ແຈ້ງຂ່າວບຸນຖວາຍເພິງ ພຣະອາຈາຣຍ໌ໃຫຍ່ ດຣ.ມະຫາຜ່ອງ ສະມາເລີກ
12 ທັນວາ 2015
----------------------------------------
ປະທານສູນກາງອົງການພຸທທະສາສະໜາສຳພັນລາວ ເຊິ່ງຈະຈັດຂຶ້ນໃນວັນທີ່ 20 ທັນວາ 2015, ທີ່ເດິ່ນພຣະທາຕຸຫລວງ ໂດຍທາງພິທີແຫ່ພຣະສົບຂອງພຣະອາຈາຣຍ໌ໃຫຍ່ ດຣ ມະຫາ ຜ່ອງ ສະມາເລີກ ແມ່ນຈະມີນົກຫັດສະດີລິງ ເປັນພາຫະນະ ນຳສະລິຣະຂອງເພິ່ນແຫ່ຈາກວັດອົງຕື້ໄປທີ່ເດິ່ນພຣະທາດຫລວງ.
ເຊິ່ງນີ້ເປັນຄັ້ງທຳອິດທີ່ເພິ່ນສ້າງ ພາຫະນະນົກຫັດສະດີລິງ ເພື່ອແຫ່ພຣະສົບ ຄັ້ງສຸດທ້າຍທີ່ເຄີຍມີໃຫ້ເຫັນກໍ່ແມ່ນ ການຖວາຍພຣະສົບເຈົ້າເພັດຊະຣາຊ ເມື່ອປີ ຄສ 1960 ເປັນເວລາ 55 ປີແລ້ວທີ່ບໍ່ມີນົກຫັດສະດີລິງໃຫ້ເຫັນ ນີ້ເປັນການຮັກສາມູນມໍຣະດົກທີ່ມີຄຸນຄ່າ ແລະມີຄວາມຫມາຍດີ ໃນວັດທະນະທັມຂອງລາວ .
ພາບແລະຂ່າວ: ຫຸມເພັດ ມະນີສຸກ
--------------------------------------------
#ມະຫາຜ່ອງ