ປະທານສະພາແຫ່ງຊາດລາວ ປະດັບຫຼຽນໄຊໃຫ້ບັນດາກົມ​ກອງລວມໝູ່ ແລະ ບຸກຄົນຂອງສະພາແຫ່ງຊາດຫວຽດນາມ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະທານສະພາແຫ່ງຊາດລາວ ປະດັບຫຼຽນໄຊໃຫ້ບັນດາກົມ​ກອງລວມໝູ່ ແລະ ບຸກຄົນຂອງສະພາແຫ່ງຊາດຫວຽດນາມ




ໂດຍໄດ້ຮັບການມອບໝາຍຈາກສະຫາຍປະທານປະເທດ ສປປ ລາວ, ຕາງໜ້າໃຫ້ພັກ-ລັດ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າ, ໃນວັນທີ 9 ມັງກອນ 2020 ທີ່່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມພິທີປະດັບຫຼຽນໄຊ ແລະ ຫຼຽນກາ ໃຫ້ແກ່ບັນດາກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ຂອງສະພາແຫ່ງຊາດຫວຽດນາມ ຊຸດທີ 13 ແລະ ຊຸດທີ 14 ຈໍານວນ 12 ກົມກອງລວມໝູ່ ແລະ 52 ບຸກຄົນທີ່ໄດ້ປະກອບສ່ວນສຸມເຫື່ອແຮງ, ສະຕິປັນຍາ, ຄວາມຮູ້ຄວາມສາມາດໃນການປະຕິບັດໜ້າທີ່ຂອງຕົນເຂົ້າໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງສະພາແຫ່ງຊາດລາວ ແລະ ຫວຽດນາມໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີບາດກ້າວໃໝ່ຢ່າງບໍ່ຢຸດຢັ້ງ, ໂດຍໃນນີ້ໄດ້ປະດັບຫຼຽນໄຊອິດສະຫຼະຊັ້ນ 1 ໃຫ້ແກ່ 5 ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ 2 ສະຫາຍ ແລະ ປະດັບຫຼຽນໄຊອິດສະຫຼະຊັ້ນ 2 ໃຫ້ແກ່ບຸກຄົນດີເດັ່ນ 6 ສະຫາຍ.



ໃຫ້ກຽດປະດັບຫຼຽນໄຊ-ຫຼຽນກາໃນຄັ້ງນີ້ ໂດຍສະຫາຍ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດແຫ່ງ ສປປ ລາວ; ປະດັບຫຼຽນໄຊອິດສະຫຼະຊັ້ນ 3 ໃຫ້ແກ່ບຸກຄົນດີເດັ່ນຈໍານວນ 17 ສະຫາຍ, ປະດັບໂດຍສະຫາຍ ເອກສະຫວ່າງ ວົງວິຈິດ ກໍາມະການສູນກາງພັກ, ຄະນະປະຈໍາ, ປະທານກໍາມາທິການທິການການຕ່າງປະເທດສະພາແຫ່ງຊາດລາວ; ປະດັບຫຼຽນໄຊມິດຕະພາບໃຫ້ແກ່ 7 ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນ ຈໍານວນ 15 ສະຫາຍ; ປະດັບໂດຍສະຫາຍນາງ ສວນສະຫວັນ ວິຍະເກດ, ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາ, ເລຂາທິການສະພາແຫ່ງຊາດລາວ; ປະດັບຫຼຽນກາມິດຕະພາບໃຫ້ແກ່ບຸກຄົນດີເດັ່ນຂອງສະພາແຫ່ງຊາດຫວຽດນາມ ຈໍານວນ 12 ສະຫາຍ, ແລະ ປະດັບໂດຍສະຫາຍ ພົຈວ ຄໍາສຸກ ວີອິນທະວົງ, ຄະນະປະຈໍາ, ປະທານກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ການປະດັບຫຼຽນໄຊ ແລະ ຫຼຽນກາໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນດີເດັ່ນຂອງສະພາແຫ່ງຊາດຫວຽດນາມໃນຄັ້ງນີ້ ຖືວ່າເປັນຫຼຽນສູງສຸດຂອງສປປ ລາວ ແລະ ໄດ້ຈັດຂື້ນໃນທ່າມກາງບັນຍາກາດແຫ່ງຜົນສໍາເລັດຂອງກອງປະຊຸມພົບປະລະຫວ່າງ ການນໍາຂັ້ນສູງຂອງສອງພັກ-ສອງລັດ ລາວ-ຫວຽດນາມ; ຜົນສໍາເລັດຂອງກອງປະຊຸມຄັ້ງທີ 42 ຂອງຄະນະກໍາມະການຮ່ວມມືລາວ-ຫວຽດນາມ ແລະ ງານສະເຫຼີມສະຫຼອງວັນມູນເຊື້ອທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ປະຕິບັດພັນທະສາກົນຢູ່ ສປປ ລາວ ຄົບຮອບ 70 ປີ, ການສະເຫຼີມສະຫຼອງຄົບຮອບ 74 ປີ ການເລືອກຕັ້ງຄັ້ງທຳອິດ ເພື່ອເລືອກຕັ້ງສະພາແຫ່ງຊາດຫວຽດນາມທີ່ຫາກໍ່ສໍາເລັດໃນຫວ່າງບໍ່ດົນມານີ້.
ພິທີປະດັບຫຼຽນໃນຄັ້ງນີ້ ມີຄວາມໝາຍສໍາຄັນຢ່າງຍິ່ງ, ເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.


ໃນໂອກາດທີ່ໃຫ້ກຽດປະດັບຫຼຽນໄຊຄັ້ງນີ້, ສະຫາຍນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ຍັງໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຢ້ຽມພົບປະກັບສະຫາຍນາງ ຫງວຽນ ທິ ກິມເງິນ, ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດແຫ່ງ ສສ ຫວຽດນາມ, ຊຶ່ງໃນການຢ້ຽມຢາມພົບປະດັ່ງກ່າວ, ສອງຝ່າຍໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ສອງສະພາແຫ່ງຊາດລາວ ແລະຫວຽດນາມ ແມ່ນມີການພົວພັນຮ່ວມມືເຊິ່ງກັນ ແລະ ກັນຢ່າງໃກ້ຊິດສະໜິດສະໜົມ ແລະ ມີຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນ ແມ່ນການແລກປ່ຽນການຢ້ຽມຢາມ ນັບແຕ່ການນຳຂັ້ນສູງສຸດ ຈົນຮອດລະດັບວິຊາການເປັນຈຳນວນຫຼາຍຄະນະ, ມີການຈັດກອງປະຊຸມສໍາມະນາ ແລະ ແລກປ່ຽນບົດຮຽນຮ່ວມກັນ ກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດນິຕິບັນຍັດ, ໃນຫົວຂໍ້ວິທະຍາສາດຕ່າງໆ, ມີການແລກປ່ຽນທັດສະນະ, ຂໍ້ມູນ-ຂ່າວສານ ແລະ ສະໜັບສະໜັບ ເຊິ່ງກັນ ແລະ ກັນ, ໃນການສ້າງຄວາມອາດສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນຂັ້ນ ທ້ອງຖິ່ນ ແລະ ວິຊາການຂອງສອງສະພາແຫ່ງຊາດລາວ-ຫວຽດນາມ; ການຮ່ວມກັນຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາສັນຍາ, ຂໍ້ຕົກລົງການຮ່ວມມືຕ່າງໆ ລະຫວ່າງ ສອງລັດຖະບານ ເພື່ອຊຸກຍູ້ວຽກງານຂອງສອງຝ່າຍມີປະສິດທິຜົນກວ່າເກົ່າ.
ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ພົວພັນຮ່ວມມືກັນ ໃນການເຄື່ອນໄຫວວຽກງານ ຢູ່ເວທີລັດຖະສະພາພາກພື້ນ ແລະສາກົນ ຕື່ມອີກ.
ເວົ້າລວມແລ້ວ, ການພົວພັນຮ່ວມມືໃນໄລຍະຜ່ານມາ ລະຫວ່າງສອງອົງການນິຕິບັນຍັດ ກໍ່ໄດ້ປະກອບສ່ວນສຳຄັນ ແລະ ມີຜົນປະໂຫຍດອັນລ້ຳຄ່າຕໍ່ການພົວພັນສອງຝ່າຍ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເປັນຮູບປະທຳຂຶ້ນເປັນກ້າວໆມາ.

ທີ່ມາ: Lao National Radio

Post Bottom Ad