48% ຂອງພື້ນທີ່ທົ່ວແຂວງສະຫວັນນະເຂດແມ່ນຖືກກຳນົດເປັນເຂດ ອະນຸລັກຊັບພະຍາກອນທຳມະຊາດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

48% ຂອງພື້ນທີ່ທົ່ວແຂວງສະຫວັນນະເຂດແມ່ນຖືກກຳນົດເປັນເຂດ ອະນຸລັກຊັບພະຍາກອນທຳມະຊາດ






ຈາກບົດລາຍງານທີ່ທ່ານ ພູທອນ ຍອດບຸນເຮືອງ ຫົວ ໜ້າພະແນກຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ແຂວງ ສະຫວັນນະເຂດ ໄດ້ ລາຍງານໃນກອງປະຊຸມສຳ ມະນາວຽກງານຈັດສັນທີ່ດິນ ແລະຄຸ້ມຄອງສິ່ງແວດລ້ອມທີ່ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກ ຄອງແຂວງໃນອາທິດທີ່ຜ່ານມາໄດ້ໃຫ້ຮູ້ເຖິງແຜນການຈັດ ສັນທີ່ດິນ ແລະຄຸ້ມຄອງສິ່ງແວດ ລ້ອມຂອງແຂວງສະຫວັນນະ ເຂດໃຫ້ມີຄວາມເໝາະສົມຕາມ ລະບຽບຂອງການນຳໃຊ້ທີ່ດິນ ໃນນີ້ແມ່ນການວາງແຜນນຳ ໃຊ້ທີ່ດິນຂອງບັນດາຂະແໜງ ການ ເຊິ່ງໄດ້ກຳນົດບາງຕົວ ເລກແຜນການຈັດສັນທີ່ດິນຕົ້ນຕໍຕາມແປດປະເພດກົດໝາຍທີ່ດິນ ໂດຍສະເພາະແມ່ນກຳນົດ ເຂດທີ່ດິນ ເພື່ອອະນຸລັກຊັບພະ ຍາກອນທຳມະຊາດ 1.044.809 ເຮັກຕາ, ກວມ 48% ຂອງ ເນື້ອທີ່ທົ່ວແຂວງ ແລະເປັນເຂດ ທີ່ດິນນຳໃຊ້ 1.132.590 ເຮັກຕາ, ກວມ 52% ແມ່ນ ກຳນົດໄວ້ເພື່ອການພັດທະນາ ກະສິກຳ ເພື່ອຮອງຮັບການຜະ ລິດສະບຽງອາຫານຕາມທິດ ຄ້ຳປະກັນອາຫານ ແລະຈຳ ນວນໜຶ່ງແມ່ນກຳນົດໄວ້ສຳ ລັບປຸກສ້າງທີ່ຢູ່ອາໄສ,ພັດ ທະນາພື້ນຖານໂຄງລ່າງສາ ທາລະນະ, ຂະຫຍາຍອຸດສາ ຫະກຳ ແລະນຳໃຊ້ໃນຈຸດປະສົງ ອື່ນໆຕາມທິດຫັນເປັນອຸດສາ ຫະກຳ ແລະທັນສະໄໝ, ສ່ວນ ທີ່ດິນປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແມ່ນສາມາດ ນຳໃຊ້ຢູ່ໃນທີ່ດິນທຸກປະເພດ ຕາມຄວາມຈຳເປັນຕົວຈິງ (ຕາມກົດໝາຍກຳນົດ) ພ້ອມດຽວກັນນັ້ນກໍ່ໄດ້ກຳນົດ ຫຼັກການລວມ ໃນການວາງ ແຜນນຳໃຊ້ທີ່ດິນແຕ່ລະປະເພດ ທັງນີ້ກໍ່ເພື່ອເປັນການຮັບປະກັນ ບໍ່ໃຫ້ມີການນຳໃຊ້ທີ່ດິນແບບ ຟູມເຟືອຍ, ເຮັດໃຫ້ສາມາດຮັກ ສາຄຸນະພາບຂອງດິນສາມາດ ປົກປັກຮັກສາຊັບພະຍາກອນ ທຳມະຊາດ ແລະບໍ່ສ້າງຜົນກະທົບທາງລົບຕໍ່ສິ່ງແວດລ້ອມ./.

ທີ່ມາ: ສະຫວັນພັດທະນາ

Post Bottom Ad