ແລະ ແຈ້ງຂໍຄວາມຊ່ວຍເຫຼືອຈາກເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ທີ່ພວມປະຕິບັດງານໄດ້ທຸກເວລາ ຫຼື ຄະນະສູນບັນຊາການປະຈຳການແຕ່ລະຈຸດຕະຫຼາດນັດ ເພື່ອຂໍຄວາມຮ່ວມມືປະສານງານຊ່ວຍ.
ສຳລັບຂໍ້ຫ້າມຕ່າງໆໃນໄລຍະງານບຸນມີທັງໝົດ 12 ຂໍ້ຄື:
1. ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງ ສປປ ລາວ
2. ຫ້າມຂາຍ ຫຼື ນຳເອົາອາວຸດທຸກປະເພດ ລວມທັງງ້າວ ໜ້າ ກະຖຸນ ສະໜັບມື ໂຄມໄຟລອຍເຂົ້າໄປພາຍໃນງານ ເວັ້ນເສຍແຕ່ເຈົ້າໜ້າທີ່ໄດ້ຮັບອະນຸຍາດ
3. ຫ້າມຂາຍ ແລະ ນຳເອົາຢາເສບຕິດ ທາດເບື່ອ ສານເຄມີ ທີ່ອອກລິດຕໍ່ລະບົບປະສາດທຸກຊະນິດ
4. ຫ້າມຂາຍບັ້ງກະໂພກ ແລະ ສິ່ງທີ່ເກີດສຽງດັງເກີນຂອບເຂດເຂົ້າມາວາງຂາຍ
5. ຫ້າມເອົາຜະລິດຕະພັນທີ່ລອກຮຽນແບບ (ຜ້າສິ້ນລາວ) ເຂົ້າມາວາງຂາຍ
6. ຫ້າມວາງຂາຍເຄື່ອງເກີນຂອບເຂດອອກມາໜ້າຮ້ານ ທີ່ຄະນະກຳມະການຈັດງານຕະຫຼາດນັດກຳນົດໄວ້
7. ຫ້າມຂາຍ ແລະ ນຳເອົາຜະລິດຕະພັນວັດທະນະທຳທີ່ລາມົກ ແລະ ເຊື່ອມຊາມຕ່າງໆ
ຫ້າມຫຼິ້ນການພະນັນທຸກປະເພດ
8. ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອະນຸຍາດຈາກຄະນະກຳມະການຈັດງານ
9. ຫ້າມບໍ່ໃຫ້ມີການອາລະວາດຕີກັນ
10. ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຫາກຜູ້ໃດລະເມີດ ຈະຖືກເຈົ້າໜ້າທີ່ກ່າວເຕືອນ ຫຼື ນຳຕົວໄປພັກຜ່ອນ
11. ຫ້າມບຸກຄົນ ວັດ ສຳນັກງານ-ອົງການ ອຳນາດການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າ ຂອງຄະນະກຳມະການຈັດງານຕະຫຼາດນັດ ແລະ
12. ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆໃສ່ພື້ນຢ່າງເດັດຂາດ.
ຖ້າຫາກບຸກຄົນ ຫຼື ພາກສ່ວນໃດໜຶ່ງທີ່ຝ່າຝືນກົດລະບຽບ ແລະ ຂໍ້ກຳນົດຕ່າງໆທີ່ປະທານຄະນະກຳມະການຈັດງານໄດ້ວາງອອກນັ້ນ ຈະໄດ້ຖືກກ່າວເຕືອນ ສຶກສາອົບຮົມ ປັບໃໝ ແລະ ປະຕິບັດວິໄນຕາມສະຖານໜັກ ຫຼື ເບົາຂອງຄວາມຜິດ ແລະ ຕາມລະບຽບກົດໝາຍຂອງລັດ ໃນກໍລະນີມີການລະເມີດກົດລະບຽບ ຂໍ້ກຳນົດຮ້າຍແຮງ ແມ່ນຈະບໍ່ມີການກ່າວເຕືອນ ແລະ ທຸກຄົນຕ້ອງເປັນເຈົ້າການເຮັດວຽກງານປ້ອງກັນຄວາມສະຫງົບສຸກ ນັບຖືກົດລະບຽບທີ່ທາງຄະນະກຳມະການວາງອອກຢ່າງເຂັ້ມງວດ ຖ້າຜູ້ໃດຫາກລະເມີດຂໍ້ຫ້າມໃດໜຶ່ງ ແມ່ນຈະຖືກປັບໃໝແຕ່ 50.000 ກີບ ຫາ 1 ລ້ານກີບ ແລ້ວແຕ່ກໍລະນີໜັກ ຫຼື ເບົາ ຫຼື ກັກຕົວສືບສວນຕາມສະຖານຄວາມຜິດ.
ຖ້າຫາກບຸກຄົນ ຫຼື ພາກສ່ວນໃດໜຶ່ງທີ່ຝ່າຝືນກົດລະບຽບ ແລະ ຂໍ້ກຳນົດຕ່າງໆທີ່ປະທານຄະນະກຳມະການຈັດງານໄດ້ວາງອອກນັ້ນ ຈະໄດ້ຖືກກ່າວເຕືອນ ສຶກສາອົບຮົມ ປັບໃໝ ແລະ ປະຕິບັດວິໄນຕາມສະຖານໜັກ ຫຼື ເບົາຂອງຄວາມຜິດ ແລະ ຕາມລະບຽບກົດໝາຍຂອງລັດ ໃນກໍລະນີມີການລະເມີດກົດລະບຽບ ຂໍ້ກຳນົດຮ້າຍແຮງ ແມ່ນຈະບໍ່ມີການກ່າວເຕືອນ ແລະ ທຸກຄົນຕ້ອງເປັນເຈົ້າການເຮັດວຽກງານປ້ອງກັນຄວາມສະຫງົບສຸກ ນັບຖືກົດລະບຽບທີ່ທາງຄະນະກຳມະການວາງອອກຢ່າງເຂັ້ມງວດ ຖ້າຜູ້ໃດຫາກລະເມີດຂໍ້ຫ້າມໃດໜຶ່ງ ແມ່ນຈະຖືກປັບໃໝແຕ່ 50.000 ກີບ ຫາ 1 ລ້ານກີບ ແລ້ວແຕ່ກໍລະນີໜັກ ຫຼື ເບົາ ຫຼື ກັກຕົວສືບສວນຕາມສະຖານຄວາມຜິດ.
ທີ່ມາ: ວຽງຈັນໃໝ່