ຈະນໍາໃຊ້ນັກສະແດງເກືອບ 3.000 ຄົນໃນໂອກາດເປີດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຈະນໍາໃຊ້ນັກສະແດງເກືອບ 3.000 ຄົນໃນໂອກາດເປີດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ




ແຂວງ ຊຽງຂວາງ ຈະນໍາໃຊ້ນັກສະແດງ 2.849 ຄົນ ເພື່ອສະແດງສິລະປະໃນມື້ເປີດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຈະຈັດຂຶ້ນວັນທີ 22 ມີນາ 2020 ທີ່ສະໜາມກິລາໃໝ່ຂອງແຂວງ ຈໍານວນ 5 ລາຍການ ຄື: ບົດເລືອດ ແລະ ນໍາຕາ, ສຽງກອງສະຫລອງໄຊ, ເຕັ້ນເຊຍລີດເດີ່, ນົກແອ່ນນ້ອຍລອຍລົມ ແລະ ບົດຟ້ອນຍິນດີຕ້ອນຮັບ.
ທ່ານ ວົງສາ ດວງທອງລາ, ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງ ຊຽງຂວາງ, ຫົວໜ້າຄະນະກໍາມະການເປີດ-ປິດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ໃຫ້ຮູ້ວ່າ: ນັກສະແດງທັງໝົດນີ້ແມ່ນຄັດເລືອກມາຈາກ 4 ໂຮງຮຽນ ຄື: ມສ ໂພນສະຫວັນ, ມສ ສີບຸນເຮືອງ, ມສ ໂພນທອງ ແລະ ມສ ລາດງ່ອນ. ສ່ວນວຽກງານກ້ອນກໍາລັງສວນສະໜາມ ແລະ ຈູດທວນໄຟ ໄດ້ສໍາເລັດການຄັດເລືອກກ້ອນກໍາລັງສວນສະໜາມ ແລະ ນາງສາວຖືປ້າຍຢູ່ໂຮງຮຽນ ມສ ສີບຸນເຮືອງໃນຮອບທີ 1, ໃນນີ້ ຂະບວນກ້ອນກໍາລັງສວນສະໜາມ ແລະ ຈູດທວນໄຟ ມີຈໍານວນ 300 ຄົນ ແລະ ນາງສາວຖືປ້າຍ ຈໍານວນ 50 ຄົນ. ສໍາລັບນັກສະແດງ, ກ້ອນກໍາລັງສວນສະໜາມ, ນາງສາວຖືປ້າຍ ແລະ ແຫ່ແລ່ນທວນໄຟ ຈະເລີ່ມເຝິກຊ້ອມຢ່າງເປັນທາງການໃນໄວຯ ນີ້. ຫລັງຈາກນັ້ນຈະມີການຊ້ອມໃຫຍ່ປະກອບແສງ, ສີ ແລະ ສຽງ ຈໍານວນ 2 ຄັ້ງທີ່ສະໜາມກິລາຂອງແຂວງກ່ອນຈະມີພິທີໄຂງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ຢ່າງເປັນທາງການໃນວັນທີ 22 ມີນາ 2020.
ໂດຍ: ບຸນຕຽງ ຈັນທະວົງ 
ທີ່ມາ: Lao National Radio

Post Bottom Ad