ມາຮູ້ຈັກຄຳວ່າ ບາສີ ແລະ ສູ່ຂວັນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ມາຮູ້ຈັກຄຳວ່າ ບາສີ ແລະ ສູ່ຂວັນ



ມາຮູ້ຈັກຄຳວ່າ ບາສີ ແລະ ສູ່ຂວັນ
-------------------------------------------
ຄຳວ່າ ສູ່­ຂວັນ ແລະ ບາ­ສີ ແມ່ນພິ­ທີ­ກຳທາງຮີດ­ຄອງປະ­ເພ­ນີລາວເຮົາ ເຊິ່ງມີມາແຕ່ບູ­ຮານນະການ ມີຄວາມໝາຍອັນດຽວກັນ ແຕ່ໃຊ້ບໍ່ເໝືອນກັນ ເພາະຄຳວ່າສູ່­ຂວັນ ແມ່ນໃຊ້ກັບບຸກ­ຄົນທຳມະດາສາ­ມັນທົ່ວໄປ ແຕ່ຄຳວ່າບາ­ສີ ແມ່ນໃຊ້ກັບບຸກ­ຄົນຊັ້ນສູງທີ່ມີຖາ­ນະຕຳ­ແໜ່ງ ເປັນເຈົ້າຄົນນາຍຄົນ ຫຼື ມີຖາ­ນັນ­ດອນສັກເປັນຜູ້ໃຫຍ່ໄມ້ສູງ...

ແຕ່ມາຮອດປັດ­ຈຸ­ບັນ ຄຳສັບດັ່ງ­ກ່າວສັບ­ປົນຄົນເລ ຖືກບຸກ­ຄົນຈຳ­ນວນໜຶ່ງໃຊ້ຄວບກັນໂດຍຮ້ອງວ່າ ພິ­ທີບາ­ສີ­ສູ່­ຂວັນນຳກັນໄປເລີຍ ໂດຍສະ­ເພາະໃນບັດເຊີນກິນດອງຂອງຄົນຍຸກນີ້ ມັກຈະໃຊ້ຄຳວ່າ “ບາ­ສີ­ສູ່­ຂວັນ ຈະໄດ້ຈັດຂຶ້ນ...” ໝາຍຄວາມວ່າ ໃຊ້ພ້ອມກັນທັງສອງໄປເລີຍ ແລະ ກາຍເປັນ­ຄວາມເວົ້າຍາວຕື່ມອີກຄຳໜຶ່ງ.

ໃນຄວາມເປັນຈິງແລ້ວ ການສູ່­ຂວັນ-ບາ­ສີ ແມ່ນການມັດແຂນດ້ວຍຝ້າຍສີ­ຂາວບໍ­ລິ­ສຸດ ເປັນຮີດ­ຄອງປະ­ເພ­ນີແຫ່ງການອວຍ­ພອນທີ່ບໍ່ມີຕົວຕົນ ເພື່ອໃຫ້ຄວາມມີສີລິມົງຄຸນແກ່ຜູ້ທີ່ຖືກອວຍ­ພອນ ໄດ້ບັນ­ລຸຈຸດ­ປະ­ສົງຕາມທີ່ປາດຖະໜາ ເຊັ່ນ: ຜູ້ຈະເດີນ­ທາງໄປຄ້າ ກໍໃຫ້ຊື້ໄດ້ຂາຍໝານ ຜູ້ເຈັບໄຂ້ ກໍໃຫ້ສວ່າງຫາຍ ຜູ້ເປັນນັກ­ຮຽນ-ນັກສຶກສາ ກໍໃຫ້ເສັງໄດ້ ແລະ ອື່ນໆ.



ຕາມປະ­ເພ­ນີລາວເຮົາ ການສູ່­ຂວັນຍັງໃຊ້ໃນຫຼາຍກໍ­ລະ­ນີທີ່ຕິດພັນກັບການດຳ­ລົງຊີ­ວິດຂອງຄົນລາວ ເປັນ­ຕົ້ນ ການສູ່­ຂວັນຂຶ້ນເຮືອນໃໝ່ ການສູ່­ຂວັນແຕ່ງ­ດອງໃໝ່ ການສູ່­ຂວັນອອກກຳໃໝ່ ຄົນເຈັບໜັກທີ່ເຊົາໃໝ່ ການສູ່­ຂວັນເລົ້າເຂົ້າ ການສູ່­ຂວັນກວຽນ ການສູ່­ຂວັນງົວ-ຄວາຍ ການສູ່­ຂວັນຜູ້ເຖົ້າ ການສູ່­ຂວັນໃນໂອ­ກາດວັນຂຶ້ນປີໃໝ່... ການບາ­ສີພຣະສົງອົງ­ຄະເຈົ້າ

ການບາ­ສີແຂກມາຢ້ຽມ­ຢາມ ການບາ­ສີເຈົ້າ­ເມືອງ ເຈົ້າ­ແຂວງ-ລັດ­ຖະ­ມົນ­ຕີ ແລະ ຂັ້ນສູງອື່ນໆມາຢ້ຽມ­ຢາມ ເປັນ­ຕົ້ນ.

ການສູ່­ຂວັນ-ບາ­ສີ ຈະເກີດຂຶ້ນໄດ້ກໍຕໍ່ເມື່ອມີການເລົ່າເອີ້ນເຊີນແຂກ ແລະ ຜູ້ຄົນເຂົ້າຮ່ວມຕາມຈຳ­ນວນພໍເໝາະ ມີພາຂວັນທີ່ປະ­ກອບດ້ວຍໝາກ­ເບັງທຳຈາກໃບກ້ວຍ ທີ່ພັບໃຫ້ເປັນຈວຍສິ­ລະປະງົດງາມ ເອ້ຢ້ອງດ້ວຍດອກໄມ້ສົດທີ່ຊອກຫາມາໄດ້ໃນທ້ອງ­ຖິ່ນ ມີຝ້າຍ­ຜູກ­ແຂນສີ­ຂາວບໍ­ລິ­ສຸດສອດໃນໄມ້ກ້ານພ້າວ ສຽບສັບ­ຫວ່າງກັບດອກໄມ້ ເຮັດໃຫ້ເກີດຄວາມສວຍງາມ ບຸກ­ຄົນສຳ­ຄັນ ນອກ­ຈາກເປັນແຂກເປົ້າໝາຍແລ້ວ ໝໍ­ພອນກໍເປັນບຸກ­ຄົນສຳ­ຄັນໃນການສູດພອນ ທຳການມັດແຂນເປັນສີລິມຸງ­ຄຸນໃຫ້ແກ່ຜູ້ເຂົ້າຮ່ວມ ຕິດ­ຕາມດ້ວຍຜູ້ເຂົ້າຮ່ວມຕ່າງກໍມັດແຂນໃຫ້ແກ່ແຂກເປົ້າໝາຍ ໃນຍຸກປັດ­ຈຸ­ບັນ ຫຼັງຈາກມັດແຂນແລ້ວ ເພິ່ນນິ­ຍົມເຮັດພາ­ເຂົ້າສາ­ມັກ­ຄີ ແລະ ມີການມ່ວນ­ຊື່ນຕາມມາ ແຕ່ຄາວອະ­ດີດ ສູ່­ຂວັນມັດແຂນແລ້ວກໍຖືວ່າສິ້ນພິ­ທີ ຢ່າງດີກໍກິນເຂົ້າ­ໜົມເຂົ້າຕົມ ຫຼື ຕົ້ມໄກ່ໃນພາຂວັນນັ້ນກໍພໍ.

ຄຳສູ່­ຂວັນ ຫຼື ເຊີນຂວັນຂອງໝໍ­ພອນ ເບິ່ງຕາມເນື້ອໃນແລ້ວ ແມ່ນການປະ­ສົມປະ­ສານຄຳເວົ້າທີ່ມາຈາກສາ­ສະ­ໜາພຸດ ແລະ ສາ­ສະ­ໜາພາມ ເປັນຄຳເວົ້າທຳມະດາແຕ່ຈົບ­ງາມ ເພື່ອອວຍ­ພອນໃຫ້ຄວາມເປັນສີລິມຸງ­ຄຸນແກ່ຊີ­ວິດ ກາຍ­ເປັນຈິດ­ຕະ­ສາດໜຶ່ງທີ່ເຮັດໃຫ້ຜູ້ຖືກໃຫ້ພອນມີຄວາມເຂັ້ມ­ແຂງທາງຈິດ­ໃຈ ແລະ ຕັ້ງ­ໜ້າຕັ້ງຕາເອົາ­ໃຈ­ໃສ່ກະ­ທຳສິ່ງທີ່ດີໃຫ້ກັບຕົນເອງ ແລະ ສັງ­ຄົມ.

ການຮັກ­ສາຮີດ­ຄອງປະ­ເພ­ນີສູ່­ຂວັນ-ບາ­ສີໄວ້ແມ່ນດີຖືກ­ຕ້ອງ ແລະ ເສີມຂະ­ຫຍາຍຈຸດດີນັ້ນສືບທອດຕໍ່ໄປໃຫ້ຍືນນານຕາມບັນພະບູລຸດພາສ້າງຂຶ້ນ ແລະ ແມ່ນສິດ­ທິຂອງການເຊື່ອຖືສິ່ງ ສຳ­ຄັນບໍ່ຄວນໝູນໃຊ້ເຫດ­ການນີ້ໃຫ້ກາຍ­ເປັນສິ່ງຫຍໍ້­ທໍ້ໃນສັງ­ຄົມ ເພາະບາງບ່ອນຈັດຂ້ອນຂ້າງຟຸມເຟືອຍ ບໍ­ລິ­ໂພກນິ­ຍົມ ເພື່ອໃຫ້ສົມສັກສີ ເຄື່ອງແກ້ມຂອງກິນຫຼວງ­ຫຼາຍລົ້ນໂຕະ ກິນເຫຼົ້າຍີ່­ຫໍ້ດັງໆ ແລ້ວມີຄົນເມົາກາຍຂອບເຂດ ເກີດມີການລວນລາມກັນເອງ ບາງກໍສວຍ­ໂອ­ກາດນີ້ສວມສິດງັນຊ້ຳທ້າຍ ດ້ວຍການຫຼິ້ນພະ­ນັນແບບມາ­ລາທອນອີກ ເຊິ່ງນັບວ່າບໍ່ເປັນມຸງ­ຄຸນແກ່ງານແທ້ໆເນີ ພີ່­ນ້ອງເນີ!

ໂດຍ: ປີໂນ ໂລ­ກະວິທຸ, 

ວັດທະນະທຳລາວ

Post Bottom Ad