ບຸນຫໍ່ເຂົ້າສະຫຼາກ ເປັນບຸນທີ່ເຮັດເພື່ອອຸທິດບຸນກຸສົນໃຫ້ແກ່ວິນຍານຍາດພີ່ນ້ອງຜູ້ທີ່ລ່ວງລັບໄປ ແລະ ພວກຜີເຜດ ເປັນການເຮັດບຸນໃຫ້ເຜດຜີອີກຄັ້ງ ໂດຍມີເວລາຫ່າງຈາກບຸນຫໍ່ເຂົ້າປະດັບດິນພຽງ 15 ວັນ ເຊິ່ງເປັນໄລຍະເວລາທີ່ເຜດຕ້ອງກັບໄປຢູ່ທີ່ຂອງຕົນ, ບຸນທັງສອງນີ້ມີລັກສະນະຄ້າຍກັນຄື ການ ເຮັດຫໍ່ເຂົ້າສົ່ງໃຫ້ເຜດ ເຊິ່ງລວມທັງບັນພະບູລຸດຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ເຜດທີ່ບໍ່ມີຍາດ.
ຕາມປະເພນີສືບທອດກັນມາເມື່ອເຖິງມື້ຂຶ້ນ 14 ຄໍ່າ ເດືອນ 10 ແມ່ນຈະເປັນມື້ກະກຽມເຂົ້າ, ປາ, ອາຫານ ແລະ ໝາກໄມ້ຕ່າງໆ (ຕາມທີ່ສັດທາຫາມາໄດ້) ແລ້ວນໍາມາໃສ່ກວຍ (ເຮັດດ້ວຍໄມ້ໄຜ່) ພໍຮອດ ຕອນເຊົ້າຂອງມື້ຂຶ້ນ 15 ຄໍ່າ ກໍນໍາເອົາເຄື່ອງຂອງທີ່ກະກຽມໄວ້ນັ້ນໄປວັດ ເພື່ອຖວາຍ ໃຫ້ແກ່ເຈົ້າ ພຣະພິຂຸ ແລະ ຢາດນໍ້າໄປໃຫ້ວິນຍານຂອງບັນພະບູລຸດ ແລະ ຜີເຜດທີ່ບໍ່ມີຍາດ.
ແຕ່ປະເພນີ ບຸນຫໍ່ເຂົ້າສະຫຼາກຈະມີຄວາມແຕກຕ່າງຈາກບຸນອື່ນໆຄື ກ່ອນຈະນໍາເຄື່ອງ ທານໄປຖວາຍ ພຣະສົງ ຊາວບ້ານຈະຈັບສະຫຼາກກັບພິຂຸສໍາມະເນນກ່ອນ ຖ້າຈັບຖືກສະຫຼາກໃນຊື່ພຣະ-ເນນອົງໃດ ກໍເອົາຂອງໄປທານພຣະ-ເນນອົງນັ້ນ ອີກວິທີໜຶ່ງ ຜູ້ຖວາຍຈະຂຽນຊື່ຕົນເອງລົງໃນບາດ ແລ້ວໃຫ້ພຣະ- ສໍາມະເນນ ຈັບເອົາ ຖ້າອົງໃດໄດ້ສະຫຼາກຂອງໃຜ ຜູ້ນັ້ນກໍນໍາເອົາຂອງທານຖວາຍຂອງ ຕົນໄປຖວາຍ ພຣະ-ເນນອົງນັ້ນ.
ມູນເຫດ ແລະ ຄວາມເປັນມາ
ໃນອະດີດຕະການລ່ວງມາແລ້ວ ໄດ້ມີພຣະພຸດທະເຈົ້າອົງໜຶ່ງຊົງພະນາມວ່າ: ປະທະມຸດຕະຣະ ອາໄສ ຢູ່ໃນກຸງຫົງສາວະດີ ມະຫານະຄອນທານີ ເປັນທີ່ໂທຈອນທຽວບິນທະບາດ ຍັງມີສາມີພັນລະຍາຄູ່ໜຶ່ງ ເປັນຄົນອານາຖາເຂັນໃຈຢູ່ໃນພະນະຄອນ ມີອາຊີບຮັບຈ້າງຕັດຟືນຂາຍຕາມພາສາຄົນຍາກຈົນ ແຕ່ ເປັນຜູ້ເຫຼື້ອມໄສໃນພຸດທະສາສະໜາ ຢູ່ມາວັນໜຶ່ງຜູ້ເປັນສາມີ ມາຄິດເບິ່ງວ່າການ ລ້ຽງຊີບ ຄື ມີຄວາມ ຫຍຸ້ງຍາກແທ້? ຄົງຈະເນື່ອງມາຈາກຕົນບໍ່ໄດ້ບໍາເພັນກອງການກຸສົນ ບໍ່ໄດ້ໃຫ້ທານ ຮັກສາ ສິນ, ຟັງ ທັມມະ, ຈະເລີນທັມເມດຕາພາວະນາໃນຊາດປາງກ່ອນ ມາໃນຊາດນີ້ ຈຶ່ງເປັນຄົນຍາກຈົນເຂັນໃຈ ໄຮ້ຊັບອັບປັນຍາ ກໍເລີຍມີຈິດໃຈຢາກສ້າງກຸສົນ, ເຮັດບຸນກິນທານ, ເພື່ອເປັນການສ້າງຂຸມຊັບ ແລະ ສະບຽງອາຫານ ເອົາໄວ້ໃນຊາດພົບໜ້າ ຈຶ່ງໄດ້ປຶກສາກັບພັນລະຍາ ແລ້ວພັນລະຍາກໍເຫັນດີ.
ຢູ່ມາວັນໜຶ່ງສາມີພັນລະຍາກໍພາກັນເຂົ້າປ່າ ເພື່ອເກັບຜັກຫັກຟືນມາຂາຍໄດ້ພໍເປັນມູນຄ່າແລ້ວ ກໍພາກັນ ໄປຊື້ໝໍ້ເຂົ້າໜ່ວຍໜຶ່ງ, ໝໍ້ແກງໜ່ວຍໜຶ່ງ, ອ້ອຍ 4 ລໍາ, ກ້ວຍ 4 ໜ່ວຍ ນໍາມາຈັດແຈງ ແຕ່ງເຄື່ອງສໍາເລັດແລ້ວ ຈຶ່ງນ້ອມໄປສູ່ພະອາຮາມເຮັດເປັນສະຫຼາກກະພັດທານ ພ້ອມ ກັບຊາວ ບ້ານຄົນອື່ນໆ ສາມີພັນລະຍາຄູ່ນັ້ນ ຈົກສະຫຼາກຖືກ ພຣະພິຂຸໜຶ່ງກໍດີໃຈຫຼາຍ ຈຶ່ງໄດ້ນ້ອມ ເອົາສະຫຼາກ ກາພັດທານຂອງຕົນໄປຖວາຍແລ້ວຫຼັ່ງນໍ້າທັກຂີໂນທົກ (ນໍ້າຕາ) ໃຫ້ຕົກລົງເໜືອແຜ່ນພື້ນພະສຸທາ (ແຜ່ນດິນ) ແລ້ວຕັ້ງຄວາມປາດຖະໜາວ່າ: “ເຕຊະບຸນກຸສົນຜົນທານນີ້ຂ້າພະເຈົ້າທັງສອງ ເກີດ ໃນ ພົບໃດໆກໍດີ ຂຶ້ນຊື່ວ່າຄວາມເຂັນໃຈໄຮ້ຊັບອັບປັນຍາເໝືອນດັ່ງຊາດນີ້
ຢ່າໄດ້ມີແກ່ພວກຂ້າພະເຈົ້າທັງສອງເລີຍ ຂໍໃຫ້ຂ້າພະເຈົ້າທັງສອງເປັນຜູ້ຮັ່ງມີ ພ້ອມໄປດ້ວຍຊັບສົມບັດ ສິນທານບໍລິວານລາບຍົດສັນລະເສີນສຸກ ແລະ ມີລິດເດດຢ່າງເຫຼືອຫຼາຍໃນພົບນີ້ ແລະ ພົບໜ້າເທີ້ນ”
ຕໍ່ມາບໍ່ນານສາມີພັນລະຍາທັງສອງ ກໍໄດ້ຕາຍໄປ ແລະ ໄດ້ໄປເກີດເປັນເທວະບຸດເທວະດາ ໃນຊັ້ນ ດາວະດິງສະຫວັນ ສະເຫວີຍສົມບັດທິບ ອັນເປັນທີ່ຢູ່ໃນວິມານຜາສາດຄໍາ ເມື່ອຈຸດຕິຕາຍຈາກສະຫວັນ ກໍໄດ້ລົງມາເກີດເປັນບໍຣົມກະສັດສະເຫວີຍຣາດຊະສົມບັດ ຢູ່ໃນນະຄອນພຣານະສີມີນາມວ່າ:
ພຣະເຈົ້າສັດທາດິດສະ ສະເຫວີຍຣາດຊະສົມບັດຢູ່ສີ່ໝື່ນແປດພັນປີ. ນີ້ແຫຼະ ຄືບຸນກຸສົນຈາກການ ໃຫ້ທານສະຫຼາກ ມີຜົນອັນຍິ່ງໃຫຍ່ໄພສານ ສາມາດນໍາທ່ານທັງຫຼາຍໃຫ້ໄດ້ຮັບຄວາມສຸກ ແລະ ຄວາມຈະເລີນ ທັງໃນພົບນີ້ ພົບໜ້າ ແລະ ພົບຕໍ່ໆໄປນັ້ນແລ.
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ