ນະຄອນຫລວງວຽງຈັນ ຈະເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ປີ 2023 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ນະຄອນຫລວງວຽງຈັນ ຈະເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ປີ 2023



ນະຄອນຫລວງວຽງຈັນ ຕົກລົງຈະເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ໃນປີ 2023 ແຕ່ຍັງບໍ່ທັນກໍານົດແນ່ນອນເທື່ອວ່າຈະແຂ່ງຂັນຈັກປະເພດກິລາ, ລວມເຖີງການເລືອກເອົາສັນຍາລັກ ແລະ ສັດນໍາໂຊກຂອງການແຂ່ງຂັນ.

ທ່ານ ສົມພອນ ສອນດາລາ, ຮອງຫົວໜ້າພະແນກສຶກສາ​ທິການ ແລະ ກິລານະຄອນຫລວງວຽງຈັນ ລາຍງານຕໍ່ກອງປະຊຸມຄະນະຮັບຜິດຊອບລະດັບຊາດ ຄັ້ງທີ IV ງານມະ​ຫາ​ກໍາກິລາແຫ່ງຊາດ ຄັ້ງທີ XI ຈັດຂຶ້ນຢູ່ຫ້ອງວ່າການແຂວງ ຊຽງຂວາງ ໃນລະຫວ່າງວັນທີ 7-8 ມັງກອນ 2020 ວ່າ: ອີງຕາມໜັງສືສະເໜີຂອງກະຊວງ ສຶກສາທິການ ແລະ ກິລາ, ສະບັບເລກທີ 1344/ສສກ, ລົງວັນທີ 6 ກັນຍາ 2019 ວ່າດ້ວຍການສະເໜີມອບໃຫ້ນະຄອນຫລວງວຽງຈັນເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ປີ 2023. 

ຕໍ່ການສະເໜີດັ່ງກ່າວ, ໃນກອງປະຊຸມຄະນະປະຈໍາພັກນະຄອນຫລວງວຽງຈັນ ຄັ້ງວັນທີ 9 ຕຸລາ 2019 ໄດ້ຕົກລົງເຫັນດີຮັບເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ປີ 2023 ເນື່ອງຈາກນະຄອນຫລວງວຽງຈັນມີຄວາມພ້ອມຫລາຍດ້ານ ເປັນຕົ້ນ: ນັກກິລາ ແລະ ຄູເຝິກແມ່ນສັງ ກັດຢູ່ນະຄອນຫລວງວຽງຈັນເປັນສ່ວນຫລາຍ ກວມເອົາ 80% ເຊີ່ງມີທັງນັກຮຽນ, ນັກສຶກສາ ແລະ ພະນັກງານຕ່າງຯ. ນອກຈາກນີ້ ແມ່ນມີຄວາມພ້ອມດ້ານພື້ນຖານໂຄງລ່າງ, ທັງສະໜາມແຂ່ງຂັນ ແລະ ສະໜາມເຝິກແອບ-ເຝິກຊ້ອມ, ທີ່ພັກ, ເສັ້ນທາງຄົມມະນາຄົມ, ວຽກງານສຸຂະພາບ ແລະ ເຄື່ອງອຸປະໂພກ-ບໍລິໂພກຕ່າງຯ. ສ່ວນດ້ານສະໜາມກິລາທີ່ຈະນໍາໃຊ້ເຂົ້າໃນການແຂ່ງຂັນ ຈະໄດ້ສ້ອມແປງ, ປົວແປງຄືນຈໍານວນໜຶ່ງ ເພາະຢູ່ໃນສະພາບເກົ່າ ແລະ ເປ່ເພ. ນອກຈາກນີ້ ຈະໄດ້ຂໍນໍາໃຊ້ບັນດາສະໜາມກິລາແຫ່ງຊາດ ຈໍານວນ 11 ແຫ່ງ, ລວມເຖີງສະໜາມກິລາທີ່ມີແລ້ວໃນນະຄອນຫລວງວຽງຈັນ ຈໍານວນ 19 ແຫ່ງ.

ຮອງຫົວໜ້າພະແນກສຶກສາທິການ ແລະ ກິລານະຄອນຫລວງວຽງຈັນ ໃຫ້ຮູ້ຕື່ມວ່າ: ໄລຍະຜ່ານມາ ນະຄອນ ຫລວງວຽງຈັນ ເຄີຍເປັນເຈົ້າພາບຈັດງານມະຫາກໍາກິລາແຫ່ງຊາດມາແລ້ວ 2 ຄັ້ງ ຄື: ງານມະຫາກໍາກິລາແຫ່ງຊາດ ຄັ້ງທີ I ໃນປີ 1985 ແລະ ຄັ້ງທີ VI ໃນປີ 2000. ແນວໃດກໍ່ຕາມ ສໍາລັບງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນ ຫລວງວຽງຈັນ ຈະເປັນເຈົ້າພາບໃນປີ 2023 ຍັງບໍ່ທັນກໍານົດເທື່ອວ່າຈະແຂ່ງຂັນຈັກປະເພດກິລາ, ລວມເຖີງສັນຍາລັກ ແລະ ສັດນໍາໂຊກຂອງງານແຂ່ງຂັນກິລາຄັ້ງນີ້ ເພາະອົງການປົກຄອງນະຄອນຫລວງວຽງຈັນ ຕ້ອງໄດ້ປຶກສາຫາລື ແລະ ຕົກລົງກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງກະຊວງ ສຶກສາທິການ ແລະ ກິລາ ຢ່າງລະອຽດກ່ອນ.


ໂດຍ: ບຸນຕຽງ ຈັນທະວົງ

ທີ່ມາ: Lao National Radio

Post Bottom Ad