ຕົວເມືອງຫຼວງນ້ຳທາ ປະສົບບັນຫາໄພນ້ຳຖ້ວມ ວັນທີ 2/8/2015 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຕົວເມືອງຫຼວງນ້ຳທາ ປະສົບບັນຫາໄພນ້ຳຖ້ວມ ວັນທີ 2/8/2015


ລາຍງານສະພາບ ດິນຟ້າອາກາດ ຈາກປະຊາຊົນ ເຂດບ້ານທ່າອໍ້, ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ໃຫ້ຮູ້ວ່າ ມື້ນີ້ ວັນທີ 2 ສິງຫາ 2015, ນ້ຳໄດ້ໄຫຼ ຂຶ້ນຢ່າງກະທັນຫັນ ແລະ ໄດ້ຖ້ວມ ຫຼາຍເສັ້ນທາງ. ເຮັດໃຫ້ການສັນຈອນ ມີຄວາມຫຍຸ້ງຍາກ. ບາງບ່ອນຕ້ອງໄດ້ໃຊ້ເຮືອ ຢາງ ໃນການໄປມາ ເພາະລະດັບນ້ຳເລີກ.

ຍັງບໍ່ມີລາຍງານ ເຖິງຜົນກະທົບຂອງອຸທົກກະໄພ ໃນຄັ້ງນີ້. ກໍ່ຂໍສົ່ງກຳລັງໃຈ ໃຫ້ພີ່ນ້ອງ ຫຼວງນ້ຳທາ ໃຫ້ມີຄວາມລະມັດລະວັງ ແລະ ເດີນທາງດ້ວຍຄວາມປອດໄພ.

ປະຈຸບັນ ຝົນຍັງຄົງຕົກຢ່າງຕໍ່ເນື່ອງ (2/8/20015 - 16:00)

ພາບແລະຂ່າວ: Boo Getsunova

#ໄພນ້ຳຖ້ວມ #ຫຼວງນ້ຳທາ
>>>>>>













Post Bottom Ad