ເຈົ້າໜ້າທີ່ເມືອງສີໂຄດ ຍຶດອາຫານ ທີ່ແຊຟໍມາລິນ ມາທຳລາຍຖິ້ມ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຈົ້າໜ້າທີ່ເມືອງສີໂຄດ ຍຶດອາຫານ ທີ່ແຊຟໍມາລິນ ມາທຳລາຍຖິ້ມ


ເຈົ້າໜ້າທີ່ເມືອງສີໂຄດ ຍຶດອາຫານ ທີ່ແຊຟໍມາລິນ ມາທຳລາຍຖິ້ມ
>>>>>>>>>>>>>>>>>>>>>>>>>>
ມື້ນີ້ 4/8/2015 ທີມງານສະເພາະກິດ ຂອງເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ສາມາດ ກວດ ແລະ ຢືດ ອາຫານ ປະເພດ ເຄື່ອງໃນຫມູ ຫນັງຫມູ ແລະ ຄູຄັນນາ ທີຖືກຫລັກນຳເຂົ້າຈາກຫວຽດນາມ ໂດຍແຊ່ສານຟໍມາລິນ ທີ່ເປັນສານພິດ ອັນຕະລາຍຕໍ່ສຸຂະພາບຮ່າງກາຍ.
ເຊິ່ງສິນຄ້າທັງໝົດແມ່ນຖືກຢຶດ ແລະ ນຳມາຖົມທຳລາຍຖີ້ມ ແລ້ວ. ຈິ່ງເຕືອນໄພ ແກ່ພໍ່ແມ່ພີ່ນ້ອງ ທີ່ຈະຊື້ອາຫານປະເພດດັ່ງກ່າວ ໃຫ້ລະມັດລະວັງແດ່ເດີ.
ເປັນກຳລັງໃຈ ແລະ ຮຽກຮ້ອງໃຫ້ ທາງໜ່ວຍງານກວດສອບຄຸນນະພາບຂອງສິນຄ້າ ທຸກເມືອງ ທຸກແຂວງ ເອົາໃຈໃສ່ ກວດກາບັນຫານີ້ຢ່າງຈິງຈັງ. ເພາະການກິນອາຫານແຊຟໍມາລິນ ບໍ່ຕ່າງຫຍັງກັບການຖືກວ່າງຢາພິດ ໂດຍທາງອ້ອມ ຈະເປັນອັນຕະລາຍແກ່ສຸຂະພາບຂອງພໍ່ແມ່ປະຊາຊົນ.
ລາຍງານໂດຍ: ຈັນທະຫວິນ ລືຖາວອນ



Post Bottom Ad