ນຳໃຊ້ສື່ອອນລາຍ ແລະ ອິນເຕີເນັດໃຫ້ມີຜົນປະໂຫຍດ ເພື່ອການພັດທະນາ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ນຳໃຊ້ສື່ອອນລາຍ ແລະ ອິນເຕີເນັດໃຫ້ມີຜົນປະໂຫຍດ ເພື່ອການພັດທະນາ

ພາບປະກອບ: Getty image

ໃນກອງປະຊຸມປຶກສາຫາລືການຄຸ້ມຄອງອິນເຕີແນັດແຫ່ງຊາດ ທີ່ໄດ້ຈັດຂຶ້ນ ເມື່ອກາງເດືອນມັງກອນ 2015 ນີ້, ຢູ່ນະ ຄອນຫລວງວຽງຈັນ ໂດຍການເຂົ້າຮ່ວມ ຂອງທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ ມະຫາພາກ ແລະ ການບໍລິການກໍໄດ້ຍົກໃຫ້ເຫັນອັນດີທີ່ຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຕ່າງໆຂອງ ມັນ.

ດັ່ງນັ້ນ, ເພື່ອນຳໃຊ້ໃຫ້ເປັນ ປະໂຫຍດ ກອງປະຊຸມກໍໄດ້ແນະ ນຳຫລາຍບັນ ຫາຄືໃຫ້ເອົາໃຈໃສ່ວິເຄາະໄຈແຍກ ກວດສອບລະອຽດບັນດາຂໍ້ມູນ ແລະ ຂ່າວສານຕ່າງໆເພື່ອນຳອອກມາເຜີຍແຜ່, ຖ້າບຸກຄົນ ໃດໜຶ່ງຢາກສະແດງຄວາມ ຄິດເຫັນລົງໃສ່ສື່ອອນລາຍເຮົາຕ້ອງເລືອກຂໍ້ມູນທີ່ມີຫລັກຖານ, ຄວາມເປັນຈິງ ແລະ ບໍ່ຂັດກັບ ແນວທາງນະໂຍບາຍ ຂອງພັກ ແລະ ລັດວາງອອກ, ການນຳສະເໜີຮູບພາບ, ສຽງ ແລະ ປະເພດສິນຄ້າຕ່າງໆຕ້ອງແມ່ນ ຕົ້ນສະບັບ. ພ້ອມນັ້ນ ກໍຄວນຫລີກເວັ້ນການໂຄສະນາເຜີຍແຜ່ຮູບພາບ ແລະ ສະຖານທີ່ສຳຄັນຂອງຊາດ, ບໍ່ເຜີຍແຜ່ຮູບພາບລາມົກອານາຈານ ແລະ ບໍ່ຄວນຄິດວ່າການປະກອບຄຳຄິດ-ຄຳເຫັນລົງໃນສື່ອອນລາຍເປັນເລື່ອງທີ່ມ່ວນຊື່ນ.

ໃນກອງປະຊຸມດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ບຸນປອນ ບຸດຕະນະວົງ ກໍໄດ້ແນະນຳຫລາຍບັນຫາເພື່ອ ພະນັກງານ, ທະຫານ, ຕຳຫລວດກໍຄືປວງຊົນລາວທຸກຖ້ວນໜ້າບໍ່ວ່າຈະສັງກັດວົງການຈັດຕັ້ງສັງຄົມໃດ ແລະ ທ້ອງຖິ່ນ ຮາກຖານໃດຈົ່ງພ້ອມກັນເປັນເຈົ້າການໃນການນຳໃຊ້ສື່ອອນລາຍ ແລະ ອິນເຕີແນັດໃຫ້ມີຜົນຄື:


ໜຶ່ງ: ຄະນະພັກ-ຄະນະບັນຊາ, ອຳນາດການປົກຄອງທຸກ ຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນຕ້ອງຍົກສູງຄວາມ ຮັບຜິດຊອບຂອງຕົນເຂົ້າໃນການ ສຶກສາອົບຮົມຖັນແຖວພະນັກງານ, ສະມາຊິກພັກ, ລັດຖະກອນ, ນັກຮຽນ, ນັກສຶກ ສາ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ, ຊັ້ນຄົນຕ່າງໆ ໃຫ້ມີຄວາມຮັບຮູ້, ເຂົ້າໃຈແຈ້ງກ່ຽວກັບຄວາມ ໝາຍຄວາມສຳຄັນ, ຜົນດີ-ຜົນຮ້າຍໃນການນຳໃຊ້ສື່ສັງຄົມອອນລາຍ.


ສອງ: ຕ້ອງກຳແໜ້ນແນວທາງແຜນນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດທີ່ວາງອອກໃນແຕ່ລະໄລຍະ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກທີ່ສວຍໃຊ້ຄວາມກ້າວໜ້າຂອງວິ ທະຍາສາດ, ເຕັກໂນໂລຊີຂໍ້ມູນ ຂ່າວສານທີ່ທັນສະໄໝ ເປັນຕົ້ນ ກໍແມ່ນສື່ສັງຄົມອອນລາຍ ເພື່ອ ໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ທີ່ບໍ່ຖືກຕ້ອງ, ບິດເບືອນ, ໃສ່ຮ້າຍປ້າຍສີທັບຖົມໂຈມຕີສ້າງຄວາມປັ່ນປ່ວນເພື່ອຫວັງແບ່ງແຍກຄວາມສາມັກຄີພາຍໃນ ຊາດກໍຄືແນວທາງຂອງພັກ-ລັດວາງອອກ.


ສາມ: ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫລວດ, ນັກຮຽນ, ນັກສຶກສາຕະຫລອດຮອດຊັ້ນຄົນຕ່າງໆ ຈົ່ງເປັນເຈົ້າ ການວິເຄາະໄຈ້ແຍກບັນດາຂໍ້ມູນຂ່າວສານທີ່ອອກມາເຜີຍແຜ່ໃນໂລກອອນລາຍວ່າມີມູນຄວາມຈິງ ຫລືວ່າ ຕົວະຍົວະຫລອກລວງ ເພື່ອຫລີກເວັ້ນການຊວນເຊື່ອໄປແນວທາງທີ່ບໍ່ດີ.


ສີ່: ບັນດາກະຊວງ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ເພີ່ມທະວີຄວາມຮັບຜິດຊອບໃນການຄຸ້ມຄອງ ຂໍ້ມູນຂ່າວສານຜ່ານທາງອິນເຕີແນັດເປັນຕົ້ນກໍແມ່ນປະຕິບັດຕາມດຳລັດ 327/ລບ ທີ່ວາງອອກໄປຈັດຕັ້ງຜັນຂະຫຍາຍ ໃຫ້ມີປະສິດທິຜົນເພື່ອຮັບປະກັນຄວາມມີສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງ ຄົມປົກປ້ອງກຽດສັກສີຜົນປະໂຫຍດອັບຊອບທຳ ແລະ ຖືກຕ້ອງຕາມກົດໝາຍຂອງບຸກຄົນ ແລະ ການຈັດຕັ້ງເພື່ອເພີ່ມ ທະວີແນໃສ່ເສີມຂະຫຍາຍດ້ານທີ່ເປັນປະໂຫຍດ ແລະ ສະກັດກັ້ນດ້ານທີ່ຫຍໍ້ທໍ້ຕໍ່ສັງຄົມ ເພື່ອພ້ອມກັນປະກອບສ່ວນເ ຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນຕາມອຸດົມການຂອງພັກທີ່ຕັ້ງເປົ້າໝາຍເອົາໄວ້.


ຂ່າວ: ລາວພັດທະນາ
-------
more @ www.pakaad.com

Post Bottom Ad