ລະວັງເງິນໃບ 50,000 ປອມ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລະວັງເງິນໃບ 50,000 ປອມ



ວິທີສັງເກດເງິນປອມ ໃບ 50,000 ກີບ.
ຫຼ້າສຸດ ຊາວບ້ານ ໂພນຕ້ອງຈອມມະນີ ກໍ່ໄດ້ຮັບຄ່າເຄື່ອງເປັນເງິນ ໃບ 50,000 ກີບປອມ.

ຈຸດສັງເກດເງິນປອມມີດັ່ງນີ້:
1. ເຈ້ຍເງິນ ຈະບໍ່ຊາຄືເງິນ ແທ້,ມີລັກສະນະ ຄາຍເຈ້ຍ A4 ຫຼື ເຈ້ຍຊອງຈົດໝາຍ ທົ່ວໄປ.
2. ຂະໜາດ ຂອງເງິນ ຈະສັ້ນກວ່າເງິນແທ້ ໜ້ອຍໜື່ງ
3. ສີຂອງຕົວໜັງສື ຈະເຂັ້ມ ແລະ ດຳກວ່າ ຂອງແທ້,
4. ຮູບຂອງທ່ານໄກສອນ ຈະເປັນສີດຳ ຫຼາຍ ກວ່າຂອງແທ້
5. ເອົາມືຈຸບນ້ຳ ແລ້ວ ລອງຖູໃສ່ເງິນ, ຖ້າເງິນປອມ ເງິນຈະອອກສີ.
6. ເລກເງິນ ທີ່ຖືກກອບປີແມ່ນ AG 0711027 ແລະ ອາດມີເລກອື່ນນຳ. ແຕ່ປະຈຸບັນ ພົບເຫັນ ສອງສາມບ່ອນແມ່ນ ເລກ AG 0711027
-----
more @ www.pakaad.com
------

ເຕືອນໄພໝົດທຸກຄົນໃຫ້ລະວັງເງິນກີບປອມ ມີເດັກນ້ອຍໄວລຸ້ນ 2 ຄົນອາຍຸປະມານ16-17ຈ່ອຍສູງດຳແດງຂີ່ລົດເວບຮ້ອຍສີດຳປອນມາເລາະເອົາເງິນໃບ 50 ພັນປອມ ມາເລາະຊື້ເຄື່ອງໃນມືເຂົາກຳເງິນໃບ 50 ພັນຫຼາຍໃບD ແຕ່ມາຊື້ຮ້ານຂ້ອຍພຽງໃບດຽວເພາະຂ້ອຍກະບໍ່ແນ່ໃຈຄືກັນວ່າເປັນຂອງປອມຫຼືຂອງແທ້ຂ້ອຍເລີຍອອກປາກໄປວ່າເງິນປອມຕີ້ນິມັນກະເລີຍບໍ່ປາກແຕ່ມັນເຮັດນ້າມີພິລຸດ ຄາດວ່າພິມຫຼາຍໃບມາໂດຍສະເພາະ ມັນມາຊື້ຢາສູບຮ້ານຂ້ອຍແລະຄ້ຽວຟ້າວພາກັນຂີ່ລົດໄປຢ່າງໄວ ເຕືອນໄພໃຫ້ພໍ່ຄ້າແລະແມ່ຄ້າຊາວຂາຍ ແລະທຸກໆຄົນຮູ້ແລະລະວັງໄວ້ເພາະລາຍຕໍ່ໄປອາດເປັນທ່ານ



ໃບທາງເທິງປອມ ມີຂະໜາດສັ້ນກວ່ ແລະ ສີສັນຈະດຳ ແລະ ບໍ່ງາມຄືໃບແທ້


ປອມ

ປອມ


Post Bottom Ad