ສອງແມ່ລູກຄົນລາວ ໄດ້ຮັບການຊ່ວຍເຫຼືອ ຈາກການຖືກຈັບເອີ້ນຄ່າໄຖ່! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສອງແມ່ລູກຄົນລາວ ໄດ້ຮັບການຊ່ວຍເຫຼືອ ຈາກການຖືກຈັບເອີ້ນຄ່າໄຖ່!



ສອງແມ່ລູກຊາວລາວ ຖືກແກ໊ງຕຳຫລວດອຸດອນຍັດຢາບ້າ ຈັບເອີ້ນຄ່າໄຖ່ ໂຊກດີຕຳຫລວດໜອງຄາຍ ຊ້ອນແຜນຊ່ວຍເຫລືອສຳເລັດ!

ສອງແມ່ລູກຊາວລາວ ຖືກແກ໊ງຕຳຫລວດອຸດອນຍັດຢາບ້າ ຈັບຮຽກຄ່າໄຖ່ເພື່ອແລກກັບການບໍ່ຖືກດຳເນີນຄະດີ ໂຊກດີຕຳຫລວດແຂວງໜອງຄາຍຊ້ອນແຜນໃຫ້ຄວາມຊ່ວຍເຫລືອສຳເລັດ.


ສຳນັກຂ່າວໄທຣັດຂອງໄທ ລາຍງານໃນວັນທີ 27 ເມສານີ້ວ່າ ໃນມື້ວານນີ້ (26 ເມສາ) ເວລາ 19:00 ທີ່ດ່ານຊາຍແດນຂົວມິດຕະພາບລາວ – ໄທ ແຂວງໜອງຄາຍ, ເຈົ້າໜ້າທີ່ຕຳຫລວດໄທ ນຳໂດຍ ທ່ານ ພົນຕີ ຊູຣັດ ປານເຫງົ້າ ຜູ້ບັນຊາການຕຳຫລວດແຂວງໜອງຄາຍ ໄດ້ນຳກຳລັງເຂົ້າຈັບກຸມ ຮ້ອຍເອກ ສຸຣະພັດ ເພັນສີ, ຮ້ອຍໂທ ພີຣະພົງ ຕຣີພົງ, ຮ້ອຍຕີ ສົມເດັດ ສຸກຣົມ ພ້ອມດ້ວຍພົນຕຳຫວດອີກ 3 ຄົນ ເຊິ່ງເປັນເຈົ້າໜ້າທີ່ຕຳຫລວດສັງກັດຢູ່ແຂວງອຸດອນທານີ, ນອກຈາກນັ້ນ ຍັງມີຕຳຫລວດອາສາສະໝັກ 1 ຄົນ ແລະ ພົນລະເຮືອນອີກ 1 ຄົນ (ລວມທັງໝົດ 8 ຄົນ) ພ້ອມຂອງກາງ ອາວຸດປືນສັ້ນ 7 ກະບອກ, ປືນລູກຊອງຍາວ 1 ກະບອກ, ເງິນສົດ 300,000 ບາດ, ຢ້າບ້າ 108 ເມັດ, ຢາໄອ້ 1 ຖົງ, ລົດກະບະ 2 ຄັນ ແລະ ລົດເກັງອີກ 1 ຄັນ.

ຕອນເຈົ້າທີ່ເຂົ້າຈັບກຸມ


ການເຂົ້າຈັບກຸມແກ໊ງຕຳຫລວດດັ່ງກ່າວນີ້ ແມ່ນເນື່ອງຈາກໃນເວລາ 11:00 ຂອງວັນດຽວກັນ ໄດ້ມີ ນາງ ພວງມາລີ ຕັນທະແກ້ວ ອາຍຸ 20 ປີ ຢູ່ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ສປປ ລາວ ໄດ້ເຂົ້າແຈ້ງຄວາມຕໍ່ ພົນຕີ ຊູຣັດ ປານເຫງົ້າ ທີ່ໜອງຄາຍ ເພື່ອຂໍຄວາມຊ່ວຍເຫລືອ ໂດຍໃນຕອນແລງຂອງວັນທີ 25 ເມສາຜ່ານມາ ແມ່ຂອງຕົນຊື່ ນາງ ບົວຈັນ ຕັນທະແກ້ວ ອາຍຸ 55 ປີ ແລະ ນ້ອງຊາຍຊື່ ທ້າວ ພອນສະຫວັນ ຕັນທະແກ້ວ ອາຍຸ 14 ປີ ໄດ້ເດີນທາງມາແຂວງໜອງຄາຍ ແຕ່ໄດ້ຖືກກຸ່ມຄົນທີ່ອ້າງວ່າ ເປັນເຈົ້າໜ້າທີ່ຕຳຫລວດອຸດອນທານີ ເຂົ້າຈັບກຸມທັງສອງຄົນ ແລ້ວຕັ້ງຂໍ້ຫາຄ້າຢາບ້າ ທັງໆທີ່ຕົນ ແລະ ຄອບຄົວ ບໍ່ເຄີຍມີສ່ວນກ່ຽວຂ້ອງກັບຢາເສບຕິດ ເຊິ່ງກຸ່ມຄົນດັ່ງກ່າວໄດ້ໃຫ້ແມ່ຂອງຕົນ ໂທລະສັບມາຫາ ແລະ ໃຫ້ນຳເອົາເງິນຈຳນວນ 2 ລ້ານບາດມາໄຖ່ຕົວ ຖ້າບໍ່ດັ່ງນັ້ນ ແມ່ ແລະ ນ້ອງຊາຍ ຈະຖືກນຳຕົວສົ່ງສະຖານີຕຳຫລວດ ເພື່ອດຳເນີນຄະດີ.

ດ້ານເຈົ້າໜ້າທີ່ຕຳຫລວດແຂວງໜອງຄາຍ ໄດ້ວາງແຜນໃຫ້ຄວາມຊ່ວຍເຫລືອ ແລະ ຈັບກຸມແກ໊ງຕຳຫລວດດັ່ງກ່າວ ໂດຍໄດ້ໃຫ້ນາງ ພວງມາລີ ທຳທ່າໂທລະສັບຕໍ່ລອງຄ່າໄຖ່ຈາກແກ໊ງດັ່ງກ່າວ ຈົນຄ່າໄຖ່ໄດ້ຫລຸດລົງມາເຫລືອ 3 ແສນບາດ ແລ້ວທັງສອງຝ່າຍ ໄດ້ຈັດຈ່າຍເງິນຄ່າໄຖ່ໃຫ້ກັນ ໃນເວລາ 19:00 ທີ່ລານຈອດລົດ ໃກ້ກັບດ່ານກວດຄົນເຂົ້າເມືອງແຂວງໜອງຄາຍ ຈົນສາມາດຈັບກຸມຄົນຮ້າຍໄດ້ສຳເລັດ.

ນາງ ບົວຈັນ ຕັນທະແກ້ວ ໄດ້ກ່າວວ່າ ໃນຕອນບ່າຍຂອງວັນທີ 25 ເມສາ ຕົນເອງ ແລະ ທ້າວ ພອນສະຫວັນ ຕັນທະແກ້ວ ໄດ້ເດີນທາງມາແຂວງໜອງຄາຍ ໂດຍໄປຊື້ສິນຄ້າທີ່ຫ້າງຊັບພະສິນຄ້າແຫ່ງໜຶ່ງໃນຕົວເມືອງໜອງຄາຍ ຕໍ່ມາໄດ້ມີ ທ້າວ ທອງ ເຊິ່ງເປັນຄົນລາວ ແລະ ຮູ້ຈັກຮັກແພງກັນດີ ໄດ້ໂທມາບອກໃຫ້ຕົນໄປຮັບເງິນຄ່າຊື້ຂາຍໄມ້ແທນ ໂດຍຈະມີຄົນນຳເງິນມາມອບໃຫ້, ຕໍ່ມາໄດ້ມີ ນາງ ພັດຣະໄມ ພົມວິໄຊ ອາຍຸ 40 ປີ ຢູ່ບ້ານລຸມພຸກ ຕາແສງທ່າສີລາ ເມືອງສອງດາວ ແຂວງສະກົນນະຄອນ ໄດ້ນຳເອົາຖົງມາໃຫ້ ເຊິ່ງຕົນເອງກໍບໍ່ຮູ້ວ່າແມ່ນຖົງຫຍັງ, ຈາກນັ້ນບໍ່ດົນ ກໍມີແກ໊ງຊາຍທັງ 8 ຄົນ ອ້າງຕົນວ່າເປັນເຈົ້າໜ້າທີ່ຕຳຫລວດ ສະແດງຕົວເຂົ້າຈັບກຸມ ແລະ ແຈ້ງຂໍ້ຫາຄ້າຢາບ້າ ທັງໆທີ່ຕົນເອງບໍ່ໄດ້ມີສ່ວນກ່ຽວຂ້ອງກັບຢາເສບຕິດເລີຍ.

ເບື້ອງຕົ້ນ ເຈົ້າໜ້າທີ່ຕຳຫລວດໄທ ໄດ້ນຳສົ່ງຕົວແກ໊ງຄົນຮ້າຍທັງ 8 ຄົນ ສົງໃຫ້ພະນັກງານສອບສວນ ສະຖານີຕຳຫລວດເມືອງໜອງຄາຍ ເພື່ອດຳເນີນຄະດີຕາມກົດໝາຍຂອງໄທຕໍ່ໄປ.

ສະໜັບສະໜູນແປເນື້ອຂ່າວໂດຍ: ລາວໂພສ
------
more @ www.pakaad.com



ຜູ້ຖືກຈັບເອີ້ນຄ່າໄຖ: ແມ່ຜູ້ໃສ່ເສື້ອຟ້າ ແລະ ລູກຊາຍເສື້ອຂາວ (ທາງກາງ)






Post Bottom Ad