ຍົກຍອດຊໍ່ຟ້າ ຫໍພະແກ້ວ ວັນທີ 2 ພຶດສະພາ 2015 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຍົກຍອດຊໍ່ຟ້າ ຫໍພະແກ້ວ ວັນທີ 2 ພຶດສະພາ 2015

ພາບ: ເທບພະວົງ
ພາຍຫຼັງທີ່ ພິພິທະພັນ ຫໍພະແກ້ວ ໄດ້ເລີ່ມດຳເນີນການປະຕິສັງຂອນມາແຕ່ຕົ້ນເດືອນ ທັນວາ ປີ 2014 ຜ່ານມາ ເຊິ່ງໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນ ແລະ ບໍລິຈາກ ທັງດ້ານວັດຖຸປັດໃຈ ຢ່າງຕໍ່ເນື່ອງ ຈາກບັນດາອົງການຈັດຕັ້ງ, ຫົວໜ່ວຍທຸລະກິດ, ຫ້າງຮ້ານ, ປະຊາຊົນລາວ ທັງຢູ່ພາຍໃນ ແລະ ຕ່າງປະເທດ ເຮັດໃຫ້ການບູລະນະສ້ອມແປງ ແລະ ປ່ຽນຖ່າຍສິ່ງຜຸພັງຂອງຫຼັງຄາ ສໍາເລັດໄປແລ້ວ ສ່ວນໜຶ່ງ. ສະນັ້ນ ໃນວັນທີ 2 ພຶດສະພາ 2015 ເຊິ່ງກົງກັບມື້ເພັງ 15 ຄ່ຳເດືອນ 6 ພສ 2558 ( ວັນບຸນວິສາຄະບູຊາ) ຈະໄດ້ຈັດພິທີ ຍົກຍອດຊໍ່ຟ້າ ພິພິທະພັນ ຫໍພະແກ້ວ.

ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າຄະນະຮັບຜິດຊອບ ໂຄງການ ບູລະນະປະຕິສັງຂອນ ພິພິທະພັນ ຫໍພະແກ້ວ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 29 ເມສາ 2015 ນີ້ ໂດຍລະບຸວ່າ: ໃນວັນທີ່ເປັນສິລິມຸງຄຸນອັນຍິ່ງໃຫຍ່ ຍອດຊໍ່ຟ້າຈະໄດ້ສະທິດຢູ່ເທິງຍອດສູງສຸດຂອງຫໍພະແກ້ວ, ປັດຈຸບັນສາມາດລະດົມທຶນໄດ້ທັງໝົດ 1 ຕື້ກວ່າກີບ ເງິນໂດລາ 15 ພັນກວ່າໂດລາສະຫະລັດ ແລະ ເງິນບາດໄທ 2 ແສນກວ່າບາດ ພ້ອມດ້ວຍຄຳ 3 ກິໂລ ທີ່ນຳໄປເຮັດເປັນສ່ວນປະກອບຂອງຍອດຊໍ່ຟ້າ.

ໂອກາດນີ້ ຈຶ່ງໄດ້ແຈ້ງຂ່າວໃຫ້ທຸກພາກສ່ວນຂອງ ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ບັນດາຫົວໜ່ວຍທຸລະກິດຫ້າງຮ້ານ, ຕະຫຼອດເຖິງພໍ່ແມ່ປະຊາຊົນ ທັງຢູ່ໃນນະຄອນຫຼວງວຽງຈັນ, ຕ່າງແຂວງ ແລະ ຕ່າງປະເທດ ຜູ້ທີ່ມີນ້ຳໃຈສັດທາ ເຊີນເຂົ້າຮ່ວມບໍລິຈາກ ແລະ ຮ່ວມໂມທະນາທານ ທຳບຸນໃນງານຍົກຍອດຊໍ່ຟ້າໃນຄັ້ງນີ້ດ້ວຍ.

-----------
more @ www.pakaad.com

Post Bottom Ad