ໄດ້ໃຈຄູຝຶກ U16 ເກັບ 3 ແຕ້ມ ເອົາຊະນະ ບຣູໄນ 1-0 ຍັງເປັນອັນດັບໜື່ງຂອງສາຍ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໄດ້ໃຈຄູຝຶກ U16 ເກັບ 3 ແຕ້ມ ເອົາຊະນະ ບຣູໄນ 1-0 ຍັງເປັນອັນດັບໜື່ງຂອງສາຍ


ຈົບການແຂ່ງຂັນໃນນັດທີ 4 ທີມຊາດລາວ U 16 ກໍ່ສາມາດເອົາຊະນະ ບຣູໄນໄປ 1-0 ຈາກການຍິງຂອງ ໄຊຍະພອນ ແສງສະຫວ່າງ ເບີ 16 ໃນນາທີທີ 10, ເກັບອີກ 3 ຄະແນນ ລວມເປັນ 10 ແຕ້ມ ອັນດັບ 1 ຂອງກຸ່ມ.
  1. ນັດທຳອິດພົບທີມຊາດ ໄທ ຊະນະ 1-0 ປະຕູ
  2. ນັດທີ 2 ພົບທີມຊາດ ຕີມໍ ເລສເຕ ຊະນະ 3-2 ປະຕູ
  3. ນັດທີ 3 ພົບທີມຊາດ ຫວຽດນາມ ສະເໝີ 2-2 ປະຕູ
  4. ນັດທີ 4 ພົບທີມຊາດ ບຣູໄນ ຊະນະ 1-0 ປະຕູ

ນັດທີ 5 ສິງຫາ ເວລາ 15:30 ລາວ ພົບ ມາເລເຊຍ, ແຟນບານທີມຊາດລາວຍັງມາລໍຖ້າລຸ້ນນຳກັນໃນນັດສຸດທ້າຍນີ້ ວ່າທີມຊາດລາວເຮົາຈະສາມາດເປັນແຊ້ມກຸ່ມໄດ້ຫຼືບໍ່, ເຊີ່ງອາດມີລຸ້ນເຖິງແຊ້ມໃນການແຂ່ງຂັນໃນລາຍການນີ້, ແຕ່ການຊະນະ ມາເລເຊຍໄວ້ ກ່ອນກໍ່ຈະສ້າງຄວາມໝັ້ນໃຈ ເພາະ ເກມຍັງບໍ່ແນ່ນອນ. ຖ້າມາເລເຊຍຊະນະ ຕີມໍເລດສະເຕ ໄດ້ ໃນນັດທີ 4 ກໍ່ຈະມີ 9 ແຕ້ມ ແລະ ໂອກາດທີ່ຈະຕົກຮອບກໍ່ມີເຊັນກັນ. ດັ່ງນັ້ນ, ເພຶ່ອລຸ້ນເຂົ້າຮອບ ຕ້ອງສະເໝີ ຫຼື ຊະນະ.





ຕາຕະລາງໃນຕອນນີ້ທີມຊາດລາວເຮົາຍັງມີຄະແນນເປັນອັນດັບ 1 ໃນກຸ່ມ A
  • ອັນດັບທີ 1 ທີມຊາດລາວ ແຂ່ງຂັນ4 ນັດ, ຊະນະ 3 ນັດ ສະເໝີ 1 ນັດ ມີທັງໝົດ 10 ຄະແນນ
  • ອັນດັບທີ 2 ທີມຊາດໄທ ແຂ່ງຂັນ 4 ນັດ, ຊະນະ 3 ເສຍ 1 ມີທັງໝົດ 9 ຄະແນນ
  • ອັນດັບທີ 3 ທີມຊາດມາເລເຊຍ ແຂ່ງຂັນ 3 ນັດ, ຊະນະ 2 ເສຍ 1 ມີທັງໝົດ 6 ຄະແນນ
  • ອັນດັບທີ 4 ທີມຊາດຫວຽດນາມ ແຂ່ງຂັນ 4 ນັດ, ຊະນະ 1 ສະເໝີ 1 ເສຍ 2 ມີທັງໝົດ 4 ຄະແນນ
  • ອັນດັບທີ 5 ທີມຊາດຕີມໍ ເລສເຕ ແຂ່ງຂັນ 3 ນັດ, ສະເໝີ 1 ເສຍ 2 ມີທັງໝົດ 1 ຄະແນນ
  • ອັນດັບທີ 6 ທີມຊາດບຣູໄນ ແຂ່ງຂັນ 4 ນັດ, ສະເໝີ 1 ເສຍ 3 ມີທັງໝົດ 1 ຄະແນນ

ສ່ວນວ່າກຸ່ມ B ແມ່ນທີມຊາດອົດສະຕາລີ ຍັງຄົງເປັນອັນດັບທີ 1 ຂອງກຸ່ມ
  • –ອັນດັບທີ 1 ທີມຊາດອົດສະຕາລີ ແຂ່ງຂັນ 2 ນັດ, ຊະນະ 2 ນັດ ມີທັງໝົດ 6 ຄະແນນ
  • –ອັນດັບທີ 2 ທີມຊາດມຽນມາ ແຂ່ງຂັນ 2 ນັດ, ຊະນະ 2 ນັດ ມີທັງໝົດ 6 ຄະແນນ
  • ອັນດັບທີ 3 ທີມຊາດກຳປູເຈຍ ແຂ່ງຂັນ 2 ນັດ, ຊະນະ 1 ເສຍ 1 ມີທັງໝົດ 3 ຄະແນນ
  • –ອັນດັບທີ 4 ທີມຊາດສິງກະໂປ ແຂ່ງຂັນ 3 ນັດ, ຊະນະ 1 ເສຍ 2 ມີທັງໝົດ 3 ຄະແນນ
  •  ອັນດັບທີ 5 ທີມຊາດຟີລິບປິນ ແຂ່ງຂັນ 3 ນັດ, ເສຍ 3 ນັດ ມີທັງໝົດ 0 ຄະແນນ

Post Bottom Ad