ຈາກເຫດການ ຂົວນໍ້າພະນາຍ ບ້ານເກິນກາງ ເມືອງທຸລະຄົມ ແຂວງວຽງຈັນ ຫັກຍ້ອນລົດບັນທຸກໜັກເກີນ 25 ໂຕນແລ່ນຜ່ານໃນຕອນເຊົ້າເວລາປະມານ 7 ໂມງເຊົ້າ ຂອງວັນທີ 2 ມິຖຸນາ 2020 ໄດ້ເກີດເຫດຂົວເຫຼັກເກົ່າ ນໍ້າພະນາຍ ຫັກຊຸດໂຕລົງ ເຮັດໃຫ້ມີລົດພວງທີ່ແກ່ຊີມັງແລ່ນຜ່ານຕົກລົງກາງຫ້ວຍນໍ້າພະນາຍ.
ເຊິ່ງລົດພວງດັ່ງກ່າວ ແມ່ນລົດຂອງບໍລິສັດ ລາວ ອີລີ້ວ ການຄ້າ ປ້າຍທະບຽນ ບຂ 9860 ນະຄອນຫຼວງວຽງຈັນ ເຊິ່ງປັດຈຸບັນທາງບໍລິສັດກໍ່ໄດ້ຕົກລົງເຊັນຮັບຜິດຊອບຄ່າໃຊ້ຈ່າຍໃນການສ້ອມແປງຂົວນີ້ທັງໝົດ ແລະ ວັນທີ 17 ມິຖຸນາ 2020 ທາງໜ່ວຍງານກ່ຽວຂ້ອງກໍ່ໄດ້ສືບຕໍ່ເກັບກູ້ຊາກລົດ ແລະ ພື້ນທ້ອງລົດຂຶ້ນຈາກຫ້ວຍນໍ້າພະນາຍ ແລະ ສຳເລັດການມ້າງຂົວເຫຼັກເກົ່າອອກແລ້ວ ແລະ ໄດ້ປັບປຸງໜ້າດິນຄືນ ຄາດຂົວເຫຼັກໃໝ່ແມ່ນຈະສ້າງໃຫ້ແລ້ວພາຍໃນ 45 ມື້ ກໍ່ຄື 1 ເດືອນປາຍ.
ສາເຫດແມ່ນຂົວເຫຼັກເກົ່າບໍ່ສາມາດຮັບນໍ້າໜັກໄດ້ເກີນ 25 ໂຕນ ແຕ່ລົດຂອງບໍລິສັດນໍ້າໜັກເກີນ, ກໍ່ຂໍຊົມເຊີຍທາງບໍລິສັດ ລາວ ອີລີ້ວ ທີ່ມີຄວາມຮັບຜິດຊອບຕໍ່ການກະທຳທີ່ຜິດຂອງຕົນ, ປັນຈຸບັນປະຊາຊົນຜູ້ໃຊ້ລົດໃຊ້ຖະໜົນຕ້ອງໄດ້ໄປນຳໃຊ້ທາງເວັ້ນ.