ດີກາຂ່າວບຸນ ຮູບຫຼໍ່ ທ່ານປະທານ ໜູຮັກ ພູມສະຫວັນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ດີກາຂ່າວບຸນ ຮູບຫຼໍ່ ທ່ານປະທານ ໜູຮັກ ພູມສະຫວັນ




ດີກາຂ່າວບຸນ ຮູບຫຼໍ່ ທ່ານປະທານ ໜູຮັກ ພູມສະຫວັນ

ຄະນະເຈົ້າພາບເຈົ້າສັດທາມີ:ການນຳພັກລັດຂັ້ນສູນກາງ, ກົມກອງ, ອົງການແນວລາວສ້າງຊາດ,ອົງການຈັດຕັ້ງມະຫາຊົນ,ທຸລະກິດຂອງລັດ ແລະເອກະຊົນບັນດາເຜົ່າຊາວແຂວງ ສະຫວັນນະເຂດ ແລະ ຄອບຄົວ ພູມສະຫວັນ ພ້ອມລູກຫຼານ ແລະ ຍາດພີ່ນ້ອງມີຄວາມຍິນດີຂໍແຈ້ງຂ່າວບຸນ ຮູບຫຼໍ່ ທ່ານປະທານ ໜູຮັກ ພູມສະຫວັນ ອະດີດປະທານປະເທດ ສ ປ ປ ລາວ,ເຊິ່ງແມ່ນຜູ້ນຳການປະຕິວັດລຸ້ນກໍ່ຕັ້ງທັງນີ້ກໍ່ເພື່ອສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນທັງປູກຈິດສຳນຶກໃຫ້ແກ່ຄົນຮຸ່ນສືບທອດໄດ້ຮຽນຮູ້ເອົາແບບຢ່າງການຊີ້ນຳໆພາ,ຄຸນສົມບັດສິນທຳປະຕິວັດແລະແບບແຜ່ນການດຳລົງຊີວິດອັນດີເລີດທີ່ຄວນສືບທອດ,ພິທີຈະໄດ້ຈັດຂື້ນຢູ່ສະຖານທີຕັ້ງຮູບຫຼໍ່ ທ່ານປະທານ ໜູຮັກ ພູມສະຫວັນ,ຢູ່ບ້ານ ທ່າເມືອງ, ເມືອງໄກສອນ ພົມວິຫານ,ແຂວງສະຫວັນນະເຂດ (ຂ້າງສະຫນາມກິລາກຸວໍລະວົງ)


ຄະນະເຈົ້າພາບເຈົ້າສັດທາໃນງານບຸນ ຮູບຫຼໍ່ຄັ້ງນີ້ມີ:
-ຍາທ່ານໃຫຍ່ ມະຫາງອນ ດຳລົງບຸນ ຮອງປະທານ ອ.ພ.ສ ສູນກາງອົງທີ 1,ປະທານ ອ.ພ.ສ ແຂວງສະຫວັນນະເຂດ ພ້ອມຄະນະ ອ.ພ.ສ ແຂວງ-ເມືອງ ແລະ ພຣະສົງສະມະເນນເປັນເຄົ້າ.
ຝ່າຍຄະຣະວາດປະກອບມີ:
-ການນຳພັກ-ລັດ ຂັ້ນສູນກາງ ພ້ອມການຈັດຕັ້ງທຸກພາກສ່ວນຂັ້ນສູນກາງ.
-ການນຳພັກ-ລັດແຂວງ ສະຫວັນນະເຂດ ພ້ອມການຈັດຕັ້ງທຸກພາກສ່ວນອ້ອມຂ້າງແຂວງ,ເມືອງຕະຫລອດຮອດປະຊາຊົນລາວບັນດາເຜົ່າ ແລະ ຊາວແຂວງສະຫວັນນະເຂດ ທຸກທົ່ວໝ້າ.
-ຄອບຄົວ ພູມສະຫວັນ ພ້ອມລູກຫລານ ແລະ ຍາດຕິພີ່ນ້ອງ.


ກຳນົດລາຍການບຸນມີດັ່ງນີ້:
-ວັນເສົາແຮມ 7 ຄ່ຳເດືອນ 6 ພ.ສ 2558 ກົງກັບວັນທີ 09/05/2015 ເປັນມື້ຕົກແຕ່ງເຄື່ອງໄຊຍະທານແລະຕອນກາງຄືນມີພິທີແຕ່ເວລາ 19:00 ໂມງເປັນຕົ້ນໄປ.
-ວັນອາທິດແຮມ 8 ຄ່ຳເດືອນ 6 ພ.ສ 2558 ກົງກັບວັນທີ 10/05/2015 ເປັນມື້ຕັກບາດຖວາຍສັງຄະທານແດ່ພຣະສົງສາມະເນນຈຳນວນ108 ອົງແລ້ວຈົບພິທີ.


ດັ່ງນັ້ນຄະນະເຈົ້າພາບເຈົ້າສັດທາ ຈຶ່ງຂໍແຈ້ງຂ່າວບຸນກຸສົນແລະຂໍຮຽນເຊີນມາຍັງການນຳພັກ-ລັດຂັ້ນສູນກາງ ແລະ ທ້ອງຖິ່ນຕະຫລອດຮອດການຈັດຈັດຕັ້ງທຸກພາກສ່ວນ ພ້ອມພີ່ນ້ອງຊາວລາວບັນດາເຜົ່າທັງຢູ່ໃກ້ແລະຢູ່ໄກ ຈົ່ງຮ່ວມທຳບຸນກຸສົນເຖິງດວງວິນຍານຂອງ ທ່ານປະທານ ໜູຮັກ ພູມສະຫວັນ ນະໂອກາດນີ້ດ້ວຍ.


ພວກຂ້າພະເຈົ້າຂໍອວຍໄຊໃຫ້ພອນອັນປະເສີດແດ່ບັນດາທ່ານຈົ່ງມີຄວາມສຸກຄວາມຈະເລີນແລະປາສະ
ຈາກໂຣກໄພໄຂ້ເຈັບທຸກປະການດ້ວຍເທີ້ນ

Post Bottom Ad