EU ຈະຈັດເທດສະການອາຫານເອີຣົບຄັ້ງທີ 4 ທີ່ນະຄອນຫຼວງວຽງຈັນ ວັນທີ 9 ພຶດສະພາ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

EU ຈະຈັດເທດສະການອາຫານເອີຣົບຄັ້ງທີ 4 ທີ່ນະຄອນຫຼວງວຽງຈັນ ວັນທີ 9 ພຶດສະພາ


EU ຈະຈັດເທດສະການອາຫານເອີຣົບຄັ້ງທີ 4 ນະຄອນຫຼວງວຽງຈັນ
ເທດສະການອາຫານເອີຣົບຄັ້ງທີ4ຈະໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນໃນ ວັນເສົາ ວັນທີ 9 ພຶດສະພາ 2015 ທີ່ ເດີ່ນຂ້າງຫໍວັດທະນະທຳແຫ່ງຊາດ ເພື່ອເປັນການສະເຫຼີມ ສະຫຼອງວັນສ້າຕັ້ງສະຫະພາບເອີຣົບຄົບຮອບ 65ປີ ຫຼືວັນເອີຣົບ ວັນທີ 9 ພຶດສະພາ.

ເທດສະການອາຫານໃນຄັ້ງນີ້ຈັດຂຶ້ນພາຍໃຕ້ການຮ່ວມມືລະຫວ່າງ ສະຫະພາບເອີຣົບ, ສະພາການຄ້າແລະອຸດສະຫະກຳເອີຣົບແລະບໍລິສັດອານາມຟາຍຟູດ ແລະກໍ່ຈະໄດ້ນຳສະເໜີອາຫານທີ່ມີຄວາມຫຼາກຫຼາຍ, ມືສື່ສຽງແລະເປັນທີ່ຮັກຫອມຂອງທະວີບທີ່ມີປະຫວັດສາດອັນຍາວນານ ເຊິ່ງໄດ້ຮັບການສືບທອດຕໍ່ກັນມາຫຼາຍຊົ່ວຄົນແລະກໍ່ເປັນທີ່ຍອມຮັບໃນທົ່ວໂລກ.
ທ່ານ ມີແຊນ ໂກແພງ ອຸປະທູດ ສຳນັກງານ ຜູ້ຕາງໜ້າສະຫະພາບເອີຣົບປະຈຳລາວກ່າວຕໍ່ກອງປະຊຸມຖະແຫຼງຂ່າວວ່າ: ເທດສະການອາຫານເອີຣົບຄັ້ງນີ້ ຈະຊ່ວຍສົ່ງເສີມການຮ່ວມມືດ້ານວັດທະນະທຳ ແລະການທ່ອງທ່ວຽໃນນະຄອນຫຼວງວຽງຈັນ ແລະ ກໍ່ຈະມີກິດຈະກຳຫຼາຍຢ່າງ, ໂດຍສະເພາະກິດຈະກຳດ້ານອາຫານ, ໂດຍຈະມີເຕັ້ນອາຫານຕ່າງໆຈາກຫຼາຍປະເທດສະມາຊິກອີຢູ ທີ່ຖືກອອກແບບໃຫ້ແທດເໝາະກັບລັກສະນະທີ່ໂດດເດັ່ນຂອງແຕ່ລະປະເທດ, ເຄື່ອງດື່ມເຊິ່ງປະກອບມີວາຍແລະເບຍເອີຣົບ, ກິດຈະກຳມ່ວນຊື່ນສຳລັບເດັກແລະການສະແດງເທິງເວທີຫຼາຍຢ່າງ.
ເທດສະການອາຫານໃນຄັ້ງນີ້ ຈະໄດ້ນຳສະເໜີຄວາມຫຼາກຫຼາຍຂອງຮ້ານອາຫານເອີຣົບທີ່ດຳເນີນທຸລະກິດໃນນະຄອນຫຼວງວຽງຈັນ ເຊິ່ງຈະນຳສະເໜີສິ່ງສ້າງສັນອັນເປັນເລີດເພື່ອສ້າງຄວາມປະທັບໃຈໃຫ້ກັບບັນດາແຂກທີ່ໄປທ່ຽວຊົມແລະຊີມ.
ທ່ານອຸປະທູດໂກແຟງກ່າວຕື່ມອີກວ່າ:''ນັບແຕ່ໄດ້ຈັດເທດສະການອາຫານເອີຣົບຄັ້ງທຳອິດໃນປີ2012, ເຫັນວ່າມີຮ້ານອາຫານ, ຜູ້ນຳເຂົ້າອາຫານແລະເຄື່ອງດື່ມຈາກເອີຣົບຈຳນວນຫຼາຍຂຶ້ນທີ່ສົນໃຈແລະສະແດງເຈັດຈຳນົງຢາກເຂົ້າຮ່ວມໃນເທດສະການອາຫານເອີຣົບປະຈຳປີທີ່ນະຄອນຫຼວງວຽງຈັນ.''
ຮ້ານອາຫານແລະຜູ້ນຳເຂົ້າອາຫານທີ່ມີສື່ສຽງຈຳນວນຫຼາຍກ່ວາ25ຮ້ານໃນນະຄອນຫຼວງວຽງຈັນຈະໄດ້ເຂົ້າຮ່ວມເທດສະການໃນຄັ້ງນີ້ແລະແຂກທີ່ເຂົ້າຮ່ວມຈະມີໂອກາດມ່ວນຊື່ນໄປກັບການເດີນທາງຊີມອາຫານລະດັບໂລກຈາກເອີຣົບທີ່ທ່ານຈະປະທັບໃຈ.

European Union launched 4th Food Festival in Vientiane
The 4th European Food Festival will be held in Vientiane on Saturday, 9th May 2015at parking space of the National Cultural Hall to celebrate the 65th Anniversary of the European Union.
The culinary event is organised under the joint initiative of the European Union Delegation, European Chamber of Commerce and Industry and Annam Fine Food and will showcase the diverse, famous and well-loved cuisine of the old continent that has been handed down over many generations and gained worldwide reputation.
Speaking at a press conference, European Union Delegation Chargé d'Affaires Mr Michel Goffin said that this fourth European Food Festival will help promote cultural cooperation and tourism in Vientiane and will include numerous activities, especially concerning food, with various food tents of different European nationalities designed to match each country's most notable characteristics, drinks including European wines and beverage, a number of fun activities for kids and live entertainment.
The European Food Festival will highlight the sheer variety of restaurants found in Vientiane, which will all be at their creative best, so as to surprise and delight all visitors from all ages!
"Since the first festival in 2012, we have increasingly more request from European restaurants, food and drink vendors as well as businesses to take part in this annual event," added Mr Goffin.
More than 25 European restaurateurs and food vendors will be joining the festivities and guests will have a chance to enjoy a journey through the amazing culinary world of Europe.

ທີ່ມາ:​ European Union in Laos



Post Bottom Ad