ເລື່ອງດີຄົນເກັ່ງ ມື້ນີ້ ທີມງານປະກາດ ຂໍຍົກເອົາເລື່ອງລາວ ທີ່ພົນລະເມືອງດີສອງຄົນ ທີ່ໄດ້ກອບກູ້ເອົາຊີວິດ ຂອງຄົນເຈັບທີ່ເກີດອຸບັດຕິເຫດ ໃນຕອນເຊົ້າມື່ດ ເວລາປະມານ 01:35 ວັນທີ 3 ສິງຫາ 2015.
ໂດຍທີ່ Laynin Nin ແລະ Lerd Sengkhamnhong ທັງສອງໄດ້ພົບເຫັນອຸບັດຕິເຫດ ຢູ່ເສັນທາງໃນເມືອງປາກເຊ ແຂວງຈຳປາສັກ ມີລົດກະບະລ້ຽວຕັດໜ້າລົດຈັກ ແລ້ວເຮັດໃຫ້ລົດຈັກເສຍຫຼັກ, ຜູ້ຂັບຂີ່ລົດຈັກ ລົ້ມໃສ່ຄູກາງທາງ ເຮັດໃຫ້ບາດເຈັບໜັກ, ຫົວໃຈຢຸດເຕັ້ນ.
ທັງສອງໄດ້ເຂົ້າໄປເບິ່ງອາການ ແລະ ໄດ້ຊ່ວຍໂປ່ມຫົວໃຈ ປະມານ 3-5 ນາທີ, ເບິ່ງຄືຈະບໍ່ມີຄວາມຫວັງ ເພາະວ່າ ຊາຍຄົນນັ້ນ ບໍ່ຫາຍໃຈແລ້ວ. ແຕ່ກໍ່ມີໂຊກແລະປະຕິຫານ ເມື່ອ ທັງສອງໄດ້ຊ່ວຍໂປ່ມຫົວໃຈຕໍ່ ໄປນັ້ນ, ຊາຍຄົນເຈັບ ກໍ່ຟື້ນ. ທັງສອງຈິ່ງໄດ້ຂໍການຊ່ວຍເຫຼືອ ກັບພົນລະເມືອງດີ ທີ່ມີລົດໃຫຍ່ ກໍ່ຄືເຈົ້າຂອງລົດ ຈຳປາສັກ ກຂ 3280 ໄປສົ່ງທີ່ໂຮງໝໍຈຳປາສັກ. ເມື່ອຮອດໂຮງໝໍແລ້ວ, ທາງແພດໝໍກໍ່ໄດ້ເອົາໃຈໃສ່ ຊ່ວຍຈົນຄົນເຈັບພົ້ນຂີດອັນຕະລາຍ.
ນີ້ເປັນຄຳເວົ້າຂອງ ຊາຍຮີໂຣ ທັງສອງທີ່ໄດ້ໂພດສ໌ລົງເຟສບຸກຂອງພວກເຂົາ.
ນີ້ເປັນຕົວຢ່າງທີ່ດີ ຂອງຊາຍຮີໂຣ ທັງສອງທີ່ບໍ່ໄດ້ເພີກເສີຍ ເມື່ອເຫັນຄົນອື່ນເດືອດຮ້ອນ ແລະ ປະສົບບັນຫາ, ຂອບໃຈທາງເຈົ້າຂອງລົດ ທີ່ຊ່ວຍສົ່ງໂຮງໝໍ. ແລະ ທາງແພດໝໍ ທີ່ຊ່ວຍຊີວິດ ຄົນເຈັບຈົນລອດຊີວິດ.
ນຳສະເໜີ ເລື່ອງດີຄົນເກັ່ງໂດຍ: ທີມງານ ປະກາດ